ສາຍການບິນຈີນ ຈະປັບຫລຸດຄ່າທຳນຽມເຊື້ອໄຟ

06/07/2026 20:22
ຂປລ ສາຍການບິນຂອງຈີນ ຫລາຍແຫ່ງ ລວມທັງ ແອຣ໌ໄຊນາ (Air China) ເປີດເຜີຍວ່າ: ສາຍການບິນຈີນ ຈະປັບຫລຸດ ຄ່າທຳນຽມເຊື້ອໄຟ ສຳລັບຖ້ຽວບິນພາຍໃນປະເທດ ທີ່ມີການຈຳໜ່າຍ ປີ້ໂດຍສານເລີ່ມ ຕັ້ງແຕ່ ວັນທີ 5 ກໍລະກົດ ເປັນຕົ້ນໄປ.

ຂປລ. ອີງຕາມສຳນັກຂ່າວ ຕ່າງປະເທດ, ສາຍການບິນຂອງຈີນ ຫລາຍແຫ່ງ ລວມທັງ ແອຣ໌ໄຊນາ (Air China) ເປີດເຜີຍວ່າ: ສາຍການບິນຈີນ ຈະປັບຫລຸດຄ່າທຳນຽມ ເຊື້ອໄຟ ສຳລັບຖ້ຽວບິນພາຍໃນປະເທດ ທີ່ມີການຈຳໜ່າຍປີ້ ໂດຍສານເລີ່ມຕັ້ງແຕ່ວັນທີ 5 ກໍລະກົດ ເປັນຕົ້ນໄປ.

ພາຍໃຕ້ອັດຕາໃໝ່, ຜູ້ໂດຍສານຈະໄດ້ ຈ່າຍຄ່າທຳນຽມເຊື້ອໄຟ 50 ຢວນຕໍ່ຖ້ຽວບິນ ສຳລັບເສັ້ນທາງ ທີ່ມີໄລຍະທາງບໍ່ເກີນ 800 ກິໂລແມັດ ແລະ 100 ຢວນຕໍ່ຖ້ຽວບິນ ສຳລັບເສັ້ນທາງ ທີ່ຫລາຍກວ່າ 800 ກິໂລແມັດ.

ສຳລັບເດັກນ້ອຍເກີດໃໝ່ ແມ່ນຈະຍັງຄົງໄດ້ຮັບການ ຍົກເວັ້ນຄ່າທຳນຽມ ເຊື້ອໄຟດັ່ງກ່າວ, ໃນຂະນະທີ່ເດັກນ້ອຍ ລວມທັງທະຫານ ຜ່ານເສິກເສຍອົງຄະ ແລະ ຕຳຫລວດ ເສຍອົງຄະ ຈະໄດ້ຮັບສ່ວນຫລຸດ 50%.

ເມື່ອທຽບໃສ່ ກັບອັດຕາປັດຈຸບັນ, ຄ່າທຳນຽມເຊື້ອໄຟ ໃນອັດຕາໃໝ່ນີ້ຈະຫລຸດລົງ 30 ຢວນ ສຳລັບເສັ້ນທາງທີ່ມີໄລຍະທາງບໍ່ເກີນ 800 ກິໂລແມັດ ແລະ ຫລຸດລົງ 50 ຢວນ ສຳລັບເສັ້ນທາງ ທີ່ມີໄລຍະທາງ ຫລາຍກວ່າ 800 ກິໂລແມັດ.

ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ປະກາດວ່າ: ຈີນຈະປັບຫລຸດລາຄາຂາຍຍ່ອຍນ້ຳມັນແອັດຊັງ (ເບັນຊິນ) ແລະ ດີເຊວ ໂດຍມີຜົນ ບັງຄັບໃຊ້ ໃນວັນທີ 4 ກໍລະກົດນີ້ ຕາມການເໜັງຕີງ ຂອງລາຄານ້ຳມັນດິບ ໃນຕະຫລາດໂລກ./.

KPL

ຂ່າວອື່ນໆ

ads
ads

Top