ຂປລ
ຂປລ. ກິດຈະການ ສັດນ້ຳ ແລະ ສັດປ່າ ແມ່ນທຸກການເຄື່ອນໄຫວທີ່ກ່ຽວຂ້ອງ ກັບສັດນ້ຳ ແລະ ສັດປ່າ ຊຶ່ງມີການສຳຫລວດ, ການວາງແຜນຍຸດທະສາດໃນການຄຸ້ມຄອງ, ປົກປັກຮັກສາ, ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນ້ຳ ແລະ ສັດປ່າ,
ຂປລ. ກິດຈະການ ສັດນ້ຳ ແລະ ສັດປ່າ ແມ່ນທຸກການເຄື່ອນໄຫວທີ່ກ່ຽວຂ້ອງ ກັບສັດນ້ຳ ແລະ ສັດປ່າ ຊຶ່ງມີການສຳຫລວດ, ການວາງແຜນຍຸດທະສາດໃນການຄຸ້ມຄອງ, ປົກປັກຮັກສາ, ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນ້ຳ ແລະ ສັດປ່າ, ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ການສ້າງຫໍພິພິທະພັນສັດ, ການຂະຫຍາຍພັນ, ການລ້ຽງ, ການຈັດປະເພດຫລື ບັນຊີ, ການຂຶ້ນທະບຽນ ແລະ ການແຈ້ງບັນຊີ, ການລ່າສັດນ້ຳ ແລະ ສັດປ່າ ແລະ ອື່ນໆ.
ການສຳຫລວດ ສັດນ້ຳ ແລະ ສັດປ່າ ການເກັບກຳຂໍ້ມູນກ່ຽວກັບຈຳນວນ, ສະພາບການຄົງຕົວ, ການຂະຫຍາຍຕົວ ແລະ ຖິ່ນທີ່ຢູ່ອາໄສຂອງສັດນ້ຳ ແລະ ສັດປ່າ ໂດຍມອບໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດຳເນີນການສຳຫລວດສັດນ້ຳ ແລະສັດປ່າ ໃນຂອບເຂດທົ່ວປະເທດ. ການວາງແຜນຍຸດທະສາດໃນການຄຸ້ມຄອງ ແລະ ປົກປັກຮັກສາສັດນ້ຳ ແລະ ສັດປ່າ ກະຊວງ ກະສິກຳແລະປ່າໄມ້ໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະ ອົງການປົກຄອງທ້ອງຖິ່ນ ກຳນົດ ແລະ ວາງແຜນຍຸດທະສາດ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດປ່າ ເພື່ອເປັນທິດທາງລວມ, ແຜນງານ, ໂຄງການ ແລະ ມາດຕະການສະເພາະໜ້າ ແລະ ຍາວນານ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊສັດນ້ຳ ແລະ ສັດປ່າແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໃຫ້ໝັ້ນຄົງ, ປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນ ສັດນ້ຳ ແລະ ສັດປ່າ ຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ປະສານສົມທົບກັບຂະແໜງການອື່ນ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງດຳເນີນການສຳຫລວດ, ກຳນົດຖິ່ນທີ່ຢູ່ອາໄສ, ເຂດອະນຸລັກພັນ ແລະ ແຫລ່ງອາຫານຂອງສັດນ້ຳແລະສັດປ່າດ້ວຍການເຂົ້າຮ່ວມຂອງປະຊາຊົນພ້ອມທັງອອກລະບຽບການແລະຄຳແນະນຳຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ການສຶກສາ ຄົ້ນຄວ້າທາງດ້ານວິທະຍາສາດ ໂດຍລັດ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງດຳເນີນການສຶກສາ, ຄົ້ນຄວ້າທົດລອງທາງດ້ານວິທະຍາສາດ ກ່ຽວກັບສັດນ້ຳ ແລະ ສັດປ່າ ພ້ອມທັງການລົງທຶນສ້າງສະຖາບັນ ຫລື ສູນຄົ້ນຄວ້າທົດລອງ ຕາມລະບຽບກົດໝາຍຂອງສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ສົນທິສັນຍາສາກົນ. ການນຳເອົາຕົວຢ່າງຊາກຫລື ສິ້ນສ່ວນ ຂອງສັດນ້ຳ ແລະສັດປ່າ ເພື່ອໄປສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກຳ ແລະ ປ່າໄມ້. ພາຍຫລັງທີ່ສຳເລັດການຄົ້ນຄວ້າວິໄຈແລ້ວຕ້ອງສົ່ງຜົນການຄົ້ນຄວ້າ ແລະ ຕົວຢ່າງນັ້ນຄືນໃຫ້ກະຊວງກະສິກຳແລະ ປ່າໄມ້.
