ຊາວເນັດທົ່ວໂລກ ມີຄວາມເຫັນຕໍ່ຍຸກສື່ອັດສະລິຍະແນວໃດ

10/06/2026 17:09
ຂປລ ເນື່ອງໃນໂອກາດ ທີ່ວິທະຍຸ ໂທລະພາບ ສູນກາງຈີນ (CMG) ຈັດກອງປະຊຸມ ເວທີປຶກສາຫາລື ການປະດິດສ້າງ ສື່ມວນ ຊົນ ທົ່ວໂລກ ຄັ້ງທີ 5,ໂທລະພາບ ສາກົນຈີນ(CGTN) ໄດ້ຈັດ ການສຳຫລວດ ຄວາມຄິດເຫັນ ຂອງຊາວເນັດທົ່ວໂລກ, ຜູ້ຕອບແບບສອບຖາມເຫັນວ່າ ປັນຍາປະດິດໄດ້ເສີມຂະຫຍາຍບົດບາດ ