ສືບສານຕຳນານເຄືອເຂົາຫລວງ ພູຟ້າ ເມືອງຜົ້ງສາລີ

09/07/2026 10:45
Email Print 629
ຂປລ ຂປລ. ພູຟ້າ ນັບເປັນພູເຂົາສັກສິດ ແລະ ເປັນສູນລວມຈິດໃຈຂອງປະຊາຊົນແຂວງຜົ້ງສາລີ ມາແຕ່ບູຮານນະການ. ພູຟ້າຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງເທສະບານເມືອງຜົ້ງສາລີ ມີຄວາມສູງ 1.640 ແມັດ ຈາກລະດັບນ້ຳທະເລ ແລະ ເປັນຍອດພູທີ່ສູງເດັ່ນໃນບໍລິເວນ.

ຂປລ. ພູຟ້າ ນັບເປັນພູເຂົາສັກສິດ ແລະ ເປັນສູນລວມຈິດໃຈຂອງປະຊາຊົນແຂວງຜົ້ງສາລີ ມາແຕ່ບູຮານນະການ. ພູຟ້າຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງເທສະບານເມືອງຜົ້ງສາລີ ມີຄວາມສູງ 1.640 ແມັດ ຈາກລະດັບນ້ຳທະເລ ແລະ ເປັນຍອດພູທີ່ສູງເດັ່ນໃນບໍລິເວນ. ພື້ນທີ່ກວ່າ 200 ເຮັກຕາ ຖືກປົກຄຸມດ້ວຍປ່າໄມ້ອັນອຸດົມສົມບູນ ເປັນແຫລ່ງອາໄສຂອງສັດປ່ານາໆຊະນິດ ແລະ ພືດສະໝຸນໄພພື້ນເມືອງຫລາຍຊະນິດ ທີ່ປະຊາຊົນນຳໃຊ້ເປັນຢາປິ່ນປົວພະຍາດມາແຕ່ກ່ອນ. ໃນອະດີດ ພູຟ້າ ເປັນຖິ່ນອາໄສຂອງສັດປ່າຫາຍາກຫລາຍຊະນິດ ເຊັ່ນ: ເສືອ, ຊ້າງ, ແຮດ, ກະທິງ, ກວາງ ແລະ ນົກຍຸງ. ປັດຈຸບັນສັດປ່າຈຳນວນຫລາຍໄດ້ຍ້າຍຖິ່ນອາໄສຍ້ອນການຂະຫຍາຍຕົວຂອງຊຸມຊົນ, ແຕ່ຍັງມີສັດປ່າ ແລະ ແມງ ໄມ້ຫລາຍຊະນິດອາໄສຢູ່ເຮັດໃຫ້ພູຟ້າ ກາຍເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ງົດງາມ.


