ປະທານນາທິບໍດີ ເຄື່ອນໄຫວຢ້ຽມຢາມແຂວງຫລວງພະບາງ

07/07/2026 09:37
ຂປລ ວັນທີ 5 ກໍລະກົດ 2026 ນີ້, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຕິດຕາມ ໄດ້ສືບຕໍ່ເດີນທາງຢ້ຽມຢາມແຂວງຫລວງພະບາງ ເມືອງມໍລະດົກໂລກ ສປປ ລາວ

        ຂປລ.  ໃຫ້ກຽດຕ້ອນຮັບໂດຍມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ຫລວງພະບາງ, ປະທານຄະນະກໍາມະການປົກຄອງແຂວງຫລວງພະບາງ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026ໃນໂອກາດນີ້, ທ່ານ ມິນ ອອງ ລາຍ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ແຂວງຫລວງພະບາງ ຢູ່ຫ້ອງຮັບແຂກໂຮງແຮມສຸພັດຕາ. ໃນຂະນະດຽວກັນ, ທ່ານເລຂາຄະນະບໍລິຫານງານພັກແຂວງຫລວງພະບາງ ຕາງໜ້າໃຫ້ກັບການນໍາແຂວງ, ປະຊາຊົນບັນດາເຜົ່າທົ່ວແຂວງ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ຂອງ ທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະຊຶ່ງເປັນນິມິດໝາຍອັນດີງາມໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມືອັນໃກ້ຊິດຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ລາວ-ມຽນມາ, ພິເສດແມ່ນມາຢ້ຽມຢາມສະຖານທ່ີທ່ອງທ່ຽວ ແຂວງຫລວງພະບາງ ເມືອງມໍລະດົກໂລກ. ພ້ອມທັງລາຍງານສະພາບລວມໂດຍຫຍໍ້ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຂວງ ຕື່ມອີກ.

     ໃນຂະນະດຽວກັນ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ບຸນເລື່ອມ ມະນີວົງ ພ້ອມຄະນະ. ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມື ລະຫວ່າງ ແຂວງຫລວງພະບາງ ແລະ ສາທາລະນະລັດສະຫະພາບມຽນມາ ໃຫ້ນັບມື້ນັບພັດທະນາເລິກເຊິ່ງ.  ພ້ອມນີ້, ທ່ານ ບຸນເລື່ອມ ມະນີວົງ ຍັງໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີອັນດີງາມ ຂອງຊາວລາວ ເພື່ອຕ້ອນຮັບ ແລະ ອວຍພອນໃຫ້ແກ່ ທ່ານ ມິນ ອອງ ລາຍ ແລະ ຄະນະໃຫ້ປະສົບແຕ່ຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດໃນພາລະກິດມາຢ້ຽມຢາມ ສປປ ລາວ.

      ໃນວັນດຽວກັນ, ທ່ານ ມິນ ອອງ ລາຍ ແລະ ຄະນະໄດ້ເຂົ້າຢ້ຽມຊົມ ຫໍພິພິທະພັນແຫ່ງຊາດຫລວງພະບາງ ແລະ ວັດຊຽງທອງ ຊຶ່ງແມ່ນມໍລະດົກທາງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວສຳຄັນຂອງນະຄອນຫລວງພະບາງ ທີ່ສະທ້ອນໃຫ້ເຫັນຄຸນຄ່າດ້ານປະຫວັດສາດ, ສິລະປະ ແລະ ວັດທະນະທຳອັນເປັນເອກະລັກຂອງລາວ.

ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top