ຂປລ
ກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງ ທີ່ມີຊາຍແດນຕິດຈອດກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງຄັ້ງທີ VII ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ທ່ີນະຄອນຮາຍຟອງ ສສ ຫວຽດນາມ
ຂປລ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະບໍລິຫານງານພັກແຂວງຮາຍຟອງ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງຈາກສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າຮ່ວມ.
ໃນກອງປະຊຸມຜູ້ແທນທັງສອງຝ່າຍໄດ້ຮັບຟັງການສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ເປີດກວ້າງຄັ້ງ ທີ VI ຈັດຂຶ້ນທີ່ນະຄອນຫລວງ ວຽງຈັນ ໂດຍແມ່ນກະຊວງຍຸຕິທໍາ ສປປ ລາວ ເປັນເຈົ້າພາບ ຊຶ່ງໃນກອງປະຊຸມເປີດກວ້າງ ຄັ້ງທີ VII ນີ້ແມ່ນກະຊວງຍຸຕິທໍາຂອງ ສສ ຫວຽດນາມ ຮັບກຽດເປັນເຈ້ົາພາບ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານແລກປ່ຽນຄຳຄິດຄຳເຫັນເປັນຕົ້ນວຽກງານການຄຸ້ມຄອງ ແລະ ຈົດທະບຽນຄອບຄົວ, ສັນຊາດຕາມບໍລິເວນຊາຍແດນ, ການຕີລາຄາ ແລະ ປະເມີນຜົນການຈັດຕ້ັງປະຕິບັດວຽກງານປະຕິບັດຄໍາຕັດສິນຂອງສານທາງແພ່ງ, ວຽກງານໂຄສະນາເຜີຍແຜ່ກົດ ໝາຍ ແລະ ຊ່ວຍເຫລືອທາງດ້ານຍຸຕິທໍາໃຫ້ພົນລະເມືອງຢູ່ຕາມບໍລິເວນຊາຍແດນ, ວຽກງານຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາໃນບັນຫາທາງແພ່ງ, ວຽກງານຝຶກອົບຮົມ ແລະ ບໍາລຸງກໍ່ສ້າງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ. ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ຊຶ່ງທັງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການຮ່ວມມືທີ່ໄດ້ລົງນາມໃນເດືອນກຸມພາ 2026 ແລະ ສືບຕ່ ເຈລະຈາລົງນາມ ແລະ ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືສຳລັບປີຕໍ່ໄປ, ຈະເພີ່ມທະວີການແລກປ່ຽນປະສົບການ ເພື່ອເສີມສ້າງຄວາມອາດສາມາດໃນການສ້າງຮ່າງນິຕິກຳ, ປະເມີນຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທຳໃນບັນຫາທາງແພ່ງ, ການບໍາລຸງກ່ໍສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດຂອງຂະແໜງຍຸຕິທໍາ, ປະສານສົມທົບກັນຊຸກຍູ້ສ່ົງເສີມບັນດາການເຄ່ືອນໄຫວ ຂອງການຮ່ວມມືພາຍໃນພາກພ້ືນອາຊຽນ ໂດຍສະເພາະຜ່ານກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນ (ALAWMM) ແລະ ກອງປະ ຊຸມເຈົ້າໜ້າທີ່ກົດໝາຍອາວຸໂສອາ ຊຽນ (ASLOM); ການຮ່ວມມືຫລາຍຝ່າຍລະຫວ່າງອາຊຽນ ແລະ ຄູ່ຮ່ວມອື່ນໆ; ປະສານສົມທົບກັນໃນການເຂົ້າຮ່ວມກອງປະຊຸມລັດຖະມົນຕີຍຸຕິທຳ/ກົດໝາຍແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳ ອິດ.
ພິເສດ, ກະຊວງຍຸຕິທຳ ສປປ ລາວ ຈະສົ່ງຄະນະຜູ້ແທນເພື່ອເຂ້ົາຮ່ວມເວທີປາໄສກົດໝາຍອາຊຽນ ໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນການສ້າງກົດໝາຍ ແລະ ການປະຕິບັດກົດໝາຍໃນຍຸກດີຈິຕອນ” ໃນເດືອນສິງຫາ 2026 ທີ່ຈະມາເຖິງນີ້ຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ, ເພີ່ມທະວີວຽກງານການໂຄສະນາເຜີຍແຜ່ກົດໝາຍ ແລະ ການຊ່ວຍເຫລືອທາງດ້ານກົດໝາຍ ໃຫ້ປະຊາຊົນໃນເຂດພູດອຍ, ຫ່າງໄກສອກຫລີກ ແລະ ປະຊາຊົນທ່ີອາໄສຢູ່ໃນເຂດລຽບຕາມຊາຍແດນ ລາວ-ຫວຽນາມ, ບັນດາພະແນກຍຸຕິທໍາ, ອົງການປະຕິບັດຄຳຕັດສິນຂອງສານ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນ ແລະ ບັນດາແຂວງ ແຮກສ່ຽວ, ຈະເພີ່ມທະວີໃນການ ຫັນປ່ຽນເປັນດີຈິຕອນໃນການປະ ສານສົມທົບກັນ, ຈັດຕ້ັງຜັນຂະຫຍາຍບັນດາກິດຈະກໍາຕ່າງໆທ່ີໄດ້ລົງນາມຮ່ວມກັນ ໂດຍຖືເອົາວິທີການປະສານງານແບບເຊິ່ງໜ້າ ແລະ ທາງອອນລາຍໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບກັນໃນການຈັດກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VIII ທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2028 ຕື່ມອີກ.
