ສ.ອາເມລິກາ ເລັ່ງຫລຸດການໃຊ້ໄຟຟ້າສຸກເສີນ ຫລັງຄວາມຕ້ອງການເພີ່ມສູງຂຶ້ນຈາກຄື້ນຄວາມຮ້ອນ

06/07/2026 20:22
ຂປລ ດຳເນີນການ ເຄືອຂ່າຍໄຟຟ້າ PJM ຂອງສ.ອາເມລິກາ ເຊິ່ງເປັນຜູ້ບໍລິຫານລະບົບ ເຄືອຂ່າຍໄຟຟ້າ ລາຍໃຫຍ່ທີ່ສຸດຂອງປະເທດ ແລະ ຄອບຄຸມພື້ນທີ່ສ່ວນໃຫຍ່ຂອງແຄມຝັ່ງຕາເວັນອອກ

ຂປລ. ອີງຕາມສຳນັກຂ່າວ ອິນໂຟເຄວສ, ຜູ້ດຳເນີນການ ເຄືອຂ່າຍໄຟຟ້າ PJM ຂອງສ.ອາເມລິກາ ເຊິ່ງເປັນຜູ້ບໍລິຫານລະບົບ ເຄືອຂ່າຍໄຟຟ້າລາຍໃຫຍ່ທີ່ສຸດ ຂອງປະເທດ ແລະ ຄອບຄຸມພື້ນທີ່ສ່ວນໃຫຍ່ ຂອງແຄມຝັ່ງຕາເວັນອອກ ແລະ ພູມິພາກມິດເວສ໌ (Midwest), ໄດ້ສັ່ງໃຫ້ລູກຄ້າທີ່ເຂົ້າຮ່ວມ ໂຄງການຫລຸດການໃຊ້ໄຟຟ້າ ໃນກໍລະນີສຸກເສີນ ຫລຸດ ຜ່ອນ ການໃຊ້ໄຟຟ້າລົງ. ຫລັງຈາກລະບົບໄຟຟ້າ ຜະເຊີນກັບແຮງກົດດັນ ຈາກບັນຫາເຄື່ອງກຳເນີດ ໄຟຟ້າຂັດຂ້ອງ, ສາຍສົ່ງໄຟຟ້າທີ່ມີພາລະ ແບກຫາບເກີນກຳລັງ ແລະ ຄວາມຕ້ອງ ການໃຊ້ ເຄື່ອງປັບອາກາດ ທີ່ເພີ່ມສູງຂຶ້ນ ຈາກສະພາບ ຄື້ນຄວາມຮ້ອນ ທີ່ແກ່ຍາວ.

ຜູ້ດຳເນີນການ ເຄືອຂ່າຍໄຟຟ້າ ລະບຸວ່າ: ຄຳສັ່ງດັ່ງກ່າວເປັນສ່ວນໜຶ່ງ ຂອງການອອກປະກາດ ແຈ້ງເຕືອນພາວະສຸກເສີນ ຕາມໂຄງການ ປຸກລະດົມ ການປະຢັດພະລັງງານ ຂອງຜູ້ໃຫ້ບໍລິການ ສາທາລະນູປະໂພກ, ໂດຍມີຜົນບັງຄັບໃຊ້ ກັບຜູ້ໃຊ້ໄຟຟ້າ ທັງພາກອຸດສາຫະກຳ ແລະ ພາກຄົວເຮືອນ ທີ່ໄດ້ເຮັດສັນຍາເຂົ້າຮ່ວມ ໂຄງການ ເຊິ່ງພວກເຂົາ ຈະໄດ້ຮັບ ຄ່າຕອບແທນ ແລກປ່ຽນກັບການ ຕ້ອງຫລຸດການໃຊ້ໄຟຟ້າ ຕາມຂໍ້ກຳນົດ ເມື່ອເກີດພາວະສຸກເສີນ.

ການອອກປະກາດໃນຄັ້ງນີ້ ມີເປົ້າໝາຍ ເພື່ອເພີ່ມກຳລັງໄຟຟ້າ ສຳຮອງຂອງລະບົບ ແລະ ປ້ອງກັນບໍ່ໃຫ້ເກີດໄຟຟ້າດັບ ໃນໄລຍະທີ່ມີການໃຊ້ ໄຟຟ້າສູງສຸດ. ພ້ອມກັນນີ້, ຜູ້ດໍາເນີນການເຄືອຂ່າຍ ໄຟຟ້າຍັງໄດ້ແຈ້ງໃຫ້ຜູ້ບໍລິຫານ ເຄືອຂ່າຍໄຟຟ້າໃນພື້ນທີ່ໃກ້ຄຽງ ລວມທັງລັດນິວຢອກ ແລະ ພູມິພາກມິດເວສ໌ ວ່າອາດຈະມີການຈຳກັດ ການສົ່ງອອກໄຟຟ້າ ຈາກລະບົບຂອງ PJM ເພື່ອໃຫ້ພື້ນທີ່ອ້ອມຂ້າງ ສາມາດວາງແຜນ ຮັບມືໄດ້ທັນເວລາ./.

KPL

ຂ່າວອື່ນໆ

ads
ads

Top