ສະວິດ ຈັດກອງປະຊຸມການຄຸ້ມຄອງ ປັນຍາປະດິດ ທົ່ວໂລກ ຄັ້ງທໍາອິດ

07/07/2026 16:59
ຂປລ ກອງປະຊຸມສົນທະນາ ກ່ຽວກັບ ການຄຸ້ມຄອງປັນຍາປະດິດທົ່ວໂລກ ຄັ້ງທໍາອິດ ໄດ້ຈັດຂຶ້ນ​ຢູ່ ​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິດ, ໂດຍມີ ຜູ້ເຂົ້າຮ່ວມ 1.500 ຄົນ ຈາກທົ່ວໂລກ ໄດ້ເຂົ້າຮ່ວມແລກປ່ຽນຄໍາເຫັນກ່ຽວກັບ ການຄຸ້ມຄອງປັນຍາ ປະດິດ ໃນກອງປະຊຸມ ທີ່ຈະດໍາເນີນເປັນເວລາ 2 ວັນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 6 ກໍລະກົດນີ້, ກອງປະຊຸມສົນທະນາ ກ່ຽວກັບ ການຄຸ້ມຄອງປັນຍາປະດິດທົ່ວໂລກ ຄັ້ງທໍາອິດ ໄດ້ຈັດຂຶ້ນ​ຢູ່ ​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິດ, ໂດຍມີ ຜູ້ເຂົ້າຮ່ວມ 1.500 ຄົນ ຈາກທົ່ວໂລກ ໄດ້ເຂົ້າຮ່ວມແລກປ່ຽນຄໍາເຫັນກ່ຽວກັບ ການຄຸ້ມຄອງປັນຍາປະດິດ ໃນກອງປະຊຸມ ທີ່ຈະດໍາເນີນເປັນເວລາ 2 ວັນ.ຈາກນັ້ນ ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິ ການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ກ່າວໃນພິທີເປີດກອງປະຊຸມສົນທະນາຄັ້ງນີ້ວ່າ: ປັນຍາປະດິດ ພວມໄດ້ຮັບການພັດທະນາ ດ້ວຍຄວາມໄວ ທີ່ໜ້າຕື່ນຕົກໃຈ ເຊິ່ງບັນຫາສໍາຄັນ ທີ່ຈະຮ່ວມ ກັນຄຸ້ມ ຄອງປັນຍາປະດິດ ຫລື ໃຫ້ປັນຍາປະດິດ ຄຸ້ມຄອງພວກເຮົາ. ກອງປະຊຸມຄັ້ງນີ້ ເຮັດໃຫ້ທຸກປະເທດລ້ວນແຕ່ມີໂອກາດເຂົ້າຮ່ວມ ການສົນທະນາ ກ່ຽວກັບບັນຫາດັ່ງກ່າວ ເປັນຄັ້ງທໍາອິດ. ປັດຈຸບັນ, ພວກເຮົາ ຕ້ອງຫັນການເຂົ້າຮ່ວມໃນທົ່ວໂລກ ໄປສູ່ການເຄື່ອນໄຫວໃນທົ່ວໂລກ ເພື່ອເຮັດໃຫ້ປັນຍາປະດິດມີຄວາມປອດໄພ, ຄວາມຍຸດຕິທໍາ, ເຂົ້າເຖິງໄດ້ງ່າຍ ແລະ ສອດຄ່ອງກັບ ຈະລິຍະທໍາ ຫ]າຍກວ່າ ເກົ່າ.ກອງປະຊຸມຄັ້ງນີ້ ຈະສຸມໃສ່ 4 ວຽກງານບຸລິມະສິດ ຄື: ໂອກາດ ແລະ ຜົນສະທ້ອນ ຂອງປັນຍາປະດິດ; ການເສີມສ້າງຄວາມສາມາດ ແລະ ຊ່ອງຫວ່າງໃນຂົງເຂດປັນຍາປະດິດ; ປັນຍາປະດິດ ທີ່ປອດ ໄພ ແລະ ໜ້າເຊື່ອຖື; ສິດທິມະນຸດ ແລະ ການຕິດຕາມກວດກາດ້ວຍມະນຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top