ຂປລ
ທ່ານ ມາຊຸດ ເປັສຄຽນ ປະທານາທິບໍດີ ອີຣານ ໄດ້ລົງເນື້ອໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອີຣານ ກັບ ສ.ອາເມລິກາ ທີ່ໄດ້ລົງນາມແລ້ວ ຜ່ານທາງສື່ສັງຄົມອອນລາຍ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ມິຖຸນານີ້, ທ່ານ ມາຊຸດ ເປັສຄຽນ ປະທານາທິບໍດີ ອີຣານ ໄດ້ລົງເນື້ອໃນ ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ອີຣານ ກັບ ສ.ອາເມລິກາ ທີ່ໄດ້ລົງນາມແລ້ວ ຜ່ານທາງສື່ສັງຄົມອອນລາຍ ໂດຍໄດ້ລະບຸວ່າ: ນີ້ຄືເອກະສານ ທີ່ມີລັກສະນະ ປະຫວັດສາດ ສະບັບໜຶ່ງ, ທັງເປັນການສົ່ງສັນຍານຈາກ ອີຣານ ທີ່ເຂັ້ມແຂງ ຄື: ສັນຕິພາບ ຈະບັນລຸຜົນ ເປັນຈິງ ບົນພື້ນຖານ ແຫ່ງການເຄົາລົບ ເຊິ່ງກັນ ແລະ ກັນ. ທ່ານ ມາຊຸດ ເປັສຄຽນ ຢືນຢັນວ່າ: ອີຣານ ສຸມກຳລັງເຂົ້າໃນການປົກປັກຮັກສາ ສັນຕິພາບ ຂອງໂລກຢ່າງສະເໝີຕົ້ນ ສະເໝີປາຍ, ພ້ອມທັງ ຊຸກຍູ້ການພັດທະນາ ການຮ່ວມມື ກັບພາກພື້ນ ໂດຍຍຶດໝັ້ນພາຍໃຕ້ ປະຖົມປັດໄຈ ແຫ່ງການຮັກສາ ກຽດສັກສີ ແລະ ເອກະລາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL