ຂປລ
ນັບແຕ່ປີນີ້ເປັນຕົ້ນມາ, ການຄ້າຂ້າມຊາດ ຂອງນະຄອນຊຽງໄຮ້ ໄດ້ພັດທະນາ ໃນລະດັບສູງ, ຕໍ່ໄປ, ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ຈະສະໜັບສະໜູນ ນະຄອນຊຽງໄຮ້ ເປີດຈຸດທົດລອງຊຳລະບັນຊີ ເງິນຕາຕ່າງປະເທດ ຕໍ່ການຄ້າທີ່ສະດວກສະບາຍ ກວ່າເກົ່າ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມ ເວທີປຶກສາຫາລື ລູ້ເຈ່ຍຈຸຍ 2026, ທ່ານ ຈູ່ເຮີຊິນ ຮອງຜູ້ວ່າການ ທະນາຄານ ປະຊາຊົນຈີນ, ຫົວໜ້າກົມຄຸ້ມຄອງ ເງິນຕາຕ່າງປະເທດ ແຫ່ງຊາດຈີນ ກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ການຄ້າຂ້າມຊາດ ຂອງນະຄອນຊຽງໄຮ້ ໄດ້ພັດທະນາ ໃນລະດັບສູງ, ຕໍ່ໄປ, ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ຈະສະໜັບສະໜູນ ນະຄອນຊຽງໄຮ້ ເປີດຈຸດທົດລອງຊຳລະບັນຊີ ເງິນຕາຕ່າງປະເທດ ຕໍ່ການຄ້າທີ່ສະດວກສະບາຍ ກວ່າເກົ່າ, ປະຕິບັດຈຸດທົດລອງ ອຳນວຍຄວາມສະດວກ ໃຫ້ແກ່ ການລົງທຶນຕ່າງປະເທດ ຂອງລາຍຮັບຈາກການປະກັນໄພຂ້າມຊາດ ແລະ ສົ່ງເສີມນະໂຍບາຍຕ່າງໆ ເຊັ່ນ: ເປີດກວ້າງການດຳເນີນ ທຸລະກິດ ແລະ ການຄຸ້ມຄອງແບບລວມສູນ ຕໍ່ທຶນຂອງບໍລິສັດ ຂ້າມຊາດ ແລະ ນະໂຍບາຍອື່ນໆ, ຍົກປະສິດທິພາບ ການປະດິດສ້າງໃໝ່ດ້ານການລວມສູນ ລະບຽບການ ເພື່ອສະໜັບ ສະໜູນ ການສ້າງຊຽງໄຮ້ ໃຫ້ກາຍເປັນ ສູນກາງການທະນາຄານສາກົນຢ່າງແຂງແຮງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL