ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນ ສປປ ລາວ ຜ່ານຄູ່ມືການລາຍງານຂ່າວແບບມືອາຊີບ

07/07/2026 12:30
ຂປລ ຂປລ. ວັນທີ 3 ກໍລະກົດ 2026 ທີ່ນະຄອນຫລວງວຽງຈັນ, ບໍລິສັດ ອາດີເຄ ກຣຸບ (RDK Group) ໄດ້ຈັດງານນຳສະເໜີປຶ້ມຄູ່ມືສື່ມວນຊົນ ໃນ ສປປ ລາວ ເພື່ອຍົກລະດັບວິຊາຊີບການລາຍງານຂ່າວໃນຍຸກດີຈິຕອນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມົນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຜຸ້ຕາງໜ້າຈາກບໍລິສັດ ອາດີເຄ ກຣຸບ,​ ແຂກຖືກເຊີນ ແລະ ສື່ມວນຊົນຈາກຫລາຍພາກສ່ວນເຂົ້າຮ່ວມ.

ຂປລ. ວັນທີ 3 ກໍລະກົດ 2026 ທີ່ນະຄອນຫລວງວຽງຈັນ, ບໍລິສັດ ອາດີເຄ ກຣຸບ (RDK Group) ໄດ້ຈັດງານນຳສະເໜີປຶ້ມຄູ່ມືສື່ມວນຊົນ ໃນ ສປປ ລາວ ເພື່ອຍົກລະດັບວິຊາຊີບການລາຍງານຂ່າວໃນຍຸກດີຈິຕອນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມົນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຜຸ້ຕາງໜ້າຈາກບໍລິສັດ ອາດີເຄ ກຣຸບ,​ ແຂກຖືກເຊີນ ແລະ ສື່ມວນຊົນຈາກຫລາຍພາກສ່ວນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້, ບໍ່ພຽງແຕ່ນຳສະເໜີປຶ້ມຄູ່ມືສື່ມວນຊົນເທົ່ານັ້ນ, ແຕ່ເປັນການສ້າງເວທີແລກປ່ຽນຄວາມຮູ້ກ່ຽວກັບ ການເສີມສ້າງວິຊາຊີບສື່ມວນຊົນໃນ ສປປ ລາວ, ສື່ມວນຊົນໃນຍຸກດີຈິຕອນ, ສ່ືສັງຄົມອອນລາຍ, ປັນຍາປະດິບ (AI) ແລະ ອະນາຄົດຂອງສື່ມວນຊົນ, ການນຳສະເໜີຄູ່ມືວິຊາຊີບສື່ມວນຊົນ ແລະ ຫົວຂໍ້ ນັກຂ່າວຮຸ່ນໃໝ່ ແລະ ການນຳໃຊ້ສື່ສັງຄົມ.

ທ່ານ ສະຫວັນຄອນ ຣາຊະມົນຕີ ໄດ້ກ່າວວ່າ: ຕະຫລອດເວລາ 30 ກວ່າປີ ຂອງການເຮັດວຽກຮ່ວມກັບນັກຂ່າວລາວ, ຂ້າພະເຈົ້າໄດ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສື່ມວນຊົນ ຈາກຍຸກທີ່ຂ່າວສານຖືກຜະລິດຜ່ານໜັງສືພິມ ແລະ ວິທະຍຸ ສູ່ຍຸກດີຈິຕອນໃນປັດຈຸບັນ ທີ່ຂໍ້ມູນຂ່າວສານສາມາດເຂົ້າເຖິງປະຊາຊົນໄດ້ພາຍໃນບໍ່ເທົ່າໃດວິນາທີ. ເຖິງແມ່ນວ່າ ເຕັກໂນໂລຊີ ແລະ ຮູບແບບການບໍລິໂພກຂໍ້ມູນຂ່າວສານໄດ້ປ່ຽນແປງຫລາຍ, ແຕ່ມີສິ່ງໜຶ່ງທີ່ບໍ່ເຄີຍປ່ຽນແປງເລີຍ ນັ້ນກໍຄື ຄວາມຮັບຜິດຊອບຂອງນັກຂ່າວໃນການລາຍງານຂ່າວຢ່າງຖືກຕ້ອງ, ຍຸດຕິທຳ, ຄວາມຮັບຜິດຊອບ ແລະ ເພື່ອຜົນປະໂຫຍດຂອງສ່ວນລວມ.

