6 ເດືອນຕົ້ນ 2026 ແຂວງສາລະວັນ ຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ

07/07/2026 12:34
ຂປລ ຂປລ. ໃນໄລຍະ6 ເດືອນຕົ້ນປີຜ່ານມາ ແຂວງສາລະວັນ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄຽງຄູ່ກັບການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ການພັດທະນາສັງຄົມ ຈົນສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫລາຍຂົງເຂດ.

ຂປລ. ໃນໄລຍະ6 ເດືອນຕົ້ນປີຜ່ານມາ ແຂວງສາລະວັນ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ   ຄຽງຄູ່ກັບການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ການພັດທະນາສັງຄົມ ຈົນສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫລາຍຂົງເຂດ.

ທ່ານ ປະເດີມພອນ ສົນທະນີ, ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສາລະວັນ ໄດ້ໃຫ້ສຳພາບຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ Iເມື່ອບໍ່ດົນມານີ້ວ່າ: ເຖິງວ່າ ສະພາບການຂອງໂລກ ແລະ ພາກພື້ນ ຍັງມີຄວາມຜັນຜວນ, ສັບສົນ ແລະ ຄາດເດົາໄດ້ຍາກ ອັນໄດ້ສົ່ງກະທົບໂດຍທາງກົງ ແລະ ທາງອ້ອມ ຕໍ່ພາຍໃນປະເທດເວົ້າລວມ, ເວົ້າສະເພາະກໍຄືແຂວງສາລະວັນ. ນອກນັ້ນ, ແຂວງພວກເຮົາຍັງພົບຄວາມຫຍຸ້ງຍາກດ້ານໜີ້ສິນການລົງທຶນ ແລະ ການແກ້ໄຂພື້ນຖານໂຄງລ່າງສາທາລະນຸປະໂພກ, ເສັ້ນທາງຄົມມະນາຄົມ ຈຳນວນໜຶ່ງຍັງບໍ່ທັນກໍ່ສ້າງ, ສ້ອມແປງສຳເລັດ, ແຕ່ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າຂອງຄະນະພັກ, ຄະນະກຳມະການປົກຄອງແຂວງ, ຄວາມເປັນເຈົ້າການ ຂອງບັນດາພະແນກການ, ອົງການທຽບເທົ່າ, ເມືອງ ແລະ ການປະກອບສ່ວນທົ່ວສັງຄົມເຮັດໃຫ້ການພັດທະນາຂອງແຂວງມີທ່ວງທ່າຂະຫຍາຍຕົວດີຂຶ້ນ ຊຶ່ງສະແດງອອກຄື ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຕາມລາຄາ ປັດຈຸບັນ ປະຕິບັດໄດ້ 5.392 ຕື້ກີບ, ເທົ່າກັບ 58,05% ຂອງແຜນ ການປີ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 4,8%. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ຂະ ຫຍາຍຕົວ ໃນລະດັບ 2% ກວມ 46,5%; ຂະແໜງອຸດສາຫະກຳ ຂະຫຍາຍຕົວໃນລະດັບ 5,1% ກວມ 22,5% ແລະ ຂະແໜງການບໍລິການ ຂະຫຍາຍຕົວ ໃນລະດັບ 6,5% ກວມ 30%.

ດ້ານງົບປະມານ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 572,85 ຕື້ກີບ ເທົ່າກັບ 154,50% ຂອງ ແຜນການປີ; ໃນນັ້ນລາຍຮັບຈາກພາສີ ປະຕິບັດໄດ້ 463,51 ຕື້ກີບເທົ່າກັບ 390,74% ຂອງແຜນການປີ ຖືເປັນຜົນງານທີ່ໂດດເດ່ັນ. ຂະນະດຽວກັນ,​ ການຄຸ້ມຄອງລາຍຈ່າຍງົບປະມານດຳເນີນໄປຢ່າງຮັດກຸມ ແລະ ຢູ່ໃນຂອບທີ່ກຳນົດ, ການປະຕິບັດລາຍຈ່າຍງົບປະມານທັງໝົດ 341,81 ຕື້ກີບ ເທົ່າກັບ 39,06% ຂອງແຜນການປີ, ອັນທີ່ພົ້ນເດັ່ນແມ່ນ: 1) ສາມາດຄຸ້ມຄອງລາຍຈ່າຍງົບປະມານ ຢູ່ກອບເພດານລາຍຈ່າຍງົບປະມານທີ່ ສະພາຮັບຮອງ ແລະ ປະຕິ ບັດລາຍຈ່າຍທີ່ເປັນບຸລິມະສິດຂອງລັດຖະບານໄດ້ທັນຕາມກຳນົດເວລາ; 2) ຫົວໜ່ວຍງົບປະມານທົ່ວແຂວງໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມງວດ ໂດຍສະເພາະການປະກອບເອກະສານ ຂໍອະນຸມັດການເບີກຈ່າຍງົບປະມານໃນແຕ່ລະພາກພາກ, ຮ່ວງແຕ່ລະເດືອນ, ງວດທັນຕາມກຳນົດເວລາ ແລະ ຖືກຕ້ອງຕາມແຜນໄດ້ຈັດສັນໄວ້; 3) ການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງລາຍຈ່າຍ ງົບປະມານແຫ່ງລັດ ໄດ້ຫລຸດຜ່ອນຂອດ-ຂັ້ນ ການບໍລິການ, ປະຢັດເວລາ ແລະ ມີປະສິດທິຜົນສູງ.