ກ່ຽວກັບການຮ່ວມມືຂັ້ນສູນກາງ: ຝ່າຍລາວສືບຕ່ໍຊຸກຍູ້ສະເໜີໃຫ້ຝ່າຍຫວຽດນາມ ກ່ຽວກັບໂຄງການ ODA ຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳລາວ (ໂດຍຜ່ານຄະນະກຳມະການຮ່ວມມືສອງຝ່າຍ ລາວ- ຫວຽດນາມ) ພະຍາຍາມເພື່ອໃຫ້ໄດ້ການອະນຸມັດໃນປີ 2026 ເພື່ອຮັບປະກັນໃຫ້ທັນການກ່ຽວກັບໂຄງການຊ່ວຍເຫລືອທາງດ້ານວິຊາການຂອງລັດຖະບານຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳຂອງລາວ, ຍົກສູງຄວາມອາດສາມາດໃນວຽກງານທາງດ້ານກົດໝາຍຂອງ ພະນັກງານກະຊວງຍຸຕິທຳລາວໃນ ຕົ້ນປີ 2027; ສອງກະຊວງຍຸຕິທຳຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ (ທີ່ໄດ້ລົງນາມໃນເດືອນກຸມພາ 2026), ສືບຕ່ໍ ເຈລະຈາ, ລົງນາມ ແລະ ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືສຳລັບປີຕໍ່ໄປ; ສອງກະຊວງຍຸຕິທຳ ຈະເພີ່ມທະວີການແລກປ່ຽນປະສົບການເພື່ອເສີມສ້າງຄວາມອາດສາມາດ ໃນການສ້າງຮ່າງນິຕິກຳ, ປະເມີນຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທຳໃນບັນຫາທາງແພ່ງ, ການບຳລຸງກ່ໍສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານກົດໝາຍ; ສອງກະຊວງຍຸຕິທຳ ປະສານສົມທົບກັນຊຸກຍູ້ສ່ົງເສີມບັນດາການເຄ່ືອນໄຫວ ຂອງການຮ່ວມມືພາຍໃນພາກພ້ືນອາຊຽນ ໂດຍສະເພາະຜ່ານກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ກົດໝາຍ ອາວຸໂສອາຊຽນ; ການຮ່ວມມືຫລາຍ ຝ່າຍລະຫວ່າງອາຊຽນ ແລະ ຄູ່ ຮ່ວມອື່ນໆ, ປະສານສົມທົບກັນໃນ ການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຍຸຕິທໍາ/ກົດໝາຍແມ່ນໍ້າຂອງ- ແມ່ນ້ຳລ້ານຊ້າງຄ້ັງທຳອິດ. ສອງ ກະຊວງຍຸຕິທໍາ ປະສານສົມທົບ ກັນໃນການຈັດກິດຈະກໍາຕ່າງໆ ເພື່ອລະນຶກເຖິງພິທີສະເຫລີມສະຫລອງວັນຄົບຮອບທີ່ສຳຄັນຂອງທັງສອງຝ່າຍໃນປີ 2027 ໂດຍສະເພາະແມ່ນການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງກະຊວງຍຸຕິທຳລາວ ແລະ ກະຊວງຍຸຕິທຳຫວຽດນາມ ຄົບຮອບ 45 ປີ (1987-2027), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 65 ປີ (1962-2027) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ (1977- 2027) ຮັບປະກັນປະສິດທິຜົນ ຕົວຈິງ ແລະ ຄວາມເປັນໄປໄດ້. ສ່ວນການຮ່ວມມືຂັ້ນທ້ອງຖິ່ນ: ສອງກະຊວງຍຸຕິທໍາ ຈະເພີ່ມທະວີ ວຽກງານການໂຄສະນາເຜີຍແຜ່ ກົດໝາຍ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍໃຫ້ປະຊາຊົນໃນ ເຂດພູດອຍ, ຫ່າງໄກສອກຫລີກ ແລະ ເຂດຊາຍແດນລວມທັງປະຊາຊົນທີ່ຢູ່ໃນເຂດລຽບຕາມຊາຍແດນລາວ-ຫວຽດນາມ, ຮັບປະກັນຄວາມເໝາະສົມກ່ຽວກັບສະພາບເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງແຕ່ລະເຂດຊາຍແດນ; ບັນດາພະແນກຍຸຕິທຳ, ອົງການປະຕິບັດຄໍາຕັດສິນຂອງສານຂອງ ສອງປະເທດທີ່ມີຊາຍແດນຮ່ວມກັນ ແລະ ບັນດາແຂວງແຮກສ່ຽວ, ຈະເພີ່ມທະວີການຫັນປ່ຽນດີຈິຕອນໃນ ການປະສານສົມທົບກັນ, ຈັດຕັ້ງ ຜັນຂະຫຍາຍບັນດາກິດຈະກໍາ ຕ່າງໆໃນການຮ່ວມມື ໂດຍລວມເອົາວິທີການປະສານງານແບບເຊິ່ງໜ້າ ແລະ ທາງອອນລາຍ.
ຂ່າວ-ພາບ: ກະຊວງຍຸຕິທໍາ
KPL