ສສ ຫວຽດນາມ ເລີ່ມລົງມືກໍ່ສ້າງ 8 ກິດຈະກຳ, ໂຄງການຈຸດສຸມ

02/07/2026 17:10
ຂປລ ນະ​ຄອນ ໂຮ່​ຈີ​ມິນ ຂອງ ສສ ຫວຽດນາມ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ ແນ​ໃສ່​ສະ​ເຫລີມ​ສະຫລອງ 50 ປີ ແຫ່ງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ (2/7/1976 – 2/7/2026).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ​ວັນ​ທີ 1 ກໍ​ລະ​ກົດ, ນະ​ຄອນ ໂຮ່​ຈີ​ມິນ ຂອງ ສສ ຫວຽດນາມ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ ແນ​ໃສ່​ສະ​ເຫລີມ​ສະຫລອງ 50 ປີ ແຫ່ງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ (2/7/1976 – 2/7/2026). ຫລັງຈາກ ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ ຖືກ​ຈັດ​ຂຶ້ນ​ຢູ່ ທ່າ​ກ່ຳ​ປັ່ນ ຍ່າ​ຣົ່ງ-ແຄັງ​ໂຮ້ຍ, ບ່ອນ​ທີ່​ຕິດ​ພັນ​ກັບ​ຂີດ​ໝາຍ​ ປະ​ຫວັດ​ສາດ​ ວັນ​ທີ 5 ມິ​ຖຸ​ນາ 1911, ປະ​ທານ ໂຮ່​ຈີ​ມິນ ອອກ​ເດີນ​ທາງ​ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. 8 ກິດ​ຈະ​ກຳ, ໂຄງ​ການ ທີ່​ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ຄັ້ງ​ນີ້ ລວມ​ມູນ​ຄ່າ ​ທັງ​ໝົດ​ກວ່າ 253.000 ຕື້ດົ່ງ​ (ປະ​ມານ 9,6 ຕື້ໂດລາສະຫະລັດ), ໃນ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ໄດ້​ລະ​ດົມ​ທຶນ ​ຕາມ​ຮູບ​ແບບ ​ຄູ່​ຮ່ວມ​ມື​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ (PPP) ແລະ ແຫລ່ງ​ກຳ​ລັງ​ວິ​ສາ​ຫະ​ກິດ ​ເອ​ກະ​ຊົນ. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຮ​ວ່າງງວຽນ​ຢິງ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ ນະ​ຄອນ ໂຮ່​ຈີ​ມິນ, ເນັ້ນ​ໜັກ​ວ່າ: “ນະ​ຄອນ ໂຮ່​ຈີ​ມິນ ສະ​ເໜີ​ ໃຫ້​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ ແລະ ທ້ອງ​ຖິ່ນ ຍົກ​ສູງ​ຈິດ​ໃຈ ​ຄວາມ​ຮັບ​ຜິດ​ຊອບ ​ດ້ານ​ການ​ເມືອງ​ສູງ​ສຸດ, ບໍ່​ປະ​ໃຫ້​ເກີດ​ສະ​ພາ​ວະບ່າຍ​ບ່ຽງ, ຫລີກ​ລ້ຽງ, ຊັກ​ຊ້າ ໃນ​ການ​ແກ້​ໄຂ​ລະ​ບຽບ ​ການ​ບໍ​ລິ​ຫານ​ ຢ່າງ​ເດັດ​ຂາດ. ເຈົ້າ​ຂອງ​ການ​ລົງ​ທຶນ, ບໍ​ລິ​ສັດ​ໃຫ້​ຄຳ​ປຶ​ກາ​ສາ ແລະ ຜູ້​ຮັບ​ເໝົາ​ກໍ່​ສ້າງ ຕ້ອງ​ສຸມ​ທຸກ​ແຫລ່ງ​ກຳ​ລັງ​ ແລະ ເຄື່ອງ​ອຸ​ປະ​ກອນ​ ທີ່​ທັນ​ສະ​ໄໝ, ຈັດ​ຕັ້ງ​ການ​ກໍ່​ສ້າງ​ຢ່າງ​ມີ​ວິ​ທະ​ຍາ​ສາດ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ອິນໂດເນເຊຍ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ ຫລາຍກວ່າ 6 ລ້ານເທື່ອຄົນຂ່າວຕ່າງປະເທດ

      ອິນໂດເນເຊຍ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ ຫລາຍກວ່າ 6 ລ້ານເທື່ອຄົນ

      7/2/2026 5:10:42 PM

      ໃນ​ໄລ​ຍະ​ເດືອນ​ມັງ​ກອນ ​ຫາ​ເດືອນ​ພຶດ​ສະ​ພາປີນີ້, ອິນ​ໂດ​ເນ​ເຊຍ ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ​ຕ່າງ​ປະ​ເທດ 6.070.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 7,68% ເມື່ອ​ທຽບ​ໃສ່​​ປີ​ກາຍ.

