ເລຂາທິການໃຫຍ່ ເຂົ້າຮ່ວມພິທີປະກາດສ້າງຕັ້ງຕາແສງຕາເວັນອອກລອຍເມກ ຢູ່ເມືອງດາກຈຶງ

15/06/2026 12:36
Email Print 1521
ຂປລ ພິທີປະກາດສ້າງຕັ້ງຕາແສງຕາເວັນລອຍເມກ ເມືອງດາກຈຶງ ແຂວງເຊກອງ ຈັດຂ້ຶນໃນເມ່ືອບ່ໍດົນມານີ້ ຢູ່ບ້ານຊຽງຫລວງ ເມືອງ ດາກຈຶງ ແຂວງເຊກອງ.

ຂປລ.  ໂດຍໃຫ້ກຽດເຂ້ົາຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ບຸນຫລາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ພ້ອມດ້ວຍບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ປະຊາຊົນເຂົ້າຮ່ວມ. 

     ທ່ານ ບຸນຫລາຍ ບຸດທິ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ລວມເຖິງການຄົ້ນຄວ້າສ້າງຕັ້ງຕາແສງຢູ່ພາຍໃນແຂວງເຊກອງ ແລະ ການກະກຽມປະກາດສ້າງຕັ້ງຕາແສງ ຊຶ່ງອົງການປົກຄອງແຂວງ ເຊກອງ ມີ 16 ຕາແສງ (ເມືອງ ລະ 4 ຕາແສງ), ປັດຈຸບັນໄດ້ປະກາດການສ້າງຕັ້ງແລ້ວ 15 ຕາ ແສງ. ສໍາລັບຕາແສງຕາເວັນອອກ ລອຍເມກ ແມ່ນໄດ້ປ່ຽນຊ່ືຈາກຕາແສງຊຽງຫລວງ ເພື່ອໃຫ້ມີຄວາມໝາຍສອດຄ່ອງທາງດ້ານຈຸດພິເສດທີ່ຕັ້ງພູມສັນຖານ ແລະ ຄວາມໝາຍທາງການເມືອງ ຈ່ຶງປ່ຽນມາເປັນຕາແສງຕາເວັນອອກລອຍເມກ ຊຶ່ງແມ່ນ 1 ໃນ 4 ຕາແສງ ຂອງເມືອງດາກຈຶງ ທ່ີມີສຳນັກງານອົງການປົກຄອງຕັ້ງຢູ່ບ້ານຊຽງຫລວງ   (ຫ້ອງການຈຸດສຸມເກົ່າ), ແຄມເສັ້ນທາງຫລວງເລກທີ 16B ຫ່າງ ຈາກເທສະບານເມືອງດາກຈຶງ ລົງຫາແຂວງເຊກອງ 38 ກິໂລແມັດ, ມີເນື້ອທີ່ທັງໝົດ 43.766,36 ເຮັກຕາ, ກວມເອົາ 13 ບ້ານ, ມີ ພົນລະເມືອງທັງໝົດ 5.905 ຄົນ, ຍິງ 3.123 ຄົນ, ມີ 1.002 ຄົວ ເຮືອນ, ມີ 1.368 ຄອບຄົວ, ມີ 969 ຫລັງຄາ, ສະເລ່ຍຄວາມໜາແໜ້ນ ຂອງພົນລະເມືອງ 14 ຄົນ/ກິໂລ ຕາແມັດ, ປະຊາຊົນຫລາຍກວ່າ 88% ແມ່ນເຮັດການຜະລິດກະສິກໍາເປັນອາຊີບຕົ້ນຕໍ; 11% ແມ່ນເຮັດອາຊີບຄ້າຂາຍ ແລະ ອີກ 1% ມີອາຊີບເປັນພະນັກງານ.

     ຕໍ່ກັບການຂະໜານນາມຊື່ເອີ້ນ ຂອງອົງການປົກຄອງຕາແສງຕາເວັນອອກລອຍເມກ ທີ່ປ່ຽນຈາກອົງການປົກຄອງຕາແສງຊຽງຫລວງນັ້ນ, ແມ່ນທ່ານ ທອງລຸນ  ສີສຸລິດ ໄດ້ຂະໜານນາມ ແລະ ຕັ້ງຊ່ືອົງການປົກຄອງຕາແສງຕາເວັນອອກລອຍເມກ ໃຫ້ມີຄວາມໝາຍ ຄວາມສຳຄັນທີ່ເລິກເຊິ່ງທັງໃນ ແງ່ຂອງພູມສາດ, ການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນສັນຍະລັກແຫ່ງຄວາມ ຫວັງ ພາຍໃຕ້ວິໄສທັດຂອງການນຳພັກ-ລັດ.

     ຈາກນ້ັນ, ໃນພິທີກໍໄດ້ຜ່ານຂ້ໍຕົກລົງຂອງຄະນະກຳມະການປົກ ຄອງແຂວງວ່າດ້ວຍອະນຸມັດສ້າງຕັ້ງຕາແສງຕາເວັນອອກລອຍເມກ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດສ້າງຕັ້ງອົງຄະນະພັກຮາກຖານຕາແສງຕາເວັນອອກລອຍເມກ ຂຶ້ນກັບອົງຄະນະພັກເມືອງດາກຈຶງ, ຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງວ່າດ້ວຍແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະການຕາແສງ ໂດຍແຕ່ງຕ້ັງທ່ານ ຄໍາສົງ ສອນທະວີສັກ ເປັນປະທານ, ທ່ານ ພັຕ ວົງໄຊ ແກ້ວເກສາ, ທ່ານ ພອນສະໄໝ ເຂັມມະລາດ ເປັນ ຮອງປະທານຄະນະກຳມະການປົກຄອງຕາແສງ. ພ້ອມນັ້ນ, ກໍໄດ້ສ້າງຕັ້ງອົງຄະນະພັກຮາກຖານ, ບ່ົງຕົວແຕ່ງຕ້ັງຄະນະບໍລິຫານງານອົງຄະນະພັກຮາກຖານ ແລະ ຫົວ ໜ້າໜ່ວຍງານຂຶ້ນກັບຄະນະກຳມະການປົກຄອງຕາແສງຕາເວັນອອກ ລອຍເມກ. 

      ໂອກາດນ້ີ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໂອ້ລົມຫລາຍບັນຫາ ເພື່ອເປັນທິດທາງໃນການສ້າງເງ່ືອນໄຂຕ່າງໆໃຫ້ແກ່ການພັດທະນາຕາແສງກາຍເປັນເຂດປົກຄອງທ່ີສາມາດຕອບສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະນາຄົດ. ຈາກນັ້ນ, ກໍໃຫ້ກຽດຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ. ພ້ອມນັ້ນ, ຍັງໄດ້ຮ່ວມກິດຈະກຳປູກຕົ້ນໄມ້ຢູ່ທີ່ຕາແສງຕາເວັນອອກລອຍເມກຕື່ມອີກ.

   ຂ່າວ-ພາບ: ພຸດທະສອນ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top