ດ້ານການຄ້າ ແລະ ການລົງທຶນ ມູນຄ່າການສົ່ງອອກບັນລຸ 2.296,59 ຕື້ກີບ ເທົ່າກັບ 78,96% ຂອງແຜນການປີ. ສ່ວນມູນຄ່າການນໍາເຂົ້າຜ່ານດ່ານສາກົນ 2 ດ່ານ ປະຕິບັດໄດ້ 584,51 ຕື້ກີບ ໂດຍສ່ວນໃຫຍ່ເປັນ ເຄື່ອງກໍ່ສ້າງ ແລະ ອຸປະກອນກົນຈັກການສ້າງຕັ້ງໂຮງງານປຸງແຕ່ງ. ສ່ວນການຜະລິດພະລັງງານໄຟຟ້າ ສາມາດປະຕິບັດໄດ້ 60,52 ລ້ານກິໂລວັດໂມງ ເທົ່າກັບ11,34% ຂອງແຜນການປີ ແລະ ສາມາດຂະຫຍາຍຕາຂ່າຍໄຟຟ້າແຮງກາງ 22 kv ປະຕິບັດໄດ້ 36 ກິໂລແມັດ ລື່ນແຜນສີ່ເທົ່າຕົວ ແລະ ຂະຫຍາຍຕາຂ່າຍໄຟຟ້າແຮງດັນຕໍ່າ 0,4 kv ປະຕິບັດໄດ້ 1,3 ກິໂລແມັດ.

ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ປັບປຸງພື້ນຖານວັດຖຸເຕັກນິກ ຮັບໃຊ້ໃຫ້ແກ່ການ ຜະລິດກະສິກຳ ແລະ ປ່າໄມ້ ເພື່ອຮອງຮັບໃຫ້ແກ່ການຜະລິດ, ການປູກເຂົ້ານາແຊງ ປະຕິບັດໄດ້ 13.348 ເຮັກຕາ ເທົ່າກັບ 95% ຂອງແຜນປີ, ພືດລະດູແລ້ງ ປະຕິບັດໄດ້ 5.022 ເຮັກຕາ ເທົ່າກັບ 65% ຂອງແຜນການປີ. ໃນນີ້, ການປູກພືດໃນຊົນລະປະທານ ປະຕິບັດໄດ້ 1.099 ເຮັກຕາ, ປັດຈຸບັນ ເກັບກູ້ສໍາເລັດ 100%. ສໍາເລັດການເກັບກູ້ພຶດສິນຄ້າທີ່ປູກໃນປີ 2025 (ພືດຂ້າມປີ), ໃນເນື້ອທີ່ທັງໝົດ 77.288 ເຮັກຕາ, ໃນນີ້ ມັນຕົ້ນ ໄດ້ 1.202.961 ໂຕນ, ກາເຟ ໄດ້ 34,552 ໂຕນ (ໝາກ ລ້ອມ). ສ່ວນດ້ານການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີມູນຄ່າລວມຍອດຜະລິດຕະພັນ ອຸດສາຫະກຳ-ປຸງແຕ່ງ ໄລຍະ 6 ເດືອນຕົ້ນປີ ປະຕິບັດໄດ້ 156,56 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29,15%; ມູນຄ່າການຈໍລະຈອນສິນຄ້າ ປະຕິບັດໄດ້ 1.352 ຕື້ກວ່າກີບ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 3,95%. ຂະນະທີ່ການທ່ອງທ່ຽວສາມາດຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ 70.270 ເທື່ອຄົນ, ເທົ່າກັບ 45,27% ຂອງແຜນປີ ແລະ ສ້າງລາຍຮັບໄດ້ 9,8 ລ້ານກວ່າໂດລາ, ປະຕິບັດໄດ້ 60% ຂອງແຜນການປີ.   

