ຮອງລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂອງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ

25/06/2026 10:20
ຂປລ ໃນວັນທີ 23 ມິຖຸນາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂອງອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈໍາ ສປປ ລາວ

      ຂປລ.  ນໍາພາໂດຍທ່ານ ຄິຄຸຈິ ຢາຊຸຊິ (Mr. Kikuchi Yasushi) ຫົວໜ້າອົງການສົ່ງເສີມການຄ້າ ຍ່ີປຸ່ນ ປະຈຳ ສປປ ລາວ ຄົນເກ່ົາ ແລະ ທ່ານ ຄະວະໂນະ ມິຊຶຮິໂຣະ (Mr. KAWANO Mitsuhiro) ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝພ້ອມຄະນະ. 

      ໃນໂອກາດນ້ີ, ທ່ານຮອງນາຍົກ ລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຢ່າງຕັ້ງໜ້າຕະຫລອດ ໄລຍະ 5 ປີ (2021-2026) ດ້ວຍຜົນສໍາເລັດອັນຈົບງາມຂອງ ທ່ານ ຄິຄຸຈິ ຢາຊຸຊິ ກໍຄື ບົດບາດຂອງອົງການ JETRO ປະຈໍາ ສປປ ລາວ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄະວະໂນະ ມິຊຶຮິໂຣະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຫົວໜ້າອົງການ JETRO ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງຢືນຢັນວ່າກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງມີຄວາມຍິນດີ ແລະ ກຽມພ້ອມທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດກັບອົງການ JETRO ເພື່ອສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກໍຄືການຮ່ວມມືເພື່ອການພັດທະນາລະຫວ່າງສອງປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມ ປີຕໍ່ໜ້າ. 

      ໃນໂອກາດດຽວກັນ, ຄະນະຜູ້ແທນອົງການ JETRO ປະຈໍາ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະທ່ີ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວຢ່າງໃກ້ຊິດເພື່ອສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ໄດ້ ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະແມ່ນການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ.

 ອົງການສົ່ງເສີມການຄ້າຍີ່ປຸ່ນ ເປັນອົງການຂອງລັດຖະບານຍີ່ປຸ່ນ ທີ່ຂຶ້ນກັບກະຊວງເສດຖະກິດຍີ່ປຸ່ນ ໂດຍກົງ, ມີໜ້າທ່ີສ່ົງເສີມການ ລົງທຶນລະຫວ່າງຍ່ີປຸ່ນ ແລະ ປະເທດຕ່າງໆດ້ວຍການສະໜອງຂໍ້ມູນ ແລະ ໃຫ້ຄໍາແນະນໍາກັບນັກທຸລະກິດ ຍີ່ປຸ່ນ ທີ່ມີຄວາມສົນໃຈຢາກລົງທຶນຢູ່ຕ່າງປະເທດ ຊຶ່ງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ຖືກສ້າງຕັ້ງຂຶ້ນໃນເດືອນເມສາ 2014. ໃນໄລຍະຜ່ານມາ, ອົງການດັ່ງກ່າວ ໄດ້ສະໜອງຂໍ້ມູນ ແລະ ການບໍລິການໃຫ້ຄຳປຶກສາໃຫ້ແກ່ນັກທຸລະກິດຍີ່ປຸ່ນ ປະມານ 10.000 ເທື່ອຄົນ, ອຳນວຍຄວາມສະດວກ ໃຫ້ແກ່ການລົງນາມຂ້ໍຕົກລົງກ່ຽວກັບວຽກງານການຄ້າ, ການລົງທຶນ ແລະ ອື່ນໆ ໃນຂະແໜງການສຳຄັນ ຕ່າງໆເຊັ່ນ: ກະສິກຳ, ການຜະລິດ, ການຂົນສົ່ງ ແລະ ອື່ນໆ. ເນື່ອງໃນໂອກາດສະເຫລີມສະຫລອງວັນ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວ- ຍີ່ປຸ່ນ, ວັນຄົບຮອບ 60 ປີ ແຫ່ງ ການສົ່ງອາສາສະໝັກອົງການຮ່ວມ ມືສາກົນຂອງລັດຖະບານຍີ່ປຸ່ນ (JICA) ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ການສະເຫລີມສະຫລອງວັນ ຄົບຮອບ 10 ປີ ແຫ່ງການສ້າງຕັ້ງ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ເພື່ອເປັນການຮັບຮູ້ເຖິງຜົນງານຂອງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ, ໃນປີ 2025 ລັດຖະບານລາວໄດ້ມອບຫລຽນກາມິດຕະພາບໃຫ້ແກ່ອົງການດັ່ງກ່າວ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ 