    • ເອີຣົບ ຮັດກຸ່ມພາສີສິນຄ້າ ການຄ້າເອເລັກໂຕນິກລາຄາຖືກຂ່າວຕ່າງປະເທດ

      ເອີຣົບ ຮັດກຸ່ມພາສີສິນຄ້າ ການຄ້າເອເລັກໂຕນິກລາຄາຖືກ

      7/2/2026 5:10:37 PM

      ສະ​ຫະ​ພາບ ເອີ​ຣົບ (EU) ໄດ້​ຈັດ​ວາງ ​ລະ​ດັບ​ພາ​ສີອາ​ກອນ​ໃໝ່ ​ສຳ​ລັບ ​ສິນ​ຄ້າການ​ຄ້າ​ເອ​ເລັກ​ໂຕ​ນິກ ​ນຳ​ເຂົ້າທີ່​ມີ​ລາ​ຄາ​ຕ່ຳ​ເພື່ອ​ຈຳ​ກັດ ​ການ​ແກ້ງ​ແຍ້ງ​ ທີ່​ບໍ່ໂປ່ງ​ໃສ ຈາ​ກ​ບັນ​ດາ​ຜູ້​ຂາຍ​ຍ່ອຍ​ທາງ​ອອນ​ໄລ​ທີ່​ມີ​ລ​າ​ຄາ​ຖືກ​ຢູ່ນອກ EU, ສ່ວນຫລາຍ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ສປ ຈີນ.

    • ອີຣານ ຈະຈັດການເຈລະຈາຮອບສຸດທ້າຍກັບ ສ.ອາເມລິກາຂ່າວຕ່າງປະເທດ

      ອີຣານ ຈະຈັດການເຈລະຈາຮອບສຸດທ້າຍກັບ ສ.ອາເມລິກາ

      7/2/2026 5:10:35 PM

      ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ ​ທີ່ປະ​ກອບ​ດ້ວຍ​ ພາກ​ສ່ວນ​ຕ່າງໆ ເຊັ່ນ: ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ທະ​ນາ​ຄານ​ກາງ​ອີ​ຣານ ແລະ ​ອື່ນໆ ເດີນ​ທາງ​ໄປ​ຢ້​ຽມ​ຢາມ ​ກາ​ຕາ ແລະ ​ພົບ​ປະ​ກັບ ​ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດູນ​ຣາ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ກາ​ຕາ ຢູ່​ນະ​ຄອນຫລວງ​ໂດ​ຮາ​ຂອງ​ກາ​ຕາ​ ໃນ​​ວັນ​ທີ 1 ກໍ​ລະ​ກົດ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​​ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃ​ຈ​ ລະ​ຫວ່າງ​ ສ.ອາ​ເມ​ລິກາ-ອີ​ຣານ

    • ຍ້ອນຫຍັງພັກກອມມູນິດຈີນ ຈຶ່ງເປັນພັກທີ່ດີເດັ່ນ?ຂ່າວຕ່າງປະເທດ

      ຍ້ອນຫຍັງພັກກອມມູນິດຈີນ ຈຶ່ງເປັນພັກທີ່ດີເດັ່ນ?

      7/2/2026 5:10:31 PM

      ປີ 1936, ທ່ານ ​ເອັດ​ກາ ສະ​ໂນ ນັກ​ຂ່າວ​ ສະຫະລັດ ອາ​ເມ​ລິ​ກາ​ ໄດ້​ສະ​ແດງ​ໃຫ້​ເຫັນພາບ​ພົດ ​ຂອງ​ພັກກອມ​ມູ​ນິດ​ຈີນ ​ຕໍ່​ທົ່ວ​ໂລກ ​ໂດຍ​ຜ່ານ​ຕົວ​ໜັງ​ສື ແລະ ​ພາບຖ່າຍ. ຫລັງ​​ຈາກນັ້ນ 90 ປີ​ຕໍ່​ມາ, ຜູ້​ຕອບ​ແບບ​ສອບ​ຖາມ​ 11.521 ຄົນ​ຈາກ 41 ປະ​ເທດ​ໃນທົ່ວ​ໂລກ​ໄ

    • ເວເນຊູເອລາ ປະກາດການໄວ້ອາໄລລະດັບຊາດ 7 ວັນຂ່າວຕ່າງປະເທດ

      ເວເນຊູເອລາ ປະກາດການໄວ້ອາໄລລະດັບຊາດ 7 ວັນ

      7/2/2026 5:10:28 PM

      ທ່ານນາງ ເດລີ ໂຣດຣິເກສ(Deley Rodriguez) ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ໄດ້​ປະ​ກາດ ​ການ​ໄວ້​ອາ​ໄລ​ລະ​ດັບ​ຊາດ 7 ວັນ ເພື່ອ​ອາ​ໄລ​ຫາ ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງໃຫຍ່ ​ເປັນ​ສອງ​ຄັ້ງ​ຢູ່​ປະ​ເທດນີ້

ads
ads

Top