ພ້ອມນີ້, ຍັງສືບຕໍ່ພັດທະນາພື້ນຖານໂຄງລ່າງ ສ້ອມແປງທາງຫລວງແຫ່ງຊາດ ປີ 2025 (13ໃຕ້, 15, 1H+20) ປະຕິບັດໄດ້ 89,21%, ຟື້ນຟູຂົວຂ້າມນໍ້າເຊເສັດ (ຕາດເລາະ) ປະຕິບັດໄດ້ 42,28%, ກໍ່ສ້າງຂົວຂ້າມນໍ້າເຊໂດນບົວລະພາ (ຄົງເຊໂດນ) ປະຕິບັດໄດ້ 62,09%, ສ້ອມແປງທາງເລກທີ 2.6902 (ເລົ່າງາມ-ຄົງເຊໂດນ) ຄືບໜ້າ 10,49% ແລະ ທາງເລກທີ 3.6946 (ເລົ່າງາມ) ຄົບໜ້າ 35,81% ແລະ ທາງເລກທີ 3.6903 (ເມືອງ ສາລະວັນ - ບ້ານແບ່ງວັງຈັນ) ສໍາເລັດການສໍາຫລວດພາກສະໜາມ ກຳລັງອອກແບບ-ຄິດໄລ່ ເພື່ອສະເໜີເຂົ້າແຜນປີ 2027 ແລະ ທາງ 5.9646 (ບ້ານ ເລົ່າມີໄຊ ຫາ ແຫລ່ງ ທ່ອງທ່ຽວທາດກະເດົາທິກ) ສຳເລັດການສະເໜີສໍາຫລວດ-ອອກແບບ ຍົກລະດັບເປັນທາງປູດິນປະສົມຫີນ, ທາງເລກທີ 5.6951 (ໄປແຫລ່ງທ່ອງທ່ຽວສີ່ພັນຂຸມ) ແລະ ທາງເລກທີ 3.6906. ນອກນັ້ນ, ຍັງໄດ້ຍົກເລີກສັນຍາທາງເລກທີ 5.6977 (ເມືອງຕຸ້ມລານ) ແລະ ທາງເລກທີ 5.6955 (ເມືອງວາປີ) ກຳລັງສົ່ງເອກະສານຍົກເລີກສັນຍາໃຫ້ພະແນກການເງິນແຂວງ.

ນອກຈາກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 425/ຄຈສຂ.ສວ, ລົງວັນທີ 12 ທັນວາ 2025 ວ່າດ້ວຍການຮັບຮອງເອົາຕາແສງພາຍໃນແຂວງສາລະວັນ ມີທັງໝົດ 38 ຕາແສງ. ໃນນັ້ນ, ເມືອງສາລະວັນ 6 ຕາແສງ, ເມືອງເລົ່າງາມ 5 ຕາແສງ, ເມືອງວາປີ 4 ຕາແສງ, ເມືອງຄົງເຊ ໂດນ 5 ຕາແສງ, ເມືອງລະຄອນເພັງ 5 ຕາແສງ, ເມືອງຕຸ້ມລານ 4 ຕາແສງ, ເມືອງຕະໂອ້ຍ 5 ຕາແສງ ແລະ ເມືອງສະໝ້ວຍ 4 ຕາແສງ, ປັດຈຸບັນໄດ້ປະກາດສ້າງຕັ້ງສໍາເລັດແລ້ວ ຈໍານວນ 12 ຕາແສງ ແລະ ສືບຕໍ່ປະກາດໃຫ້ແລ້ວໃນປີນີ້ ຫລື ຊ້າສຸດ ແມ່ນກາງປີ 2027. ໄດ້ສຸ່ມໃສ່ການຈັດຕັ້ງປະຕິບັດ ຄໍາສັ່ງ 46/ນຍ ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ແລະ ພວກເຮົາ ສາມາດຈັບກຸ່ມຜູ້ລັກ ລອບຂຸດຄົ້ນແຮ່ທາດ ແລະ ປັດຈຸບັນ ແມ່ນສືບຕໍ່ດໍາເນີນຄະນະດີ ຢ່າງເຂັ້ມງວດຕໍ່ພວກກ່ຽວ.

KPL

ຂ່າວອື່ນໆ

ads
ads

Top