ຂປລ
ເສັ້ນທາງລົດໄຟ ໂດຍສານເອຕິຮາດ ເຊິ່ງເປັນເສັ້ນທາງລົດໄຟໂດຍສານສາຍທຳອິດ ຂອງສະຫະລັດ ອາຣັບ ເອມີເຣດ ໄດ້ເລີ່ມທົດລອງເປີດບໍລິການແລ້ວ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 30 ມິຖຸນາແລ້ວນີ້, ເສັ້ນທາງລົດໄຟ ໂດຍສານເອຕິຮາດ ເຊິ່ງເປັນເສັ້ນທາງລົດໄຟໂດຍສານສາຍທຳອິດ ຂອງສະຫະລັດ ອາຣັບ ເອມີເຣດ ໄດ້ເລີ່ມທົດລອງເປີດບໍລິການແລ້ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສະຫະລັດ ອາຣັບ ເອມີເຣດ ໄດ້ເປີດຍຸກແຫ່ງການຂົນສົ່ງ ຜູ້ໂດຍສານ ດ້ວຍເສັ້ນທາງລົດໄຟຢ່າງເປັນທາງການ. ໃນຖານະເປັນໜຶ່ງ ໃນໂຄງການພື້ນຖານໂຄງລ່າງ ທີ່ມີຂະໜາດໃຫຍ່ທີ່ສຸດໃນຊຸມປີມໍ່ໆມານີ້ ຂອງສະຫະລັດ ອາຣັບ ເອມີເຣດ, ເສັ້ນທາງລົດໄຟໂດຍສານ ເອຕິຮາດ ຈະເຊື່ອມຕໍ່ 11 ຕົວເມືອງ ແລະ ເຂດແຄ້ວນຂອງ 7 ລັດຂອງສະຫະລັດ ອາຣັບ ເອມີເຣດ ແລະ ລວມມີ ສະຖານີລົດໄຟ 11 ແຫ່ງ. ເມື່ອຮອດປີ 2030, ຄາດວ່າ ຈຳນວນຂົນສົ່ງຜູ້ໂດຍສານ ຂອງເສັ້ນທາງລົດໄຟສາຍນີ້ ຈະມີເຖິງ 36 ລ້ານເທື່ອຄົນ. ໃນການກໍ່ສ້າງ, ມີວິສາຫະກິດຈີນ ຫລາຍແຫ່ງ ໄດ້ເຂົ້າຮ່ວມ ໂຄງການດັ່ງກ່າວ. ໂຄງການກໍ່ສ້າງເສັ້ນທາງລົດໄຟ ແລະ ສະຖານີລົດໄຟ ເອຕິຮາດ ແມ່ນໂຄງການສັນຍະລັກ ຂອງການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງລະຫວ່າງ ສປ ຈີນ ກັບ ສະຫະລັດ ອາຣັບເອມີເຣດ, ເປັນຕົວແບບແຫ່ງຜົນສຳເລັດ ຂອງສອງປະເທດ ໃນການລົງເລິກ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ແລະ ຊຸກຍູ້ການຮ່ວມມື ທີ່ຕິດແທດຕົວຈິງ ໃນຂົງເຂດຕ່າງໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL