ລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ຫລາຍກວ່າ 10 ລ້ານໂຕນ

15/06/2026 16:43
ຂປລ ນັບແຕ່ຕົ້ນປີນີ້ ມາຮອດ ວັນທີ 13 ມິຖຸນານີ້, ລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າ ໄດ້ຫລາຍກວ່າ 10 ລ້ານໂຕນ, ໂດຍສະເລ່ຍແລ້ວ ຂົນສົ່ງສິນຄ້າ ຫລາຍກວ່າ 67.000 ໂຕນຕໍ່ວັນ

  ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ແຫລ່ງຂ່າວຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸນໝິງ ແຈ້ງໃຫ້ຮູ້ໃນວັນທີ 14 ມິຖຸນານີ້ວ່າ: ນັບແຕ່ຕົ້ນປີນີ້ ມາຮອດ ວັນທີ 13 ມິຖຸນານີ້, ລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າ ໄດ້ຫລາຍກວ່າ 10 ລ້ານໂຕນ, ໂດຍສະເລ່ຍແລ້ວ ຂົນສົ່ງສິນຄ້າ ຫລາຍກວ່າ 67.000 ໂຕນຕໍ່ວັນ. ຂະນະທີ່ ການຂົນສົ່ງສິນຄ້າຂ້າມຊາຍແດນບັນລຸ ຫລາຍກວ່າ 2,5 ລ້ານໂຕນ. ພາຍໃຕ້ ມາດຕະການຕ່າງໆ ທີ່ພາກສ່ວນທາງລົດໄຟຂອງ ສປ ຈີນ ຈັດຕັ້ງປະຕິບັດ, ເຮັດໃຫ້ເວລາໃນການຂົນສົ່ງສິນຄ້າຜ່ານທາງລົດໄຟ ລະຫວ່າງ ສປປ ລາວ, ໄທ ແລະ ປະເທດໃນເອີຣົບ ຫລຸດລົງ ເຫລືອ ພຽງ 15 ວັນ ໂດຍໃຊ້ການຂົນສົ່ງດ່ວນ ຜ່ານຂະບວນລົດໄຟສິນຄ້າຈີນ-ເອີຣົບ ຢູ່ທ້ອງຖິ່ນຕ່າງໆຂອງ ສປ ຈີນ ເຊັ່ນ: ນະຄອນຈຸ່ງກິ່ງ ແລະ ແຂວງເສສວນ ເປັນຕົ້ນ. ສິນຄ້າຂ້າມຊາຍ ແດນສາມາດ ກວມເອົາ 31 ແຂວງ, ເຂດປົກຄອງຕົນເອງ ແລະ ກໍາແພງນະຄອນຂອງຈີນ ກໍຄື 19 ປະເທດ ແລະ ເຂດແຄວ້ນ ເປັນຕົ້ນແມ່ນ ສປປ ລາວ, ໄທ ແລະ ສສ ຫວຽດນາມ, ປະເພດສິນຄ້າທີ່ຂົນສົ່ງຈາກ 10 ກວ່າຊະນິດ ໃນໄລຍະເບື້ອງຕົ້ນຂອງການເປີດນໍາໃຊ້ເສັ້ນທາງລົດລາວ-ຈີນໄດ້ເພີ່ມຂຶ້ນເປັນ 3.800 ກວ່າຊະນິດໃນປັດຈຸບັນ. ໃນນັ້ນ, ຂະບວນລົດໄຟຕູ້ແຊ່ເຢັນລະຫວ່າງ ສປ ຈີນ-ສປປ ລາວ-ໄທ ໄດ້ໃຫ້ການບໍລິການ ຢ່າງເປັນປົກກະຕິແລ້ວ, ເຮັດໃຫ້ໝາກໄມ້ສົດຈາກ ອາຊີ ຕາເວັນອອກ ສຽງໃຕ້ ສາມາດຂົນສົ່ງເຖິງຕະຫລາດຈີນ ພາຍໃນເວລາ 3 ມື້ເທົ່ານັ້ນ. ສປ ຈີນ ໄດ້ນໍາເຂົ້າໝາກໄມ້ຜ່ານເສັ້ນທາງລົດໄຟລາວ-ຈີນ ຫລາຍກວ່າ 185.000 ໂຕນ, ເພີ່ມຂຶ້ນ 73,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top