ສປປ ລາວ ມີຄວາມກ້າວໜ້າຢ່າງໂດດເດັ່ນໃນດ້ານການສື່ສານຕະຫລອດໄລຍະສອງທົດສະວັດທີ່ຜ່ານມາ. ອິນເຕີເນັດໄດ້ເຊື່ອມໂຍງຄົນໝົດປະເທດເຂົ້າຫາກັນ. ສື່ສັງຄົມອອນລາຍ ໄດ້ກາຍມາເປັນສ່ວນໜຶ່ງຂອງຊີວິດປະຈຳວັນເກືອບໝົດທຸກຄົນມີໂທລະສັບສະມາດໂຟນ ແລະ ສາມາດເຜີຍແຜ່ຂໍ້ມູນຂ່າວສານໄດ້ໃນທັນທີ ຊຶ່ງເຄື່ອງມືເຫລົ່ານີ້ສາມາດສ້າງໂອກາດໄດ້ຫລາຍຢ່າງ ແຕ່ກໍມີຄວາມສ່ຽງເຊັ່ນດຽວກັນ. ປັດຈຸບັນ, ນັກຂ່າວບໍ່ພຽງແຕ່ແຂ່ງຂັນສະເພາະກັບອົງການສື່ມວນຊົນອື່ນໆເທົ່ານັ້ນ, ແຕ່ພວກເຂົາຕ້ອງແຂ່ງຂັນກັບເພຈສື່ສັງຄົມອອນລາຍອີກຫລາຍພັນເພສ ເຊັ່ນ ແຟນເພຈ, ອິນຟລູເອັນເຊີ, ບັນຊີຜູ້ໃຊ້ທີ່ບໍ່ລະບຸຕົວຕົນ ແລະ ປະຊາຊົນທົ່ວໄປທີ່ເຜີຍແຜ່ຂໍ້ມູນຂ່າວສານໂດຍບໍ່ໄດ້ຜ່ານການຝຶກອົບຮົມດ້ານວິຊາຊີບ ຊຶ່ງຂໍ້ມູນບາງຢ່າງກໍມີຄວາມຖືກຕ້ອງ, ບາງຢ່າງກໍບໍ່ຄົບຖ້ວນ, ບາງຢ່າງກໍສ້າງຄວາມເຂົ້າໃຈຜິດ, ແລະ ບາງຢ່າງເປັນຂໍ້ມູນເທັດ ຫລື ຂ່າວປອມ  ແລະ ໜ້າເສຍດາຍທີ່ຫລາຍຄົນບໍ່ສາມາດຈຳແຍກ ຄວາມແຕກຕ່າງເຫລົ່ານີ້ໄດ້ໂດຍງ່າຍ. ຫລາຍຄົນອາດຄິດວ່າ ວຽກສື່ມວນຊົນເປັນພຽງແຕ່ການຂຽນບົດຂ່າວທົ່ວໄປເທົ່ານັ້ນ, ແຕ່ຄວາມຈິງແລ້ວ ມັນມີຄວາມເລິກເຊິ່ງຫລາຍກວ່ານັ້ນ. ມັນຕ້ອງອາໄສການຮັບຟັງຄວາມຄິດເຫັນທີ່ຫລາກຫລາຍແຕກຕ່າງກັນ, ອາໄສການກວດສອບຂໍ້ມູນຈາກສື່ສັງຄົມອອນລາຍຊ້ຳຄືນໃໝ່ຢ່າງລະອຽດ, ອາໄສຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍ, ຈັນຍາບັນ ແລະ ການມີວິຈາລະນະ ຍານທີ່ດີ. ໃນບາງຄັ້ງ, ນັກຂ່າວຈຳເປັນຕ້ອງລາຍງານຂ່າວກ່ຽວກັບໄພພິບັດທາງທຳມະຊາດ, ອຸບັດເຫດທາງທ້ອງຖະໜົນ, ຄະດີອາດຊະຍາກຳ, ເຫດສຸກເສີນດ້ານສາທາລະນະສຸກ ຫລື ສິ່ງທ້າທາຍທາງດ້ານເສດຖະກິດ ຊຶ່ງແຕ່ລະສະຖານະການ ລ້ວນແຕ່ຕ້ອງການ ການຕັດສິນໃຈຢ່າງຮອບຄອບ.

