ຜະລິດຕະພັນປ້ອງກັນແດດຂອງ ສປ ຈີນ ໄດ້ຮັບຄວາມນິຍົມໃນເອີຣົບ

07/07/2026 16:58
ຂປລ ທ່ານ ນາງ ເມົານິງ ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ. ໂອກາດດັ່ງກ່າວ, ມີນັກ ຂ່າວຖາມກ່ຽວກັບ ກໍລະນີ ຜະລິດຕະພັນ ປ້ອງກັນແດດ ແລະ ຊ່ວຍລະບາຍຄວາມຮ້ອນຂອງ ສປ ຈີນ ເຊັ່ນ: ເຄື່ອງປັບ ອາກາດ, ພັດລົມ ແລະ ຄັນຮົ່ມກັນແດດ ເປັນຕົ້ນ ໄດ້ຮັບຄວາມນິຍົມຊົມຊອບຈາກ ຊາວເອີຣົບ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 6 ກໍລະກົດນີ້, ທ່ານ ນາງ ເມົານິງ ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ. ໂອກາດດັ່ງກ່າວ, ມີນັກຂ່າວຖາມກ່ຽວກັບ ກໍລະນີ ຜະລິດຕະພັນ ປ້ອງກັນແດດ ແລະ ຊ່ວຍລະບາຍຄວາມຮ້ອນຂອງ ສປ ຈີນ ເຊັ່ນ: ເຄື່ອງປັບອາກາດ, ພັດລົມ ແລະ ຄັນຮົ່ມກັນແດດ ເປັນຕົ້ນ ໄດ້ຮັບຄວາມນິຍົມຊົມຊອບຈາກ ຊາວເອີຣົບ. ທ່ານ ນາງ ເມົານິງ ກ່າວວ່າ: ສໍາລັບສິນຄ້າ ທີ່ມີຄຸນນະພາບດີ, ລາຄາບໍ່ແພງ ແລະ ສອດຄ່ອງກັບ ຄວາມຕ້ອງການ ຂອງຜູ້ບໍລິໂພກແລ້ວ, ເປັນເລື່ອງແນ່ນອນ ທີ່ຈະໄດ້ຮັບຄວາມນິຍົມຊົມຊອບ. ໂຄງປະກອບ ການຄ້າ ລະຫວ່າງ ສປ ຈີນ-ເອີຣົບ ແມ່ນໝາກຜົນ ຕາມທໍາມະຊາດ ທີ່ຂັບເຄື່ອນດ້ວຍຄວາມຕ້ອງການ ຂອງຕະຫລາດ ບົນພື້ນຖານ ສອງຝ່າຍ ມີທ່າແຮງຊ່ວຍຊູຍູ້ໜູນກັນ. ຄວາມຈິງ ໄດ້ພິສູດ ໃຫ້ເຫັນ ວ່າ: ການຄ້າ ລະຫວ່າງ ສປຈີນ-ເອີຣົບ ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຜົນປະໂຫຍດ ແລະ ຜູ້ສະໜອງໄດ້ຮັບຜົນກໍາໄລ ເຊິ່ງການຄ້າດັ່ງກ່າວ ເປັນທາງເລືອກຄູ່ກັນຂອງສອງຝ່າຍ ແລະ ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ. ຫວັງວ່າບຸກຄົນທີ່ກ່ຽວຂ້ອງຂອງເອີຣົບ ຈະສາມາດເບິ່ງການພົວພັນ ເສດຖະກິດ-ການຄ້າ ຢ່າງພາວະວິໄສ ແລະ ຮ່ວມກັນສົ່ງເສີມ ການເຕີບໂຕ ລວມແບບ ຕ່າງຝ່າຍຕ່າງ ໄດ້ຮັບຜົນ ປະໂຫຍດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top