ມາເລເຊຍ ຢຶດຢາເສບຕິດມູນຄ່າລວມ 300 ລ້ານຣິງກິດ

03/07/2026 17:04
ຂປລ ສຳນັກງານພາສີມາເລເຊຍ ເປີດເຜີຍວ່າ: ທາງການມາເລເຊຍສາມາດກວດຢຶດຢາເສບຕິດ ມູນຄ່າລວມ ປະມານ 300 ລ້ານຣິງກິດ ຈາກ 5 ເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ໃນລະຫວ່າງການ ປະຕິບັດການ ຂອງເຈົ້າໜ້າທີ່ ໃນໄລຍະ3 ເດືອນຜ່ານມາ.

ຂປລ. ອີງຕາມສຳນັກຂ່າວ ຊິນຮວາຂອງຈີນ, ເມື່ອບໍ່ດົນມານີ້, ສຳນັກງານພາສີມາເລເຊຍ ເປີດເຜີຍວ່າ: ທາງການ ມາເລເຊຍ ສາມາດກວດຢຶດຢາເສບຕິດ ມູນຄ່າລວມປະມານ 300 ລ້ານຣິງກິດ ຈາກ 5 ເຄືອຂ່າຍຄ້າຢາເສບຕິດ ຂ້າມຊາດ ໃນລະຫວ່າງ ການປະຕິບັດການ ຂອງເຈົ້າໜ້າທີ່ ໃນໄລຍະ3 ເດືອນຜ່ານມາ.

ທ່ານ ອຳຣານ ອາໝັດ (Amran Ahmad), ອະທິບໍດີສຳນັກງານ ພາສີມາເລເຊຍ ເປີດເຜີຍວ່າ: ເຄືອຂ່າຍຄ້າຢາເສບຕິດ ເຫລົ່ານີ້ ໄດ້ໃຊ້ອຸບາຍ ລັກລອບຂົນສົ່ງ ໃນຮູບແບບ ທີ່ຄ້າຍຄືກັນ, ໂດຍການຊຸກເຊື່ອງ ຢາເສບຕິດໄວ້ໃນສິນຄ້າ ທີ່ຖືກຕ້ອງຕາມກົດໝາຍ ເພື່ອອຳພາງການ ຂົນສົ່ງ ແລະ ແຈ້ງເອກະສານປອມ ເພື່ອຫລີກລ່ຽງ ການກວດກາຂອງເຈົ້າໜ້າທີ່./.

KPL

ຂ່າວອື່ນໆ

ads
ads

Top