ປະເທດສະມາຊິກນາໂຕ ອາດເພີ່ມອັດຕາສ່ວນ ງົບປະມານທາງການທະຫານ

07/07/2026 16:58
ຂປລ ທ່ານ ມັກ ຣຸດເຕ ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ ຫລື ນາໂຕ ໄດ້ຮຽກຮ້ອງ ໃຫ້ປະເທດ ສະມາ ຊິກນາໂຕ ຈົ່ງປະຕິບັດ ຕາມຄໍາໝັ້ນສັນຍາໃນການເພີ່ມອັດຕາສ່ວນງົບປະມານ ດ້ານການປ້ອງກັນປະເທດ ໃຫ້ ກວມເອົາ 5% ຂອງລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ຂອງປະເທດໃຜລາວ ກ່ອນປີ 2035.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 6 ກໍລະກົດນີ້, ທ່ານ ມັກ ຣຸດເຕ ເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ ຫລື ນາໂຕ ໄດ້ຮຽກຮ້ອງ ໃຫ້ປະເທດສະມາຊິກນາໂຕ ຈົ່ງປະຕິບັດ ຕາມຄໍາໝັ້ນສັນຍາໃນການເພີ່ມອັດຕາສ່ວນງົບປະມານ ດ້ານການປ້ອງກັນປະເທດ ໃຫ້ກວມເອົາ 5% ຂອງລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ຂອງປະເທດໃຜລາວ ກ່ອນປີ 2035. ທ່ານ ຣຸດເຕ ກ່າວວ່າ: ຍັງຄອງຄອຍ ບັນດາປະເທດສະມາຊິກ ຈະສະເໜີແຜນການທີ່ຈະແຈ້ງ, ເປັນຮູບປະທໍາ ແລະ ໜ້າເຊື່ອຖື ໃນກອງປະຊຸມສຸດຍອດນາໂຕ ທີ່ຈະຈັດຂຶ້ນຢູ່ນະຄອນຫລວງອັນຄາຣາ ຂອງ ຕູຣະເຄຍ ເພື່ອບັນລຸເປົ້າໝາຍ ໃນການຍົກສູງລາຍຈ່າຍ ງົບປະມານ ດ້ານການປ້ອງກັນປະເທດໃຫ້ຢູ່ໃນລະດັບ 5% ຂອງ GDP. ນາໂຕ ຕ້ອງຫັນຄວາມເຂັ້ມແຂງ ທາງ​ດ້ານ​ເສດ​ຖະ​ກິດ ໄປສູ່ຄວາມ ສາມາດ ດ້ານການທະຫານ ດ້ວຍການລົງທຶນ ເຂົ້າໃນຂົງເຂດ ທີ່ເປັນຂໍກຸນແຈສໍາຄັນ ເຊັ່ນ: ລູກສອນໄຟ ນໍາວິຖີ ແລະ ລະບົບສະກັດກັ້ນ ເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top