ເຖິງແມ່ນວ່ານັກຂ່າວຫລາຍທ່ານ ຈະໄດ້ທຸ່ມເທສະຕິປັນຍາ ແລະ ເຮັດວຽກໜັກໃນທຸກໆມື້, ແຕ່ພວກເຮົາກໍຍັງຕ້ອງຜະເຊີນກັບສິ່ງທ້າທາຍຫລາຍປະການ ເປັນຕົ້ນ ການຝຶກອົບຮົມດ້ານວິຊາຊີບທີ່ຍັງບໍ່ທັນເປັນເອກະພາບກັນ, ນັກຂ່າວຮຸ່ນໃໝ່ຫລາຍຄົນມາພ້ອມກັບຄວາມຄິດສ້າງສັນ ແຕ່ຍັງຂາດຄຳແນະນຳໃນການປະຕິບັດວຽກຕົວຈິງ. ສ່ວນບັນນາທິການເອງກໍມັກຈະມີເວລາຈຳກັດ ໃນການໃຫ້ຄຳແນະນຳຢ່າງລະອຽດຄົບຖ້ວນ ສົ່ງຜົນໃຫ້ຄຸນນະພາບຂອງການລາຍງານຂ່າວມີຄວາມແຕກຕ່າງກັນໄປ, ແຮງກົດດັນໃນການຮີບຮ້ອນນຳສະເໜີຂ່າວໃຫ້ວ່ອງໄວ ແລະ ອື່ນໆ. ຢ່າງໃດກໍຕາມ, ການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງແມ່ນເປັນການທຳລາຍຄວາມໜ້າເຊື່ອຖື ເຖິງວ່າ ນັກຂ່າວຈະສາມາດແກ້ໄຂຂໍ້ຜິດພາດໃນພາຍຫລັງໄດ້, ແຕ່ຄວາມເຊື່ອໝັ້ນຂອງສັງຄົມນັ້ນແມ່ນຍາກທີ່ຈະກູ້ຄືນມາໄດ້; ຂໍ້ມູນເທັດ ແລະ ຂ່າວລື: ຂໍ້ມູນທີ່ບໍ່ມີມູນຄວາມຈິງແຜ່ລະບາດໄດ້ຢ່າງວ່ອງໄວໃນໂລກອອນລາຍ, ນັກຂ່າວຈຳເປັນຕ້ອງໄດ້ໃຊ້ເວລາຫລາຍຂຶ້ນໃນການທວນຄືນ ແລະ ຢືນຢັນຂໍ້ມູນຄວາມຈິງກ່ອນການລາຍງານ; ຄວາມປອດໄພ: ນັກຂ່າວອາດຈະຕ້ອງໄດ້ລົງພື້ນທີ່ຕ່າງໆເພື່ອລາຍງານຂ່າວ, ຫາກຂາດການກຽມພ້ອມທີ່ດີ ແລະ ຖືກຕ້ອງ, ການປະຕິບັດໜ້າທີ່ເຫລົ່ານີ້ກໍສາມາດເຮັດໃຫ້ນັກຂ່າວຕົກຢູ່ໃນຄວາມສ່ຽງໄດ້. ພ້ອມນີ້, ຄວາມປອດໄພທາງດ້ານດີຈິຕອນ, ການປົກປ້ອງຂໍ້ມູນລັບ ແລະ ການຮັກສາສຸຂະພາບທາງດ້ານຈິດໃຈຂອງນັກຂ່າວ ກໍເປັນສິ່ງສຳຄັນ; ການຕັດສິນໃຈທາງດ້ານຈັນຍາບັນ: ມີຫລາຍບົດຂ່າວທີ່ພົວພັນເຖິງປະເດັນທີ່ລະອຽດອ່ອນ, ນັກຂ່າວຈະຕ້ອງຕັ້ງຄຳຖາມກັບຕົນເອງ ໃນຫລາຍໆດ້າຍກ່ອນຈະເຜີຍແຜ່ຂ່າວອອກໄປ.

