ຂປລ
ການຂົນສົ່ງຜູ້ໂດຍສານ ໃນໄລຍະພັກບຸນຕ່ວນອູ ເປັນເວລາ 5 ວັນ ລະຫວ່າງ ວັນທີ 18 ຫາ 22 ມິຖຸນານີ້, ທາງລົດໄຟທົ່ວປະເທດຈີນ ຄາດວ່າ ຈະຂົນສົ່ງຜູ້ໂດຍສານ 83 ລ້ານເທື່ອຄົນ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 18 ມິຖຸນານີ້, ການຂົນສົ່ງຜູ້ໂດຍສານ ໃນໄລຍະພັກບຸນຕ່ວນອູ ເປັນເວລາ 5 ວັນ ລະຫວ່າງ ວັນທີ 18 ຫາ 22 ມິຖຸນານີ້, ທາງລົດໄຟທົ່ວປະເທດຈີນ ຄາດວ່າ ຈະຂົນສົ່ງຜູ້ໂດຍສານ 83 ລ້ານເທື່ອຄົນ, ໂດຍມີ ແຜນແລ່ນລົດໂດຍສານ ສະເລ່ຍ ປະມານ 13.000 ຂະບວນຕໍ່ມວັນ ແລະ ໃນວັນທີ 19 ມິຖຸນານີ້ ຈະເປັນວັນທີ່ມີຈຳນວນຜູ້ໂດຍສານ ຫລາຍທີ່ສຸດ ໂດຍຄາດວ່າ ຈະຂົນສົ່ງຜູ້ໂດຍສານ ປະມານ 19 ລ້ານເທື່ອຄົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL