ຂປລ
ທ່ານ ພານ ກົງເຊິ່ງ ຜູ້ວ່າການ ທະນາຄານກາງຈີນ (PBOC) ໄດ້ປະກາດ ມາດຕະການ ຫລາຍດ້ານ ເພື່ອແນໃສ່ຂະຫຍາຍຊ່ອງທາງ ການລົງທຶນລະຫວ່າງ ຕະຫລາດ ການເງິນ ຂອງເຂດຮົງກົງ ກັບ ສປຈີນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ພານ ກົງເຊິ່ງ ຜູ້ວ່າການ ທະນາຄານກາງຈີນ (PBOC) ໄດ້ປະກາດ ມາດຕະການ ຫລາຍດ້ານ ເພື່ອແນໃສ່ ຂະຫຍາຍ ຊ່ອງທາງ ການລົງທຶນລະຫວ່າງ ຕະຫລາດ ການເງິນ ຂອງເຂດຮົງກົງ ກັບ ສປຈີນ, ລວມເຖິງ ການຍົກລະດັບ ບົດບາດ ຂອງ ເຂດຮົງກົງ ເພື່ອສົ່ງເສີມ ການໃຊ້ ສະກຸນເງິນ ຢວນຢູ່ຕ່າງ ປະເທດ.
ທ່ານ ພານ ກົງເຊິ່ງ ກ່າວໃນກອງປະຊຸມ Hong Kong FIC & Bond Connect Summit ເມື່ອວັນທີ 7 ກໍລະກົດ ວ່າ: ມາດຕະການ ດັ່ງກ່າວ ແມ່ນກວມເອົາ ວົງເງິນ ຊ່ວຍ ເຫລືອ ສະພາບ ຄ່ອງ ເພື່ອທຸລະກິດ ສະກຸນເງິນຢວນ (RMB Business Facility). ໂດຍຄາດວ່າ ວົງເງິນຈະມີ ຂະໜາດເພີ່ມຂຶ້ນ ກວ່າສອງເທົ່າ ດ້ວຍມູນຄ່າລວມ 5 ແສນລ້ານ ຢວນ (7,4 ໝື່ນລ້ານ ໂດລາສະຫະລັດ) ເພື່ອຈະຊ່ວຍໃຫ້ ທະນາຄານ ທ້ອງຖິ່ນ ສາມາດ ເຂົ້າເຖິງ ສະກຸນເງິນເງິນຢວນ ໃນຮູບແບບຂອງເງິນກູ້ຢືມ ຈາກ ທະນາຄານກາງຮົງກົງ (HKMA) ໄດ້ຫລາຍຂຶ້ນ.
ນອກຈາກນີ້, ຜູ້ວ່າການ PBOC ຍັງກ່າວ ຕື່ມວ່າ: ໜ່ວຍງານ ກ່ຽວຂ້ອງ ຂອງຈີນ ໄດ້ເພີ່ມ ໂຄຕາ ໃນໂຄງການ ເຊົາບອນດ ຄອນເນກ (Southbound Bond Connect) ອະນຸຍາດ ໃຫ້ນັກລົງທຶນ ສະຖາບັນ ຈາກຈີນ ສາມາດຊື້ຕາສານໜີ້ ຕ່າງປະເທດ ຜ່ານເຂດຮົງກົງໄດ້ ໂດຍຈະເພີ່ມ ເພດານ ລາຍປີໃຫ້ແກ່ ໂຄງການນີ້ ເປັນ 8 ແສນລ້ານຢວນ ຈາກເດີມ 5 ແສນລ້ານຢວນ./
KPL