ຕາມຕຳນານ ນິທານພື້ນບ້ານ ກ່າວຂານກັນມາວ່າ: ປາງກ່ອນກີ້ຢູ່ເທິງຈອມພູສູງແຫ່ງນີ້ ຍັງມີເຄືອເຂົາໃຫຍ່ຕົ້ນໜຶ່ງ ຊື່ວ່າ: ເຄືອເຂົາຫລວງ. ເຄືອເຂົາດັ່ງກ່າວ ມີອາຍຸຫລາຍພັນປີ ແລະ ນັບມື້ນັບປົ່ງຍອດອອກໃບສູງຂຶ້ນ ເຮັດໃຫ້ຍອດຂອງເຄືອເຂົາຫລວງດັ່ງກ່າວ ເລືອຂຶ້ນໄປເຖິງເມືອງພະຍາແຖນແຫ່ງໜຶ່ງ ທີ່ຢູ່ສະຫວັນຊັ້ນຟ້າ, ເຄືອເຂົາຫລວງນີ້ ໄດ້ເລືອເຂົ້າໄປເຖິງພະລາດສະວັງຂອງພະຍາແຖນ, ພະຍາແຖນເລີຍໄດ້ສັ່ງໃຫ້ບັນດາເສນາໝາມາດໃຊ້ມີດຕັດຍອດຂອງເຄືອເຂົາຫລວງນັ້ນຖິ້ມ, ປະກົດວ່າຍິ່ງຕັດຍອດເຄືອເຂົາກໍ່ຍຶງປົ່ງຍອດອອກໄວຂຶ້ນເລື້ອຍໆ, ພະຍາແຖນເກີດມີການສົງໄສວ່າ ເຄືອດັ່ງກ່າວແມ່ນມາຈາກໃສ ເຫດໃດຈຶ່ງມາຮອດເມືອງພະຍາແຖນຂອງຕົນ. ມີມື້ໜຶ່ງ ພະຍາແຖນຈຶ່ງໄດ້ຕັດສິນໃຈ ຊອກຫາທີ່ມາຂອງຕົ້ນເຄືອເຂົາຕົ້ນນີ້. ພະຍາແຖນນຳພາເສນາບໍລິວານຕິດຕາມມານຳຈຳນວນໜຶ່ງ ພ້ອມກັນເລີ່ມຕົ້ນ ຕາມຈາກຍອດຂອງເຄືອເຂົາຫລວງເພື່ອຊອກຫາຕົ້ນຂອງມັນ. ພວກເຂົາໄດ້ໃຊ້ເວລາຫລາຍມື້ຫລາຍຄືນ ຈຶ່ງສາມາດລົງມາພົບເຫັນຕົ້ນຂອງເຄືອເຂົາຫລວງ. ປະກົດວ່າຕົ້ນເຄືອເຂົາຫລວງຕົ້ນນີ້ ມີຕົ້ນກຳເນີດຈາກພູສູງແຫ່ງໜຶ່ງໃນເມືອງມະນຸດມະນາ. ເມື່ອຮູ້ທີ່ມາຂອງເຄືອເຂົານີ້ແລ້ວ ພະຍາແຖນກໍສຸດທີ່ດີອົກດີໃຈ ທີ່ໄດ້ມາພົບຕົ້ນເຄືອເຂົາຫລວງ ຢູ່ເມືອງມະນຸດ. ຈາກນັ້ນພະຍາແຖນພ້ອມດ້ວຍບໍລິວານກໍໄດ້ພາກັນກັບຄືນສູ່ເມືອງຟ້າສະຫວັນ ແລ້ວໄດ້ປະກາດໃຫ້ຊາວເມືອງພະຍາແຖນຮູ້ຈັກ ເຖິງທີ່ມາຂອງຕົ້ນເຄືອເຂົາຫລວງ ແລະ ໄດ້ເລົ່າເລື່ອງຕ່າງໆ ໃນເລື່ອງທີ່ຕົນເອງເຫັນບັນດາມະນຸດທີ່ດຳລົງຊີວີດຢູ່ເຂດໃກ້ຄຽງພູສູງໜ່ວຍນີ້. ຕັ້ງແຕ່ນັ້ນມາ ຊາວເມືອງພະຍາແຖນທັງຫລາຍ ໄດ້ພາກັນລົງມາທ່ຽວທີ່ເມືອງມະນຸດ ເພື່ອລົງມາເບິ່ງການດຳລົງຊີວິດຂອງມະນຸດ ໃນໂລກເບື້ອງລຸ່ມດ້ວຍການໃຊ້ເຄືອເຂົາຫລວງເປັນຂັ້ນໄດ. ໃນເວລາດຽວກັນນັ້ນ, ລູກສາວຂອງພະຍາແຖນ ຊື່ ນາງ ກີ່ນນາລີ ກໍເຄີຍລົງມາທ່ຽວຫລິ້ນ ບໍລິເວນພູສູງແຫ່ງນີ້ເຊັ່ນດຽວກັນ. ຢູ່ໃກ້ຄຽງ ບໍລິເວນພູສູງແຫ່ງນີ້ກໍຍັງມີໜອງນ້ຳໃຫຍ່ ແຫ່ງໜຶ່ງ ທີ່ນາງ ກີ່ນນາລີ ເຄີຍລົງມາອາບນ້ຳໃນເວລາແດດຮ້ອນ. ຈາກນິທານພື້ນບ້ານດັ່ງກ່າວ ພູສູງໜ່ວຍນີ້ສາມາດເປັນເສັ້ນທາງຂຶ້ນສູ່ເມືອງສະຫວັນຊັ້ນຟ້າ. ດັ່ງນັ້ນ, ຊາວບ້ານຈຶ່ງໃສ່ຊື່ພູໜ່ວຍນີ້ວ່າ ພູຟ້າ. ອີງຕາມເລື່ອງນິທານດັ່ງກ່າວ ໜອງນ້ຳໃຫຍ່ທີ່ກ່າວໃນນິທານນັ້ນ ຍັງປະກົດມີຢູ່ ທີ່ຫລັກຫ້າ ຊື່ງຊາວບ້ານເຄີຍເອີ້ນໜອງນີ້ວ່າ: ໜອງກີ່ນນາລີ ຈົນມາເຖີງປັດຈຸບັນ.

