ຂປລ
ເສັ້ນທາງຂົນສົ່ງສິນຄ້າ ລະຫວ່າງທະເລ-ແມ່ນ້ຳ ແບບປ່ອຍກາກບອນເປັນສູນສາຍທຳອິດຂອງຈີນ ໄດ້ເປີດບໍລິການຢ່າງເປັນທາງການໃນວັນ30 ມິຖຸນາ ຜ່ານມາ.
ຂປລ.ອີງຕາມສຳນັກຂ່າວ ຊິນຮວາຂອງ ສປຈີນ, ເສັ້ນທາງຂົນສົ່ງສິນຄ້າ ລະຫວ່າງທະເລ-ແມ່ນ້ຳ ແບບປ່ອຍກາກບອນເປັນສູນ ສາຍທຳອິດຂອງຈີນ ໄດ້ເປີດບໍລິການ ຢ່າງເປັນທາງ ການ ໃນວັນ30 ມິຖຸນາ ຜ່ານມາ. ຫລັງຈາກເຮືອບັນທຸກ ຕູ້ຄອນເທນເນີ ທີ່ຂັບເຄື່ອນດ້ວຍ ພະລັງງານໄຟຟ້າລ້ວນ ຂະໜາດ 10.000 ໂຕນ ໄດ້ອອກເດີນທາງ ຈາກທ່າກຳປັ່ນ ເຈຍຊິງ (Jiaxing) ມຸ່ງໜ້າສູ່ທ່າກຳປັ່ນ ໜິງໂປ-ໂຈວຊານ ຊຶ່ງທັງສອງທ່າກຳປັ່ນນີ້ ຕັ້ງຢູ່ໃນແຂວງເຈີ້ຈຽງ ທາງພາກຕາເວັນອອກຂອງຈີນ.
ບໍລິສັດ ໜິງໂປ ໂອຊຽນ ຊິບປິງ ຈຳກັດ (Ningbo Ocean Shipping Co., Ltd.) ເປັນຜູ້ແລ່ນກຳປັ່ນ ລຳດັ່ງກ່າວ, ໂດຍກຳປັ່ນມີຄວາມກວ້າງ 21,6 ແມັດ, ຍາວ 127,8 ແມັດ ແລະ ສາມາດບັນຈຸສິນຄ້າ 742 ທີອີຢູ (TEU: ໜ່ວຍນັບຕູ້ ຄອນເທນເນີຄວາມຍາວ 20 ຟຸດ) ແລະ ໃຊ້ແບັດເຕີຣີ10 ຕູ້ຄອນເທນເນີ,ຊຶ່ງບັນຈຸພະລັງງານລວມປະມານ 20.000 ກິໂລວັດໂມງ. ໂດຍຊ່ວຍປະຢັດ ນ້ຳມັນເຊື້ອໄຟ ໄດ້ປະມານ 800 ໂຕນ ແລະ ຫລຸດການປ່ອຍ ກາກບອນໄດອອກໄຊ ໄດ້ຫລາຍກວ່າ 2.000 ໂຕນຕໍ່ປີ./.
KPL