ສູນສອບເສັງ ມສ ວຽງຈັນ ກຽມຄວາມພ້ອມຮອບດ້ານໃນບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7

15/06/2026 12:04
ຂປລ ຂປລ. ໃນສົກຮຽນ 2025-2026 ນີ້ ສູນສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ມສ ວຽງຈັນ ກຽມຄວາມພ້ອມຮອບດ້ານເພື່ອຮອງຮັບໃນບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມໂປ່ງໃສ,​ ຄວາມປອດໄພ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້.

ຂປລ. ໃນສົກຮຽນ 2025-2026 ນີ້ ສູນສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ມສ ວຽງຈັນ ກຽມຄວາມພ້ອມຮອບດ້ານເພື່ອຮອງຮັບໃນບັ້ນສອບເສັງຄັ້ງນີ້ ບັນລຸຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມໂປ່ງໃສ,​ ຄວາມປອດໄພ ແລະ ອື່ນໆ ຕາມຄາດໝາຍທີ່ວາງໄວ້.

          ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໄດ້ໃຫ້ສໍາພາດໃນວັນທີ 8 ມິຖຸນາ 2026 ນີ້ວ່າ: ສຳລັບການກຽມຄວາມພ້ອມໃນບັ້ນສອບເສັງ ມ4 ແລະ ມ7 ນີ້ ມສ ວຽງຈັນ ຂອງພວກເຮົາຖືເປັນສູນໜຶ່ງຂອງເມືອງຈັນທະບູລີ, ເປັນສູນໃຫຍ່ທີ່ສາມາດຮອງຮັບເອົານັກສອບເສັງໄດ້ຈຳນວນຫລາຍ ຊຶ່ງໃນສົກຮຽນນີ້ ສຳລັບບັ້ນສອບເສັງຈົບຊັ້ນ ມ4  ຈະເປີດສາກຂຶ້ນໃນວັນທີ 10-12 ມິຖຸນາ 2026, ມີຫ້ອງສອບເສັງທັງໝົດ 66 ຫ້ອງສອບ ແລະ ຫ້ອງຄະນະກຳມະການກາງ 1 ຫ້ອງ, ມີຈຳນວນນັກສອບເສັງທັງໝົດ 1.499 ນ້ອງ, ​ຍິງ 747 ນ້ອງ ຊຶ່ງມາຈາກ 15 ໂຮງຮຽນ, ໃນນັ້ນໂຮງຮຽນພາກລັດ 5 ແຫ່ງ ແລະ ມີກຳມະການຍາມຫ້ອງສອບເສັງປະຈຳສູນທັງໝົດ 135 ຄົນ, ຍິງ 95 ຄົນ. ແນວໃດກໍດີ, ເພື່ອກຽມຄວາມພ້ອມຮອບດ້ານໃຫ້ແກ່ບັ້ນສອບເສັງ ມ4  ຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ທາງສູນໄດ້ມີການລວມຄູ-ອາຈານ ແລະ ນ້ອງນັກຮຽນ ມ4 ເພື່ອເຜີຍແຜ່ກົດລະບຽບການສອບເສັງ ໂດຍສະເພາະສິດໜ້າທີ່ ແລະ ຂໍ້ຫ້າມຕ່າງໆ. ນອກຈາກນັ້ນ. ກໍໄດ້ອະນາໄມສະຖານອ້ອມຮອບໂຮງຮຽນ, ອະນາໄມຫ້ອງນ້ຳໃຫ້ສະອາດ, ສິດຢາຂ້າຍຸງລາຍ, ສ້ອມແປງໂຕະ-ຕັ່ງ, ຈັດຫ້ອງແຕ່ລະຫ້ອງບັນຈຸໂຕະຕັ່ງເຂົ້າ 22-24 ຊຸດ/ຫ້ອງ ແລະ ສ້ອມແປງດອກຟ້າ, ພັດລົມ ແຕ່ລະຫ້ອງ ແລະ ຕິດຕັ້ງບັ້ງດັບເພີງໄວ້ຕາມຈຸດຕ່າງໆທີ່ສຳຄັນ ເພື່ອປ້ອງກັນການເກີດອັກຄີໄພ ຊຶ່ງຮັບປະກັນວ່າຢູ່ໃນສະພາບພ້ອມໃຊ້ງານ 100%, ມີຄວາມພ້ອມຮອບດ້ານ 100% ໃນການຈັດຕັ້ງການສອບເສັງຈົບ ມ4 ແລະ ມ7 ສົກຮຽນ2025-2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

