ຂປລ
ຂປລ. ອົງການເຈົ້າຂອງສື່ມວນຊົນ ແມ່ນ ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງ ຕັ້ງອົງການສື່ມວນ ຊົນ ແລະ ດ ຳເນີນວຽກງານດ້ານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບ
ຂປລ. ອົງການເຈົ້າຂອງສື່ມວນຊົນ ແມ່ນ ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງ ຕັ້ງອົງການສື່ມວນ ຊົນ ແລະ ດ ຳເນີນວຽກງານດ້ານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບ ການໂດຍມີຫົວໜ້າ ແລະ ຮອງຫົວໜ້າ ຂອງອົງການເຈົ້າຂອງສື່ມວນຊົນ ຊຶ່ງ ແມ່ນຫົວໜ້າອົງການ ຫຼື ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ຊີ້ນຳ ແລະ ຄຸ້ມຄອງ ອົງການສື່ມວນຊົນດັ່ງກ່າວ.
ສິດ ແລະ ໜ້າທີ່ຂອງອົງການເຈົ້າຂອງສື່ມວນຊົນມີສິດຕົ້ນຕໍ ດັ່ງນີ້: 1. ສະເໜີສ້າງຕັ້ງ ແລະ ຍຸບເລີກ ອົງການສື່ມວນຊົນຂອງຕົນ; 2. ຕົກລົງທິດທາງ, ແຜນການ ແລະ ການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ; 3. ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຫົວໜ້າ ຫລື ຮອງຫົວໜ້າອົງການສື່ມວນ ຊົນຂອງຕົນ ຕາມລະບຽບການ;4. ຕິດຕາມ, ກວດກາການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ; 5. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ; 6. ພົວພັນ ແລະ ຮ່ວມມືສາກົນ ດ້ານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບການ.
ອົງການເຈົ້າຂອງສື່ມວນຊົນມີ ໜ້າທີ່ຕົ້ນຕໍ ດັ່ງນີ້: 1. ກຳນົດທິດທາງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຂອບເຂດການພິມ ແລະ ຈ ຳໜ່າຍສື່ສິ່ງພິມ ຫລື ຄວາມແຮງຂອງເຄື່ອງສົ່ງ, ຄົ້ນຄວາມດີ, ເວລາກະຈາຍ, ຂອບເຂດການກະຈາຍພາບ, ສຽງ ແລະ ພາສາ; 2. ຈັດຕັ້ງກົງຈັກຊ່ວຍວຽກ, ສ້າງບຸກຄະລາກອນ ແລະ ຊີນຳ, ຄຸ້ມ ຄອງ, ກວດກາການປະຕິບັດອຸດົມການ, ຈຸດປະສົງ, ພາລະບົດບາດ, ສິດໜ້າທີ່ທິດທາງ, ແຜນການ ແລະ ຂອງອົງການສື່ມວນຊົນຂອງຕົນ; 3.ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ; 4. ຮັບຜິດຊອບຕໍ່ກົດໝາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນວຽກງານສື່ມວນຊົນ, ຮັບຜິດຊອບແກ້ໄຂການຕຳນິຕິຊົມ, ກ່າວຟ້ອງຕໍ່ອົງການສື່ມວນຊົນ ແລະ ບຸກຄະລາກອນສື່ມວນຊົນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ.
ອົງການສື່ມວນຊົນ ແມ່ນ ການຈັດຕັ້ງໜຶ່ງຂອງອົງການເຈົ້າຂອງ ສື່ມວນຊົນ ທີ່ເຄື່ອນໄຫວວຽກງານດ້ານສື່ມວນຊົນປະເພດໃດໜຶ່ງຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 13 ຂອງກົດໝາຍສະບັບນີ້.
ສິດ ແລະ ໜ້າທີ່ຂອງອົງການສື່ມວນຊົນ. ອົງການສື່ມວນຊົນ ມີສິດຕົ້ນຕໍ ດັ່ງນີ້: 1. ເຜີຍແຜ່ຂໍ້ມູນ ຂ່າວສານຢ່າງຖືກຕ້ອງກັບຄວາມເປັນຈິງ ກ່ຽວກັບ ສະພາບການພາຍໃນ ແລະ ຕ່າງປະເທດທີ່ມີປະໂຫຍດຕໍ່ຊາດ ແລະ ປະຊາຊົນ; 2. ຕຳນິຕິຊົມແບບສ້າງສັນຕໍ່ການກະທ ຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ, ປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນການ ສໍ້ລາດບັງຫຼວງ, ຢາເສບຕິດ; 3. ຕອບໂຕ້ທຸກຖ້ອຍທຳນອງໂຄສະນາໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ ທີ່ສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງ ຊາດ ແລະ ປະຊາຊົນ; 4. ພັດທະນາຕົນໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ; 5. ພິຈາລະນາເນື້ອໃນ, ຮູບການຂອງຜະລິດຕະພັນສື່ມວນຊົນ ຂອງຕົນ; 6. ສະເໜີ, ປະກອບຄຳເຫັນຕໍ່ຂັ້ນເທິງ ກ່ຽວກັບການເຄື່ອນໄຫວ ວຽກງານສື່ມວນຊົນຂອງຕົນ; 7. ໄດ້ຮັບການປົກປ້ອງຈາກກົດໝາຍ ໃນການເຄື່ອນໄຫວວຽກງານ ທີ່ຖືກຕ້ອງຂອງຕົນ; 8. ສ້າງບັນຍາກາດ, ຄວາມເບີກບານມ່ວນຊື່ນ ໃຫ້ແກ່ສັງຄົມ; 9. ເຂົ້າຮ່ວມກອງປະຊຸມ ກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ; 10. ພົວພັນ ແລະ ຮ່ວມມືກັບສາກົນ ຕາມການເຫັນດີຂອງອົງການ ເຈົ້າຂອງສື່ມວນຊົນ ແລະ ຕາມກົດໝາຍ ແລະ ລະບຽບການ.
ອົງການສື່ມວນຊົນມີໜ້າທີ່ຕົ້ນຕໍ ດັ່ງນີ້: 1. ໂຄສະນາ, ເຜີຍແຜ່, ປົກປ້ອງແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ, ປະກອບສ່ວນຮັກສາສະ ຖຽນລະພາບທາງດ້ານການເມືອງ, ເສດ ຖະກິດ ແລະ ສັງຄົມ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມສາ ມັກຄີເປັນປຶກແຜ່ນຂອງວົງຄະນະຍາດແຫ່ງຊາດ; 2. ຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ, ໃຫ້ສາລະຄວາມຮູ້, ສາລະບັນເທີງ, ສົ່ງເສີມການສຶກສາ ເພ່ືອຍົກລະດັບຄວາມຮູ້ຂອງປະຊາຊົນ, ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ສົ່ງເສີມບົດບາດຍິງ-ຊາຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັດນ້ອຍ; 3. ເຜີຍແຜ່ວຽກດີຄົນເດັ່ນ ແລະ ແນະນຳຫາງສຽງສັງຄົມ; 4. ຮັກສາຄວາມຖືກຕ້ອງຂອງພາສາລາວ ແລະ ພາສາຊົນເຜົ່າໃນ ສປປ ລາວ; 5. ສົ່ງເສີມການພົວພັນ, ການຮ່ວມມື, ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງປະເທດເພ່ືອນມິດ ແລະ ປະຊາຊາດ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຂອງບັນດາປະຊາຊາດ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ; 6. ດຳເນີນກິດຈະການ ການພິມ ແລະ ຈຳໜ່າຍສື່ສິ່ງພິມ, ການກະຈາຍພາບ, ສຽງ ແລະ ພາສາ ຕາມທີ່ໄດ້ກຳນົດໄວ້ໃນໃບອະນຸຍາດສ້າງຕັ້ງ; 7; ຄຸ້ມຄອງກົງຈັກຊ່ວຍວຽກ, ສ້າງບຸກຄະລາກອນ ແລະ ປະຕິບັດພາລະບົດບາດ, ສິດ,ໜ້າທີ່, ທິດທາງ, ແຜນການເຄື່ອນໄຫວຂອງຕົນ, ລາຍງານຜົນການເຄື່ອນໄຫວວຽກງານໃຫ້ອົງການເຈົ້າຂອງສື່ມວນຊົນ ແລະ ອົງການຄຸ້ມຄອງສື່ມວນຊົນຢ່າງເປັນປົກກະຕິ; 8. ຮັບປະກັນການປະຕິບັດເສລີພາບ ດ້ານສື່ມວນຊົນຂອງພົນລະເມືອງລາວ; 9. ຮັບຜິດຊອບຕໍ່ກົດໝາຍ ແລະ ຕໍ່ອົງການເຈົ້າຂອງສື່ມວນຊົນກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ.
KPL