KPL

ຂ່າວອື່ນໆ

    • ການກຳເນີດເຕີບໃຫຍ່ຂະຫາຍຕົວຂອງວຽກງານສື່ມວນຊົນລາວບົດ-ສາລະຄະດີ

      ການກຳເນີດເຕີບໃຫຍ່ຂະຫາຍຕົວຂອງວຽກງານສື່ມວນຊົນລາວ

      6/25/2026 11:30:22 AM

      ຂປລ. ເມື່ອຫວນຄືນກ່ອນໜ້ານີ້, ການເຄື່ອນໄຫວຂອງສື່ມວນຊົນໃນໄລຍະຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່. ອົງການສື່ມວນຊົນແມ່ນໄດ້ເປັນກະບອກສຽງໃຫ້ແກ່ພັກ-ລັດ ທີ່ມີຄວາມເຂັ້ມແຂງ, ໄດ້ກະຕຸກຊຸກຍູ້ຂະບວນການຕໍ່ສູ້ກູ້ຊາດ ແລະ ປຸກລະດົມປະຊາຊົນ, ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດຕໍ່ສູ້ຕ້ານພວກສັດຕູ ແລະ ຍາດໄດ້ໄຊຊະນະນີ້ ໄປສູ່ໄຊຊະນະໃໝ່

    • ສຸມໃສ່ຫລາຍໜ້າວຽກ ເພື່ອປັບປຸງວຽກງານ ສາທາລະນະສຸກບົດ-ສາລະຄະດີ

      ສຸມໃສ່ຫລາຍໜ້າວຽກ ເພື່ອປັບປຸງວຽກງານ ສາທາລະນະສຸກ

      6/25/2026 11:22:50 AM

      ຂປລ. ອາທິດ​ຜ່ານມາ ກະຊວງ​ສາທາລະນະ​ສຸກ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຈັດຕັ້ງຂອງຂະແໜງການສາທາລະນະສຸກ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ

    • ທຸກການເຄື່ອນໄຫວກິດຈະກຳກ່ຽວກັບສັດນ້ຳ-ສັດປ່າ ຕ້ອງປະຕິບັດຕາມກົດໝາຍບົດ-ສາລະຄະດີ

      ທຸກການເຄື່ອນໄຫວກິດຈະກຳກ່ຽວກັບສັດນ້ຳ-ສັດປ່າ ຕ້ອງປະຕິບັດຕາມກົດໝາຍ

      6/25/2026 11:20:21 AM

      ຂປລ. ກິດຈະການ ສັດນ້ຳ ແລະ ສັດປ່າ ແມ່ນທຸກການເຄື່ອນໄຫວທີ່ກ່ຽວຂ້ອງ ກັບສັດນ້ຳ ແລະ ສັດປ່າ ຊຶ່ງມີການສຳຫລວດ, ການວາງແຜນຍຸດທະສາດໃນການຄຸ້ມຄອງ, ປົກປັກຮັກສາ, ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນ້ຳ ແລະ ສັດປ່າ,

    • ການຈັດຕັ້ງ ແລະ ການເຄື່ອນໄຫວສື່ມວນຊົນບົດ-ສາລະຄະດີ

      ການຈັດຕັ້ງ ແລະ ການເຄື່ອນໄຫວສື່ມວນຊົນ

      6/25/2026 11:19:03 AM

      ຂປລ. ອົງການເຈົ້າຂອງສື່ມວນຊົນ ແມ່ນ ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງ ຕັ້ງອົງການສື່ມວນ ຊົນ ແລະ ດ ຳເນີນວຽກງານດ້ານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບ

    • ສິດເສລີພາບຂອງພົນລະເມືອງລາວ ດ້ານສື່ມວນຊົນບົດ-ສາລະຄະດີ

      ສິດເສລີພາບຂອງພົນລະເມືອງລາວ ດ້ານສື່ມວນຊົນ

      6/25/2026 11:17:55 AM

      ຂປລ. ພົນລະເມືອງລາວ ມີສິດເສລີພາບດ້ານສື່ມວນຊົນ ໂດຍສະແດງອອກດ້ວຍການປະກອບຄຳເຫັນ, ໃຫ້ທັດສະນະ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບການ, ສາລະຄວາມຮູ້, ສາລະບັນເທິງ ແລະ ບັນຫາອື່ນ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ ຊຶ່ງເປັນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.

ads
ads

Top