ອາກຊັງຕິນເປັນປະເທດທຳອິດໃນໂລກຈັດຕັ້ງບໍລິສັດດຳເນີນງານດ້ວຍເອໄອຢ່າງເຕັມຮູບແບບ

06/07/2026 20:22
ຂປລ ລັດຖະບານ ອາດຊັງຕິນ ພວມວາງແຜນເປີດທາງໃຫ້ມີການຈັດຕັ້ງບໍລິສັດ ທີ່ດຳເນີນງານດ້ວຍປັນຍາປະດິດ (AI) ຢ່າງເຕັມຮູບແບບ ໂດຍຈະເປັນປະເທດທຳອິດຂອງໂລກທີ່ລິເລີ່ມແນວຄິດດັ່ງກ່າວ.

ຂປລ. ອີງຕາມສຳນັກຂ່າວຕ່າງປະເທດ, ລັດຖະບານ ອາດຊັງຕິນ ພວມວາງແຜນເປີດທາງ ໃຫ້ມີການຈັດຕັ້ງບໍລິສັດ ທີ່ດຳເນີນງານ ດ້ວຍປັນຍາປະດິດ (AI) ຢ່າງເຕັມຮູບແບບ ໂດຍຈະເປັນປະເທດທຳອິດຂອງໂລກທີ່ລິເລີ່ມແນວຄິດດັ່ງກ່າວ.

ເມື່ອເດືອນຜ່ານມາ, ປະທານາທິບໍດີ ຮາເວຍ ມິເລ (Javier Milei) ຜູ້ນຳ ອາກຊັງຕິນ ໄດ້ປະກາດສະເໜີຮ່າງກົດໝາຍ ຕໍ່ລັດຖະສະພາ ເພື່ອຈັດຕັ້ງ ນິຕິບຸກຄົນທີ່ບໍ່ແມ່ນມະນຸດ (Non-Human Corporations) ເຊິ່ງຈະບໍລິຫານຈັດການໂດຍລະບົບ AI ທັງໝົດ.

ທ່ານ ຮາເວຍ ມິເລ ໄດ້ຂຽນບົດຄວາມ ສະແດງຄວາມຄິດເຫັນ ໃນໜັງສືພິມ ໄຟແນນໂຊ ໄທມສ໌ (Financial Times) ໂດຍອະທິບາຍເຖິງ ບໍລິສັດຮູບແບບໃໝ່ ທີ່ສາມາດ ດຳເນີນງານ ໄດ້ໂດຍບໍ່ມີພະນັກງານ ທີ່ເປັນມະນຸດ ເຊິ່ງຈະໃຫ້ຕົວແທນ AI ຫລື ຫຸ່ນຍົນ ໃຊ້ດຸນພິນິດຢ່າງເປັນເອກະລາດ ໃນສະພາບແວດລ້ອມ ທີ່ບໍ່ສາມາດຄາດເດົາໄດ້.

 

KPL

ຂ່າວອື່ນໆ

ads
ads

Top