ແນວໃດກໍຕາມ, ຢູ່ເທິງຈອມພູແຫ່ງນີ້ ຍັງມີ “ພະທາດມິ່ງຂວັນພູຟ້າ” ທີ່ເລີ່ມກໍ່ສ້າງໃນວັນທີ 22 ພະຈິກ 2004 ແລະ ສຳເລັດໃນວັນທີ 1 ພຶດສະພາ 2005. ພະທາດນີ້ມີຄວາມຍາວ 15 ແມັດ, ກວ້າງ 15 ແມັດ ແລະ ສູງ 15 ແມັດ ເປັນພະທາດທີ່ໃຫຍ່ທີ່ສຸດສ້າງໄວ້ເທິງຈອມພູຟ້າ. ພະທາດມິ່ງຂວັນຟ້າ ເປັນປູຊະນີຍະສະຖານທີ່ສຳຄັນຂອງແຂວງຜົ້ງສາລີ, ເປັນທີ່ສັກກາລະບູຊາຂອງຊາວພຸດທັງ ຫລາຍ. ໃນທຸກປີ ລະຫວ່າງວັນທີ 3-5 ພຶດສະພາ ປະຊາຊົນຈະພ້ອມໃຈກັນຂຶ້ນໄປສັກກາລະບູຊາ ເພື່ອຂໍພອນ ແລະ ຄວາມເປັນສິລິມົງຄຸນ. ທຸກໆ 4 ປີ ຍັງມີການຈັດບຸນໃຫຍ່ ດ້ວຍພິທີຕັກບາດ, ຍາດນ້ຳ ແລະ ກິດຈະກຳວັດທະນະທຳ ທີ່ສະທ້ອນເຖິງຄວາມສາມັກຄີ ແລະ ຄວາມເລື່ອມໃສໃນພຸດທະສາສະໜາຂອງປະຊາຊົນ. ດ້ວຍຄຸນຄ່າດ້ານທຳມະຊາດ, ປະຫວັດສາດ, ຕຳນານ ແລະ ຄວາມເຊື່ອທາງສາສະໜາ, ພູຟ້າ ຈຶ່ງເປັນມໍລະດົກອັນລ້ຳຄ່າຂອງແຂວງຜົ້ງສາລີ ແລະ ເປັນໜຶ່ງໃນແຫລ່ງທ່ອງທ່ຽວທີ່ສຳຄັນ ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງຊົມແຫລ່ງທ່ອງທ່ຽວພູຟ້າ ມາກາບໄຫ້ວຂໍພອນ ພະທາດມິ່ງຂວັນພູຟ້າ ແລະ ສຳຜັດຄວາມງາມ ຮຽນຮູ້ຕຳນານອັນຊົງຄຸນຄ່າຂອງດິນແດນແຫ່ງນີ້.

 ໂດຍ: ທອງສະຫວັນ

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top