ການສ້າງ ຫໍພິພິທະພັນສັດ ລັດສົ່ງເສີມໃຫ້ບຸກຄົນແລະການຈັດຕັ້ງລົງທຶນ ສ້າງຫໍພິພິທະພັນ ສັດນ້ຳແລະ ສັດປ່າ ເພື່ອເປັນສະຖານທີ່ສະສົມຕົວຢ່າງ ຊາກ ຫລື ສິ້ນສ່ວນສັດນ້ຳ ແລະ ສັດປ່າ ທຸກປະເພດໃຫ້ເປັນບ່ອນສຶກສາຮໍ່າຮຽນ, ຄົ້ນຄວ້າ ແລະ ທ່ອງທ່ຽວ ແນໃສ່ ປູກຈິດສຳນຶກເຊີດຊູສະຕິຮັກ ແລະ ຫວງແຫນສັດນ້ຳ ແລະ ສັດປ່າ ໃຫ້ທົ່ວປວງຊົນ.
ການຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ລັດສົ່ງເສີມໃຫ້ບຸກຄົນແລະ ການຈັດຕັ້ງຂະຫຍາຍພັນ ສັດນ້າແລະ ສັດປ່າ ຕາມທຳມະຊາດ ຫລືດ້ວຍການນຳໃຊ້ເຕັກນິກວິຊາການເພື່ອເພີ່ມຈຳນວນສັດນ້ຳ ແລະ ສັດປ່າ ໃຫ້ຫລາຍຂຶ້ນແນໃສ່ຕອບສະໜອງຈຸດປະສົງທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມລວມທັງການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ.
ການລ້ຽງ ສັດນ້ຳ ແລະ ສັດປ່າສັດນ້ຳແລະສັດປ່າທຸກປະເພດທີ່ໄດ້ມາຈາກທຳມະຊາດ ຫລື ຈາກບ່ອນອື່ນ ທີ່ໄດ້ມີການຂະຫຍາຍພັນແລ້ວຫລື ຈາກຕ່າງປະເທດ ສາມາດນຳມາລ້ຽງຢູ່ໃນຟາມ, ສວນສັດ, ສະຖານີແລະ ສະຖານທີ່ອື່ນ ເພື່ອຈຸດປະສົງທາງດ້ານທຸລະກິດແລະ ຊົມໃຊ້ພາຍໃນຄອບຄົວຕາມລະບຽບກົດໝາຍ.ການລ້ຽງຕ້ອງມີຕູ້ແກ້ວ, ໜອງ,ສະ, ກົງ, ຄອກ, ສວນ ແລະ ສະຖານທີ່ອື່ນທີ່ມີຂະໜາດ ແລະ ສະພາບທີ່ເໝາະສົມ, ມີອາຫານພຽງພໍ, ມີຄວາມຮັບຜິດຊອບ ເພື່ອບໍ່ເປັນການທໍລະມານສັດ, ການຄົງຕົວ, ການຂະຫຍາຍພັນສັດທັງຮັບປະກັນການປົກປັກຮັກສາສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ.
KPL