ຂປລ
ອາຫານ ທີ່ບໍ່ມີຄວາມປອດໄພ ເປັນສາເຫດ ໃຫ້ ປະຊາກອນທົ່ວໂລກ ເຈັບປ່ວຍ ປະມານ 866 ລ້ານຄົນ ແລະ ເສຍຊີວິດ ສູງເຖິງ 1,5 ລ້ານຄົນຕໍ່ປີ, ໂດຍສະເພາະ ກຸ່ມເດັກນ້ອຍ ທີ່ມີ ອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງ ທີ່ຈະຜະເຊີນ ກັບພະຍາດ ທີ່ເກີດຈາກ ອາຫານ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອົງການ ອະນາໄມໂລກ (WHO) ເປີດເຜີຍວ່າ: ອາຫານ ທີ່ບໍ່ມີຄວາມປອດໄພ ເປັນສາເຫດ ໃຫ້ ປະຊາກອນທົ່ວໂລກ ເຈັບປ່ວຍ ປະມານ 866 ລ້ານຄົນ ແລະ ເສຍຊີວິດ ສູງເຖິງ 1,5 ລ້ານຄົນຕໍ່ປີ, ໂດຍສະເພາະ ກຸ່ມເດັກນ້ອຍ ທີ່ມີ ອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງ ທີ່ຈະຜະເຊີນ ກັບພະຍາດ ທີ່ເກີດຈາກ ອາຫານ (foodborne disease) ຫລາຍກວ່າ ກຸ່ມເດັກນ້ອຍ ທີ່ມີ ອາຍຸ 6 ປີ ຂຶ້ນໄປ ແລະ ຜູ້ໃຫຍ່ເກືອບ 3 ເທົ່າ.
ເຖິງແມ່ນວ່າ ກຸ່ມເດັກນ້ອຍ ຈະມີອັດຕາ ສ່ວນພຽງ 9% ຂອງ ປະຊາກອນໂລກ, ແຕ່ຕ້ອງຜະເຊີນກັບ ອາການເຈັບປ່ວຍ ທີ່ເກີດຈາກ ອາຫານສູງເຖິງ 1 ໃນ 3 ຂອງ ຄົນເຈັບ ທັງໝົດ, ໂດຍສະເພາະ ພະຍາດ ຖອກທ້ອງ ຢ່າງຮຸນແຮງ. ນອກຈາກນີ້ ການໄດ້ຮັບ ສານເຄມີ ອັນຕະລາຍ ທີ່ ປົນເປື້ອນ ໃນອາຫານ ເຊັ່ນ: ສານປຣໍຈຳພວກ ເມທິລເມີຣຄີວຣີ (Methylmercury) ແລະ ສານຕະກົວ, ພ້ອມກັນນັ້ນ ຍັງສົ່ງຜົນກະທົບ ຕໍ່ພັດທະນາການ ທາງສະໝອງ ຂອງເດັກ ແລະ ກໍ່ໃຫ້ເກີດ ບັນຫາ ລະບົບປະສາດ ທີ່ຕິດຕົວໄປ ຕະຫລອດ ຊີວິດອີກດ້ວຍ. /
KPL