ສິດເສລີພາບຂອງພົນລະເມືອງລາວ ດ້ານສື່ມວນຊົນ

25/06/2026 11:17
ຂປລ ຂປລ. ພົນລະເມືອງລາວ ມີສິດເສລີພາບດ້ານສື່ມວນຊົນ ໂດຍສະແດງອອກດ້ວຍການປະກອບຄຳເຫັນ, ໃຫ້ທັດສະນະ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບການ, ສາລະຄວາມຮູ້, ສາລະບັນເທິງ ແລະ ບັນຫາອື່ນ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ ຊຶ່ງເປັນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.

ຂປລ.  ພົນລະເມືອງລາວ ມີສິດເສລີພາບດ້ານສື່ມວນຊົນ ໂດຍສະແດງອອກດ້ວຍການປະກອບຄຳເຫັນ, ໃຫ້ທັດສະນະ ແລະ ສາມາດເຂົ້າເຖິງຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບສະພາບການ, ສາລະຄວາມຮູ້, ສາລະບັນເທິງ ແລະ ບັນຫາອື່ນ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ ຊຶ່ງເປັນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.

ພົນລະເມືອງລາວມີສິດເສລີພາບໃນການປະກອບຄຳເຫັນຜ່ານສື່ມວນຊົນກ່ຽວກັບ ການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ; ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະ ເທດ; ການຕຳນິຕິຊົມແບບສ້າງສັນຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງ.

ສິດເສລີພາບຂອງພົນລະເມືອງລາວ ກ່ຽວກັບຂໍ້ມູນ ຂ່າວສານ: ພົນລະເມືອງລາວ ມີສິດເສລີພາບ ກ່ຽວກັບຂໍ້ມູນຂ່າວສານຜ່ານສື່ມວນຊົນ ດັ່ງນີ້:  ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການ ພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທີງ ແລະ ອື່ນໆ;  ສະໜອງຂໍ້ມູນ ຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ, ຊັດເຈນ, ທັນການ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບເນື້ອໃນຂໍ້ມູນຂ່າວສານນັ້ນ.

ການນຳໃຊ້ສິດເສລີພາບຂອງພົນລະເມືອງລາວ: ພົນລະເມືອງລາວ ນຳໃຊ້ສິດເສລີພາບຂອງຕົນຜ່ານສື່ມວນຊົນ ດ້ວຍການລົງພິມ ຫລື ກະຈາຍຂ່າວ, ບົດ, ຄຳເຫັນ, ຕອບສຳພາດ, ກະຈາຍສຽງ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງ ຫລື ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວ ຂ້ອງຕາມກົດໝາຍ ແລະ ລະບຽບການ. ໃນກໍລະນີທີ່ບໍ່ສາມາດລົງພິມ, ກະຈາຍ ຫລື ຕອບໄດ້ນັ້ນ ສື່ມວນຊົນຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງເປັນທາງການ.

KPL

ຂ່າວອື່ນໆ

ads
ads

Top