          ພ້ອມນັ້ນ, ສູນຂອງພວກເຮົາກໍຮັບປະກັນບໍ່ໃຫ້ມີຫົວຂໍ້ສອບຮົ່ວໄຫລເດັດຂາດ, ເພາະກ່ອນຈະມາເຖິງຈຸດນີ້ກໍໄດ້ມີການລວມີຄູ ລວມນັກຮຽນ ເພື່ອເຜີຍແຜ່ລະບຽບ, ສິດໜ້າທີ່ ແລະ ຂໍ້ຫ້າມຕ່າງໆ ເພື່ອບໍ່ໃຫ້ນັກຮຽນເຮັດຜິດລະບຽບ ໂດຍສະເພາະແມ່ນໂທລະສັບມືຖືແມ່ນບໍ່ໃຫ້ມີເດັກຂາດ ກ່ອນຈະເຂົ້າຫ້ອງສອບເສັງຈະໄດ້ກວດຄົ້ນຄັກແນ່ .ສ່ວນຄະນະກຳມະການຍາມຫ້ອງເສັງແມ່ນມີຫລາຍພາກສ່ວນມາຍາມ ກໍຄືຢູ່ແຕ່ລະເມືອງ. ສະນັ້ນ,  ຄະນະກຳມະການທເມືອງກໍໄດ້ມາເຜີຍແຜ່ລະບຽບ ແລະ ຂໍ້ຫ້າມຕ່າງໆ ໃຫ້ຄູອາຈານທີ່ມາຍາມຫ້ອງຢູ່ສູນ ມສ ວຽງຈັນ.

          ສຳລັບການສອບເສັງຈົບຊັ້ນ ມ7 ທີ່ຈະສອບເສັງໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຈະມາເຖິງນີ້, ສູນ ມສ ວຽງຈັນ ໃນ 24 ສູນ ຖືວ່າເປັນສູນໃຫຍ່ກວ່າໝູ່ ໃນນະຄອນຫລວງວຽງຈັນ ໃນດ້ານຈຳນວນພົນ ແລະ ຈຳນວນຫ້ອງສອບ, ມີຫ້ອງສອບເສັງ 64 ຫ້ອງ, ມີ 10 ໂຮງຮຽນ; ໃນນັ້ນໂຮງຮຽນລັດມີ ມສ ວຽງຈັນ,  ເພຍວັດ, ເຈົ້າອານຸວົງ ແລະ ມສ ພອນສະຫວັນແຫ່ງຊາດ. ສ່ວນລະບຽບ ແລະ ຂໍ້ຫ້າມຕ່າງໆແມ່ນຄືກັບ ມ4, ອັນທີ່ຕ່າງ ມ7 ແມ່ນກວດບົດສອບເສັງດ້ວຍໃຊ້ເຄື່ອງຈັກກວດເສັງແບບປາລະໄນ, ພາສາລາວ ແລະ ວັນນະຄະດີແມ່ນໃຊ້ຄົນກວດ. ການສອບເສັງຈົບຊັ້ນ ມ7 ຄັ້ງນີ້. ສະເພາະ ມສ ວຽງຈັນ ມີນ້ອງນັກຮຽນເຂົ້າສອບເສັງຈຳນວນ 502 ຄົນ,​ຍິງ 215 ຄົນ ລວມຈຳນວນນັກຮຽນທີ່ມາສອບເສັງທັງໝົດຈຳນວນ 1.272 ຄົນ.

