ເຜີຍແພ່ການຊີ້ແຈງ ຈາກຂະແໜງການກ່ຽວຂ້ອງ ຕໍ່ຄຳສະເໜີຂອງຜູ້ມີສິດເລື້ອກຕັ້ງ ຢູ່ເມືອງໂຂງ

02/07/2026 06:55
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ຮັບຟັງການຊີ້ແຈງຈາກພາກສ່ວນ ກ່ຽວຂ້ອງຂອງຫ້ອງການອ້ອມຂ້າງ ເມືອງ ຕໍ່ຄຳສະເໜີຂອງຜູ້ມີສິດເລືອກ ຕັ້ງ ຈັດຂຶ້ນໃນວັນທີ 29 ມິຖຸນາ 2026 ເມືອງໂຂງ ແຂວງຈຳປາສັກ

  ເພື່ອຮັບປະກັນໃຫ້ຄຳສະເໜີຂອງປະ ຊາຊົນ ທີ່ໄດ້ສະເໜີຜ່ານສະມາຊິກ ສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໃນໂອກາດລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງໄດ້ຮັບການ ແກ້ໄຂຢ່າງທັນການ ແລະ ແທດ ເຖິງຕົວຈິງ.

ທ່ານ ນາງ ໄພວັນ ສີບຸນເຮືອງ ຮອງຄະນະສະມາຊິກສະພາເຂດ ເລືອກຕັ້ງເມືອງໂຂງ ທັງເປັນຫົວໜ້າ ຫ້ອງວ່າການສະພາປະຈຳເມືອງ ໄດ້ ຍົກໃຫ້ເຫັນການລວບລວມເອົາຄຳ ສະເໜີຂອງປະຊາຊົນຜູ້ມີສິດເລືອກຕັ້ງມາຈາກການລົງເຄື່ອນໄຫວ ຂອງ ສສຊ ແລະ ສສຂ ທັງໝົດ 9 ຈຸດ, ສາມາດເຄື່ອນໄຫວໄດ້ 20 ບ້ານ ແລະ 1 ສຳນັກງານ. ກອງ ປະຊຸມຄັ້ງນີ້ ກໍເພື່ອຮັບຟັງລາຍງານ ແລະ ຊີ້ແຈງຈາກຕາງໜ້າຂະແໜງ ການຕ່າງໆ ຊຶ່ງມີຫລາຍປະເດັນຮີບ ດ່ວນ ທີ່ຕ້ອງໄດ້ຮັບການແກ້ໄຂຢ່ ຂັ້ນເມືອງເປັນຕົ້ນ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໂດຍສະເພາະ ບັນຫາບໍລິສັດເອກະຊົນສຳປະທານ ທ່ີດິນທັບຊ້ອນກັບດິນທຳການຜະ ລິດຂອງປະຊາຊົນ ຢູ່ບ້ານຄອນ (ເນື້ອທີ່ປະມານ 12 ເຮັກຕາ), ການອອກໃບຕາດິນຖາວອນ ໃຫ້ ປະຊາຊົນ ບ້ານຮີທາດ ທີ່ຍັງຄ້າງ ຄາຫລາຍຕອນ ແລະ ບັນຫາການ ຄຸ້ມຄອງທີ່ດິນຈັດສັນຢູ່ບ້ານພຽງດີ; ຂະແໜງໂຍທາທິການ ແລະ ຂົນສົ່ງໂດຍສະເພາະ ໃຫ້ຊ່ວຍສ້ອມແປງ ຫລື ກໍ່ສ້າງທໍ່ລະບາຍນ້ຳ ແລະ ຝາຍ ນ້ຳລົ້ນ ເພື່ອແກ້ໄຂບັນຫານ້ຳຖ້ວມ ຂັງ ແລະ ຮອງຮັບການຜະລິດລະດູ ແລ້ງ ຂອງປະຊາຊົນຢູ່ ບ້ານເສັດນ້ຳ ອ້ອມ ແລະ ບ້ານສົງເປືອຍ. ສໍາລັບ ຂະແໜງໄຟຟ້າ, ປະຊາຊົນຫລາຍ ບ້ານ (ເຊັ່ນ: ບ້ານຄອນ ແລະ ດອນ ເດດ, ບ້ານສາລາ, ບ້ານຫໍ່ເຂົ້າ ແລະ ອ່ືນໆ) ສະເໜີໃຫ້ກວດກາຄືນລະບົບ ຕາຂ່າຍໄຟຟ້າທີ່ບໍ່ທົ່ວເຖິງ, ບັນຫາ ໄຟຟ້າຕົກເປັນປະຈຳ ແລະ ຄ່າຊົມ ໃຊ້ໄຟຟ້າເຂົ້າໃນການຜະລິດນາ ແຊງທີ່ສູງຜິດປົກກະຕິ. ສ່ວນຂະ ແໜງສາທາລະນະສຸກ: ສະເໜີຂໍ ງົບປະມານສ້ອມແປງສຸກສາລາ ບ້ານຮີທາດ ທີ່ຊຸດໂຊມ ແລະ ບັນຫາ ຂາດຄູສອນ. ນອກຈາກບັນຫາຂັ້ນ ເມືອງແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄຳສະເໜີ ທ່ີ ຕ້ອງໄດ້ນຳສະເໜີຕໍ່ຂັ້ນແຂວງ ເພື່ອ ພິຈາລະນາເຊັ່ນ: ການຂໍງົບປະມານ ກໍ່ສ້າງເສັ້ນທາງເບຕົງ, ການແກ້ໄຂ ລາຄາເຂົ້າເປືອກຕໍ່າ ແລະ ການຂໍ ທຶນສ້ອມແປງໂຮງຮຽນ.

ໂອກາດນີ້, ທ່ານ ຈັນທະນົງ ສິນ ຈັນທະພິມ ປະທານຄະນະກຳ ມະການປົກຄອງເມືອງ ໄດ້ຮຽກ ຮ້ອງໃຫ້ບັນດາຂະແໜງການທ່ ກ່ຽວຂ້ອງຈົ່ງເພີ່ມທະວີຄວາມຮັບ ຜິດຊອບ, ຮີບຮ້ອນລົງກວດກາຕົວ ຈິງ ແລະ ວາງແຜນແກ້ໄຂບັນຫາ ທີ່ຍັງຄ້າງຄາໃຫ້ປະກົດຜົນເປັນຈິງ ໂດຍໄວ ເພື່ອຕອບສະໜອງຄວາມ ມຸ່ງມາດປາດຖະໜາ ແລະ ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນເລື້ອຍໆ. 

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

KPL

ຂ່າວອື່ນໆ

ads
ads

Top