ຂປລ
ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມ ຄົບຄະນະກອງປະຊຸມສຸດຍອດສະເຫລີມສະຫລອງ 35 ປີ ແຫ່ງວັນການພົວພັນ ອາຊຽນ - ລັດເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 18 ມິຖຸນາ, ຢູ່ນະຄອນ ກາຊານ(Kazan)ຂອງ ລັດເຊຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມ ຄົບຄະນະກອງປະຊຸມສຸດຍອດສະເຫລີມສະຫລອງ 35 ປີ ແຫ່ງວັນການພົວພັນ ອາຊຽນ - ລັດເຊຍ. ໃນໂອກາດນີ້ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ລັດເຊຍ ໄດ້ຊົມເຊີຍ ບັນດາຜູ້ແທນທີ່ເຂົ້າຮ່ວມ ເວທີປາໄສ ແລະ ເນັ້ນໜັກເຖິງ ບົດບາດຂອງ ອາຊຽນ ໃນການພົວພັນກັບສາກົນ. ການນຳ ລັດເຊຍ ໄດ້ປະກາດໂຄງການດຳເນີນ ງານຄົບຄະນະ, ຕາມນັ້ນແລ້ວ, ເນື້ອໃນປຶກສາຫາລື ຈະສຸມໃສ່ ບັນດາບັນຫາພາກພື້ນ ແລະ ສາກົນ ໃນປະຈຸບັນ, ຕີລາຄາໝາກຜົນການຮ່ວມມື ລັດເຊຍ - ອາຊຽນ ໃນໄລຍະ 35 ປີຜ່ານມາ, ແລະ ບັນດາການກຳນົດທິດ, ເປົ້າໝາຍ ແລະ ໜ້າທີ່ໃນອະນາຄົດຂອງການພົວພັນ ຄູ່ຮ່ວມມື ຍຸດທະສາດ ລັດເຊຍ - ອາຊຽນ.ຈາກນັ້ນ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ສສ ຫວຽດນາມ ສະໜັບສະໜູນ ການແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການປະທະກັນ ໂດຍສັນຕິວິທີ ບົນພື້ນຖານ ກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຊົມເຊີຍຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບສະພາບການຢູ່ ຕາເວັນອອກກາງ ແລະ ໄດ້ຍົກອອກການກຳນົດທິດຈຳນວນໜຶ່ງ ເພື່ອແນໃສ່ຊຸກຍູ້ການພົວພັນ ອາຊຽນ - ລັດເຊຍ ໃຫ້ມີປະສິດທິຜົນ ແລະ ແທ້ຈິງ, ຄື: ຍົກລະດັບຍຸດທະສາດການພົວພັນ ຜ່ານການຈັດກອງປະຊຸມ ສຸດຍອດ ອາຊຽນ - ລັດເຊຍ ປະຈຳປີ, ເພີ່ມທະວີການພົວພັນ ລະຫວ່າງ AIPA ແລະ ສະພາແຫ່ງຊາດ ລັດເຊຍ; ຮ່ວມມືກັນຢ່າງແທດຈິງກວ່າ ຜ່ານການແກ້ໄຂບັນດາຮົ້ວກີດຂວາງ ດ້ານ logistics, ນຳວົງເງິນການຄ້າ 2 ສົ້ນ ໃຫ້ຂຶ້ນເປັນ 45 ຕື້ໂດລາສະຫະລັດ ໃນປີ 2035; ຍົກສູງກຳລັງເຂັ້ມແຂງ ດ້ວຍຕົນເອງ ແລະ ກຳລັງຕ້ານທານ; ປະກອບສ່ວນ ເຂົ້າໃນການຜັນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ກ່ຽວກັບ ການຕ້ານອາດຊະຍາກຳ ທາງໄຊເບີ.
ບັນດາການນຳ ອາຊຽນ ແລະ ລັດເຊຍ ໄດ້ເຫັນດີ ຮັບຮອງເອົາ ຖະແຫລງການ Kazan 2026 “ອາຊຽນ - ລັດເຊຍ: ສາມັກຄີ ໃນຄວາມເປັນຫລາຍຮູບຫລາຍແບບ-35 ປີ ແຫ່ງການຮ່ວມເດີນທາງ”, ຖະແຫລງການ ອາຊຽນ - ລັດເຊຍ ກ່ຽວກັບ ການຮ່ວມມື ດ້ານພະລັງງານ ແລະ ຖະແຫລງການ ອາຊຽນ-ລັດເຊຍ ກ່ຽວກັບ ການຮ່ວມມືດ້ານວັດທະນະທຳ, ພ້ອມກັບ ແຜນການປະຕິບັດງານ ອາຊຽນ-ລັດເຊຍ ໄລຍະ 2026–2030./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL