ຂປລ
ການຕີລາຄາປະເທດໃດໜຶ່ງ ມີສິດທິມະນຸດ ຫລືບໍ່, ບໍ່ຄວນເອົາ ມາດຕະຖານ ຂອງປະເທດອື່ນມາຊັ່ງຊາ, ຍິ່ງບໍ່ຄວນ ໃຊ້ສອງ ມາດຕະຖານທີ່ເອົາບັນຫາສິດທິມະນຸດ ມາເປັນເຄື່ອງມື ທາງການເມືອງ ເພື່ອເຂົ້າແຊກແຊງວຽກງານ ພາຍໃນຂອງປະເທດອື່ນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 6 ກໍລະກົດນີ້, ທ່ານ ຊຸ່ນເຫລີຍ ຮອງຜູ້ຕາງໜ້າຖາວອນຂອງ ສປ ຈີນປະຈໍາ ອົງການ ສະຫະປະຊາຊາດ ໄດ້ປະກອບຄໍາເຫັນ ພາຍຫລັງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ຮັບຮອງເອົາຮ່າງມະຕິ ກ່ຽວກັບ ຖານະຂອງສະພາສິດທິມະນຸດ ອົງການ ສະຫະ ປະຊາຊາດ ໂດຍກ່າວວ່າ: ການຕີລາຄາປະເທດໃດໜຶ່ງ ມີສິດທິມະນຸດ ຫລືບໍ່, ບໍ່ຄວນເອົາ ມາດຕະຖານ ຂອງປະເທດອື່ນມາຊັ່ງຊາ, ຍິ່ງບໍ່ຄວນໃຊ້ສອງ ມາດຕະຖານທີ່ເອົາບັນຫາສິດທິມະນຸດ ມາເປັນເຄື່ອງມື ທາງການເມືອງ ເພື່ອເຂົ້າແຊກແຊງວຽກງານ ພາຍໃນຂອງປະເທດອື່ນ. ທ່ານ ຊຸ່ນເຫລີຍ ຊີ້ໃຫ້ເຫັນວ່າ: ປະຊາຄົມໂລກ ຕ້ອງຍຶດໝັ້ນ ຄວາມສະເໝີພາບ ດ້ານອະທິປະໄຕ, ເຄົາລົບການປົກຄອງ ຕາມກົດໝາຍສາກົນ ແລະ ຈັດຕັ້ງປະຕິບັດ ລັດທິຫລາຍຝ່າຍ, ເພີ່ມທະວີ ຄວາມສາມັກຄີ ແລະ ການຮ່ວມມືກັນ ພາຍໃຕ້ຂອບອົງການ ສະຫະ ປະຊາຊາດ, ລວມເຖິງ ການຮັບມືກັບ ສິ່ງທ້າທາຍດ້ານສິດທິມະນຸດສາກົນ ດ້ວຍການເຄື່ອນໄຫວທີ່ຕິດແທດກັບຕົວຈິງ ເພື່ອຊຸກຍຸ້ ການຄຸ້ມຄອງ ສິດທິມະນຸດທົ່ວໂລກ ໃຫ້ໄດ້ຮັບການພັດທະນາ ໄປໃນທາງທີ່ມີຄວາມຍຸດຕິທຳ, ທ່ຽງທໍາ, ສົມເຫດສົມຜົນ ແລະ ກວມລວມ ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL