ຂປລ
ສຳນັກງານ ບໍລິການ ກວດຄົນ ເຂົ້າເມືອງ ຍີ່ປຸ່ນ ໄດ້ປະກາດ ຮ່າງຄຳສັ່ງ ຄະນະ ລັດຖະມົນຕີ ໃນການ ປັບຂຶ້ນ ຄ່າທຳນຽມ ສຳລັບ ຊາວຕ່າງປະເທດ ທີ່ ຕ້ອງການປ່ຽນແປງ ແລະ ຕໍ່ອາຍຸ ສະຖານະພາບ ການອາໄສ (ວີຊ້າ) ຈາກເດີມ 6.000 ເຢນ ຂຶ້ນເຖິງ 75.000 ເຢນ.
ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ບໍລິການ ກວດຄົນ ເຂົ້າເມືອງ ຍີ່ປຸ່ນ ໄດ້ປະກາດ ຮ່າງຄຳສັ່ງ ຄະນະ ລັດຖະມົນຕີ ໃນການ ປັບຂຶ້ນ ຄ່າທຳນຽມ ສຳລັບ ຊາວຕ່າງປະເທດ ທີ່ ຕ້ອງການປ່ຽນແປງ ແລະ ຕໍ່ອາຍຸ ສະຖານະພາບ ການອາໄສ (ວີຊ້າ) ຈາກເດີມ 6.000 ເຢນ ຂຶ້ນເຖິງ 75.000 ເຢນ. ໂດຍຄ່າທຳນຽມໃໝ່ ສຳລັບ ການປ່ຽນ ສະຖານະພາບ ການອາໄສ ຊົ່ວຄາວ ແລະ ການຕໍ່ອາຍຸ ໄລຍະເວລາ ອາໄສ ໃນລະຫວ່າງ 10.000 – 75.000 ເຢນ, ເຊິ່ງຂຶ້ນ ຢູ່ກັບ ໄລຍະເວລາ ການພັກອາໄສ.
ປັດຈຸບັນ, ຄ່າທຳນຽມ ການຕໍ່ອາຍຸ ສະຖານະພາບ ການພັກອາໄສ ແມ່ນກຳນົດໄວ້ 6.000 ເຢນ ສຳລັບ ການຍື່ນໃບຄຳຮ້ອງ ດ້ວຍຕົນເອງ ໂດຍບໍ່ຄຳນຶງເຖິງ ໄລຍະເວລາ ການພັກອາໄສ. ໃນຂະນະທີ່ ຄ່າທຳນຽມ ການຂໍຮັບສະຖານະພາບ ຜູ້ອາໄສຖາວອນ (Permanent Resident) ຈະເພີ່ມຂຶ້ນ ຈາກ 10.000 ເຢນ ເປັນ 200.000 ເຢນ.
ເຈົ້າໜ້າທີ່ ສຳນັກງານ ລະບຸວ່າ: ການປັບຂຶ້ນ ຄ່າທຳນຽມ ດັ່ງກ່າວ ຄາດວ່າ ຈະມີຜົນ ບັງຄັບໃຊ້ ໃນເດືອນຕຸລາ ຫລັງຈາກການເປີດຮັບຟັງ ຄວາມຄິດເຫັນ ຈາກ ສາທາລະນະຊົນ ໂດຍເລີ່ມແຕ່ ວັນທີ 3 ກໍລະກົດ ທີ່ຜ່ານມາ./
KPL