ຂປລ
ອິນໂດເນເຊຍ ພວມກະກຽມພື້ນທີ່ ສຳລັບການກໍ່ສ້າງສະໜາມບິນ ແຫ່ງໃໝ່ຈຳນວນ 39 ແຫ່ງທົ່ວປະເທດ ເພື່ອຍົກລະດັບການ ເຊື່ອມຕໍ່ທາງອາກາດ.
ຂປລ. ອີງຕາມສຳນັກຂ່າວ ຊິນຮວາຂອງ ສປຈີນ, ອິນໂດເນເຊຍ ພວມກະກຽມພື້ນທີ່ ສຳລັບການກໍ່ສ້າງສະໜາມບິນ ແຫ່ງໃໝ່ຈຳນວນ 39 ແຫ່ງທົ່ວປະເທດ ເພື່ອຍົກລະດັບການ ເຊື່ອມຕໍ່ທາງອາກາດ.
ທ່ານ ລຸກມານ ເອຟ ໄລຊາ (Lukman F. Laisa), ອະທິບໍດີກົມການ ບິນພົນລະເຮືອນ ກະຊວງຄົມມະນາຄົມ ຂອງອິນໂດເນເຊຍ ແຈ້ງວ່າ: ແຜນການຂະຫຍາຍ ສະໜາມບິນ ໃນຄັ້ງນີ້ ມີເປົ້າໝາຍເພື່ອເສີມສ້າງ ຄວາມເຂັ້ມແຂງ ໃຫ້ແກ່ການເຊື່ອມຕໍ່, ຂະຫຍາຍການເຂົ້າເຖິງ ພື້ນທີ່ຫ່າງໄກສອກຫລີກ ແລະ ສົ່ງເສີມການພັດທະນາ ເສດຖະກິດ ໃຫ້ມີຄວາມ ສົມດຸນຍິ່ງຂຶ້ນ.
ແຜນການດັ່ງກ່າວ ຈະຊ່ວຍເພີ່ມຈຳນວນເຄືອຂ່າຍ ສູນກາງການບິນຂອງ ອິນໂດເນເຊຍ ຂຶ້ນເປັນ 296 ແຫ່ງເຊິ່ງເພີ່ມຂຶ້ນ ຈາກ257 ແຫ່ງ ທີ່ມີໃນປັດຈຸບັນ./.
KPL