ດັ່ງນັ້ນ, ຄູ່ມືການລາຍງານຂ່າວແບບມືອາຊີບ ຈຶ່ງມີຄວາມສຳຄັນ ເພາະຄູ່ມືການລາຍງານຂ່າວທີ່ດີ ແມ່ນໜຶ່ງໃນເຄື່ອງມືທີ່ມີປະໂຫຍດທີ່ສຸດ  ຊຶ່ງເຮັດໜ້າທີ່ເປັນເຂັມທິດຊີ້ນຳ, ສ້າງຄວາມຕໍ່ເນື່ອງ ແລະ ຊ່ວຍໃຫ້ນັກຂ່າວສາມາດຕັດສິນໃຈໄດ້ດີຂຶ້ນ ພາຍໃຕ້ສະຖານະທີ່ກົດດັນ ເຊັ່ນ: ເມື່ອນັກຂ່າວຮຸ່ນໃໝ່ຕ້ອງລົງພື້ນທີ່ຕົວຈິງເພື່ອເກັບກຳຂໍ້ມູນຂ່າວ, ຄູ່ມືນີ້ຈະໃຫ້ຄຳແນະນຳໃນການປະຕິບັດງານ. ແນ່ນອນວ່າ ສຳນັກງານ-ອົງການສື່ມວນຊົນຕ່າງໆລ້ວນແຕ່ມີຂັ້ນຕອນ ແລະ ເຕັກນິກການລາຍງານຂ່າວສະເພາະຂອງຕົນ ແລະ ເຊື່ອວ່າທຸກໆບ່ອນລ້ວນແຕ່ຕ້ອງການການລາຍງານຂ່າວທີ່ມີຄຸນນະພາບ. ດັ່ງນັ້ນ, ຄູ່ມືການລາຍງານຂ່າວ ຈຶ່ງເປັນສິ່ງໜຶ່ງໃນການຊ່ວຍສ້າງແນວທາງປະຕິບັດທີ່ເປັນມາດຕະຖານດຽວກັນ. ຄຽງຄູ່ກັບການເພີ່ມທະວີຄວາມເຊື່ອໝັ້ນຂອງສັງຄົມ ຊຶ່ງເປັນຮາກຖານອັນສໍາຄັນຂອງສື່ມວນຊົນ ຫາກຂາດຄວາມເຊື່ອໝັ້ນແລ້ວ, ເຖິງວ່າຈະເປັນການລາຍງານຂ່າວທີ່ມີຄວາມຖືກຕ້ອງ ກໍຈະເປັນການສູນເສຍຄຸນຄ່າຂອງມັນໄປ. ຄວາມເຊື່ອໝັ້ນນັ້ນ ແມ່ນຖືກສ້າງຂຶ້ນຜ່ານການປະຕິບັດຕາມຫລັກວິຊາຊີບຢ່າງສະໝໍ່າສະເໝີ. ນອກຈາກນີ້, ສື່ມວນຊົນແບບມືອາຊີບ ຍັງມີສ່ວນຊ່ວຍຊຸກຍູ້ເຂົ້າໃນການພັດທະນາປະເທດຊາດ. ການພັດທະນາບໍ່ໄດ້ໝາຍເຖິງພຽງແຕ່ການສ້າງຖະໜົນຫົນທາງ, ຂົວ ແລະ ອາຄານບ້ານເຮືອນເທົ່ານັ້ນ, ແຕ່ມັນຕ້ອງໄດ້ອາໄສມີຂໍ້ມູນຂ່າວສານທີ່ໜ້າເຊື່ອຖື ເພື່ອຊ່ວຍໃຫ້ປະຊາຊົນສາມາດຕັດສິນໃຈໄດ້ດີຂຶ້ນ. ດ້ວຍເຫດຜົນນີ້, ສື່ມວນຊົນ ຈຶ່ງກາຍເປັນຄູ່ຮ່ວມພັດທະນາທີ່ສຳຄັນໃນການພັດທະນາປະເທດຊາດ. ນອກຈາກນີ້, ນັກສຳມະນາກອນ ຍັງໄດ້ຮັບຟັງການບັນຍາໃນຫົວຂໍ້ສຳຄັນຕ່າງໆເປັນຕົ້ນ ຄວາມເປັນນັກຂ່າວໃນຍຸກດີຈິຕອນ AI, ນັກຂ່າວລຸ່ນໃໝ່-ການນຳໃຊ້ສື່ສັງຄົມອອນລາຍ ແລະ ຫົວຂໍ້ອື່ນໆ ຈາກວິທະຍາກອນຫລາຍທ່ານເຊັ່ນກັນ.

    ທ່ານສາມາດເຂ້ົ້າເບິ່ງຂໍ້ມູນ ປຶ້ມຄູ່ມືສື່ມວນຊົນ ໃນ ສປປ ລາວ ໄດ້ທີ່ https://www.laja.la/legislation-2/

KPL

ຂ່າວອື່ນໆ

ads
ads

Top