ລັດຖະບານ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ທູດ ສ ເກົາຫລີ ປະຈະ ສປປ ລາວ

02/07/2026 10:25
ຂປລ ໃນວັນທີ 30 ມິຖຸນາ 2026 ຢູ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຈອງ ຢອງ ຊູ (JUNG Yung-Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.

      ຂປລ.  ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບໃຫ້ແກ່ທ່ານທູດ ແຫ່ງ ສ ເກົາຫລີ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ.

        ໃນໂອກາດນ້ີ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານທູດ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ນັບຕັ້ງແຕ່ໄດ້ຍື່ນສານຕາຕັ້ງໃນວັນທີ 14 ພະຈິກ 2022 ເປັນຕົ້ນມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ມີການຂະຫຍາຍຕົວຢ່າງເປັນຮູບປະທໍາໃນຫລາຍດ້ານ ຂອບການຮ່ວມມືທີ່ມີຢູ່ແລ້ວ ກໍໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງກວ້າງຂວາງ ແລະ ຂອບການຮ່ວມມືໃໝ່ກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ການສຶກສາ, ກິລາ, ວັດທະນະທໍາ- ສັງຄົມ ແລະ ອື່ນໆ; ປະກອບສ່ວນ ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ, ພິເສດແມ່ນການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຢູນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ ເກົາຫລີ ໃນລະຫວ່າງ ວັນທີ 9-11 ກັນຍາ 2024  ແລະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ  ກອງປະຊຸມສຸດຍອດປິ່ນອ້ອມອື່ນໆ; ການເດີນທາງຢ້ຽມຢາມ ສ ເກົາຫລີ ໃນເດືອນພະຈິກ 2025 ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເພື່ອກະກຽມໃຫ້ ແກ່ການຢ້ຽມຢາມ ສ ເກົາຫລີ ຂອງປະທານປະເທດ ແຫ່ງ ສປປ ລາວ ໃນເດືອນທັນວາ 2025 ແລະ ການ ເດີນທາງຢ້ຽມຢາມ ສ ເກົາຫລີ ຢ່າງເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 14-15 ທັນວາ 2025 ຊຶ່ງໄດ້ມີການຍົກລະດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.

       ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຜ່ານທ່ານທູດໄປຍັງລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ພິເສດແມ່ນໄດ້ໃຫ້ການສະໜັບສະ ໜູນ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024.

     ໃນໂອກາດດຽວກັນນີ້, ທ່ານ ທູດ ສ ເກົາຫລີ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫລຽນໄຊມິດຕະພາບອັນມີຄຸນຄ່າ ແລະ ສູງສົ່ງໃຫ້ແກ່ຕົນເອງ ຊຶ່ງຈະກາຍເປັນສັນຍະລັກອັນມີຄວາມໝາຍຄວາມສໍາຄັນໃນການຊຸກຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

ຂ່າວ: ກົມການຂ່າວ, ກະຊວງ ການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top