ທ່ານ ທອງພັນ ອຸໄລທອນ ກ່າວຕື່ມວ່າ: ໃນສົກຮຽນ 2025-2026 ນີ້ ມສ ວຽງຈັນ ມີນັກຮຽນທັງໝົດ 3.400-3.500 ຄົນ. ການຮຽນການສອນ ຖືວ່າໄດ້ເອົາໃຈໃສ່ ນອກຈາກວຽກງານວິຊາສະເພາະ ກ່ອນເປີດສົກໂຮງກໍໄດ້ມີການຝຶກອົບຮົມໃຫ້ຄູແຕ່ລະວິຊາ ເພື່ອກຽມຄວາມພ້ອມແກ່ສົກຮຽນໃໝ່. ສຳລັບສົກຮຽນນີ້ກໍໄດ້ມີການສອນປົກກະຕິຕາມແຜນໂຮງຮຽນວາງອອກ ໂດຍສະເພາະແມ່ນແຜນດຳເນີນງານທີ່ໄດ້ກຳນົດໄວ້, ຄູແຕ່ລະວິຊາກໍໄດ້ມີການແຕ່ງບົດສອນ ດ້ວຍ 2 ຮູບແບບຄື: ແບບທີ 1 ແມ່ນແຕ່ງໃສ່ປຶ້ມແຕ່ງບົດສອນທີ່ທາງຂັ້ນເທິງແຈກຢາຍໃຫ້ ແລະ ແບບທີ 2 ແມ່ນແຕ່ງບົດສອນດ້ວຍພາວເວີພອຍ ເພາະດຽວນີ້ ຫ້ອງຮຽນຂອງພວກເຮົາ 78 ຫ້ອງແມ່ນມີຄວາມພ້ອມໃນການສິດສອນແບບເອເລັກໂຕຣນິກ. ນອກນັ້ນ ກໍມີແຜນກິດຈະກຳຕ່າງໆໂດຍສະເພາະແມ່ນແຜນບຳລຸງນັກຮຽນເກັ່ງ, ໃນເດືອນ 10 ຂອງທຸກໆປີ ກໍໄດ້ມີການຄັດເລືອກເອົານັກຮຽນເກັ່ງມາຮຽນບຳລຸງເພື່ອໄປສອບເສັງໃນລະດັບເມືອງ, ລະດັບແຂວງ ແລະ ລະດັບຊາດ. ນອກຈາກນັ້ນ, ຍັງມີິກິດຈະກຳຕ່າງໆທີ່ຕິດພັນກັບການສິດສອນຂອງພວກເຮົາເປັນຕົ້ນແມ່ນງານວິທະຍາສາດ ຫລື ກິດຈະກຳສິລະປະກິລາ ແລະ ອື່ນໆ.  ສຳລັບສົກຮຽນນີ້ ພວກເຮົາກໍໄດ້ເອົາໃຈໃສ່ນອກຈາກສິດສອນວິຊາສະເພາະແລ້ວ ໄດ້ເນັ້ນໃຫ້ຄູ-ອາຈານແຕ່ລະທ່ານເອົາໃຈໃສ່ສຶກສາອົບຮົມແນວຄິດລູກຫລານຕັ້ງໃຈຮຳ່ຮຽນໜັງສືເພາະຍັງມີນັກຮຽນຈຳນວນໜຶ່ງຍັງຖືເບົາຕໍ່ການສຶກສາຮ່ຳຮຽນ.

ສຸດທ້າຍນີ້ຂ້າພະເຈົ້າຂໍຝາກເຖິງລູກຫລານນັກຮຽນ, ​ຜູ້ປົກຄອງທຸກໆທ່ານ ໃນໄລຍະທີ່ຈະສອບເສັງຈົບຊັ້ນ ມ4 ແລະ ມ7 ນີ້ ໃຫ້ນ້ອງນັກຮຽນເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນ, ເອົາໃຈໃສ່ມາເຂົ້າຫ້ອງສອບເສັງໃຫ້ທັນເວລາ, ມາເສັງໃຫ້ຄົບທຸກວິຊາ ແລະ ຂໍໃຫ້ຜູ້ປົກຄອງທຸກທ່ານຊ່ວຍເອົາໃຈໃສ່ເບິ່ງແຍງຕິດຕາມລູກຫລານຂອງຕົນໃຫ້ນຸ່ງເຄື່ອງຖືກລະບຽບວິໄນ ແລະ ຕິດຕາມລູກຫລານແຕ່ລະມື້ໃຫ້ມາສອບເສັງໃຫ້ຄົບ. 
KPL

ຂ່າວອື່ນໆ

ads
ads

Top