ມອບປຶ້ມເຖິງຫລານໃຫ້ຫ້ອງສະໝຸດໂຮງຮຽນ20ແຫ່ງ ໃນນະຄອນຫລວງວຽງຈັນ

01/07/2026 15:39
ຂປລ ຂປລ. ໃນວັນທີ 29 ມິຖຸນາ 2026, ຄອບຄົວ ທ່ານ ທູດ ສຸທຳ ສາກົນນິຍົມ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ ໄດ້ຈັດພິທີ ມອບປຶ້ມທີ່ມີຊື່ວ່າ “ຈົດໝາຍເຖິງຫລານ” ທີ່ຂຽນໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ສະບັບ ພາສາລາວ ແລະ ພາສາອັງກິດ

ຂປລ. ໃນວັນທີ 29 ມິຖຸນາ 2026, ຄອບຄົວ ທ່ານ ທູດ ສຸທຳ ສາກົນນິຍົມ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ ໄດ້ຈັດພິທີ ມອບປຶ້ມທີ່ມີຊື່ວ່າ “ຈົດໝາຍເຖິງຫລານ” ທີ່ຂຽນໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ສະບັບ ພາສາລາວ ແລະ ພາສາອັງກິດ ໃຫ້ແກ່ຫ້ອງສະໝຸດຂອງໂຮງຮຽນ ມັດທະຍົມລາວ ແລະ ໂຮງຮຽນ ມັດທະຍົມນາໆຊາດ ຈຳນວນ 20 ໂຮງຮຽນ ຢູ່ທີ່ນະຄອນຫລວງ ວຽງຈັນ. ທ່ານ ມະໄລວຽງ ສາກົນນິຍົມ ໄດ້ກ່າວວ່າ: ຈົດໝາຍເຖິງຫລານທີ່ ຂຽນຂຶ້ນໂດຍທ່ານ ທອງລຸນ ສີສຸລິດ ໄດ້ເລີ່ມຕົ້ນຂຶ້ນຢູ່ເທິງຍົນຖ້ຽວພິເສດ ໝາຍເລກ QV 888 ຈາກວຽງຈັນເຖິງເມືອງພູຊານ ສ ເກົາຫລີ ໃນ ວັນທີ 10 ທັນວາ 2014 ເວລາ ທ່ານເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເພື່ອ ເດີນທາງໄປເຂົ້າຮ່ວມກອງປະຊຸມ ສຸດຍອດສະໄໝພິເສດສະຫລອງ ຄົບຮອບ 25 ປີ ຂອງການພົວພັນ ອາຊຽນ-ສ ເກົາຫລີ, ເວລານັ້ນ ທ່ານມີຫລານ 5 ຄົນ ຊຶ່ງຈົດໝາຍ ເຖິງຫລານທີ່ຂຽນຂຶ້ນແຕ່ປີ 2014 ໄດ້ໃຊ້ເວລາ 5 ປີ ແລະ ໄດ້ສິ້ນສຸດ ລົງ ໃນປີ 2019 ເມື່ອທ່ານເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ມີຫລານຕື່ມເປັນຄົນທີ 6. ສ່ວນໃຫຍ່ຂອງການຂຽນແມ່ນໃຊ້ ເວລາທີ່ທ່ານຢູ່ເທິງຍົນເມື່ອເດີນ ທາງໄປປະຕິບັດໜ້າທີ່ການທູດຢູ່ ຕ່າງປະເທດໃນຖານະເປັນຮອງນາ ຍົກ, ລັດຖະມົນຕີການຕ່າງປະເທດ ແລະ ເວລາເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ. ພາຍຫລັງສຳເລັດການມອບຮັບປຶ້ມແລ້ວ, ນັກຮຽນຕົວແທນ ຈາກໂຮງຮຽນຕ່າງໆໄດ້ຂຶ້ນກ່າວ ສະແດງຄວາມຂອບໃຈ ແລະ ຮູ້ ບຸນຄຸນຕໍ່ທ່ານປະທານປະເທດ ຊຶ່ງປຶ້ມດັ່ງກ່າວ ເປັນຊັບສົມບັດ ອັນລໍ້າຄ່າ ແລະ ມູນມໍລະດົກທີ່ ພວກຫລານຈະນໍາໃຊ້ເປັນແຮງ ບັນດານໃຈໃຫ້ດຸໝັ່ນຮໍ່າຮຽນ ເເລະ ກາຍເປັນພົນລະເມືອງດີຂອງຊາດໂດຍສະເພາະຄຳຄົມທີ່ວ່າ “ຊີວິດ ຕ້ອງສູ້ ແລະ ຕໍ່ສູ້ເພື່ອມີຊີວິດ” ຈະ ເປັນແຮງບັນດານໃຈໃຫ້ພວກຫລານ ບໍ່ທໍ້ຖອຍໃນການຮໍ່າຮຽນ”.

KPL

ຂ່າວອື່ນໆ

ads
ads

Top