ຢູນິເຊບ ເຕືອນເດັກນ້ອຍ ລີບັງ1 ແສນຄົນສ່ຽງບໍ່ໄດ້ເຂົ້າຮຽນ

03/07/2026 17:04
ຂປລ ອົງການທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (UNICEF) ເປີດເຜີຍ ໃນຖະແຫລງການ ເມື່ອວັນທີ 2 ກໍລະກົດ ຜ່ານມາວ່າ: ເດັກນ້ອຍຊາວ ລີບັງ ປະມານ 100.000 ຄົນ ພວມຕົກຢູ່ໃນຄວາມສ່ຽງ ທີ່ຈະຂາດໂອກາດ ໃນການເຂົ້າຮຽນສົກຮຽນໃໝ່

ຂປລ. ອີງຕາມສຳນັກຂ່າວ ອິນໂຟເຄວສ, ອົງການທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (UNICEF) ເປີດເຜີຍ ໃນຖະແຫລງການ ເມື່ອວັນທີ 2 ກໍລະກົດ ຜ່ານມາວ່າ: ເດັກນ້ອຍຊາວ ລີບັງ ປະມານ 100.000 ຄົນ ພວມຕົກຢູ່ໃນຄວາມສ່ຽງ ທີ່ຈະຂາດໂອກາດ ໃນການເຂົ້າຮຽນສົກຮຽນໃໝ່, ເນື່ອງຈາກວ່າ ໂຮງຮຽນຕ່າງໆ ທີ່ໄດ້ຮັບຄວາມເສຍຫາຍ ຈາກສົງ ຄາມ ຈະໄດ້ຮັບການສ້ອມແປງ ໃຫ້ສຳເລັດກ່ອນເດືອນກັນຍານີ້.

ຄຳເຕືອນດັ່ງກ່າວ ມີຂຶ້ນຫລັງຈາກທີ່ ຢູນີເຊບ ແລະ ກະຊວງສຶກສາທິການ ແລະ ອຸດົມສຶກສາຂອງລີບັງ ໄດ້ຮ່ວມກັນລົງ ສຳຫລວດທົ່ວປະເທດ ແລະ ພົບວ່າ ຂະແໜງການ ສຶກສາຂອງ ປະເທດ ໄດ້ຮັບຄວາມເສຍຫາຍ ເປັນວົງກວ້າງ ຈາກຄວາມຂັດແຍ່ງ ໃນພາກພື້ນຕາເວັນອອກກາງ ທີ່ເກີດຂຶ້ນເມື່ອບໍ່ດົນມານີ້.

ຜົນການປະເມີນດັ່ງກ່າວ ຊີ້ໃຫ້ເຫັນວ່າ ມີສະຖາບັນການສຶກສາ ທີ່ໄດ້ຮັບ ຜົນກະທົບຈຳນວນ 340 ແຫ່ງ, ເຊິ່ງລວມມີທັງໂຮງຮຽນ ແລະ ສູນອາຊີວະສຶກສາ. ໃນຈຳນວນດັ່ງກ່າວ, ມີສະຖານການ ສຶກສາທີ່ຖືກທຳລາຍ ຈົນເສຍຫາຍ 17 ແຫ່ງ, ສ່ວນທີ່ເຫລືອ ອີກຈຳນວນຫລາຍ ແມ່ນຈຳເປັນຕ້ອງ ໄດ້ຮັບການສ້ອມແປງໃຫຍ່ ເພື່ອໃຫ້ສາມາດ ກັບມາເປີດ ການຮຽນ- ການສອນ ໄດ້ຢ່າງປອດໄພອີກຄັ້ງ./.

KPL

ຂ່າວອື່ນໆ

ads
ads

Top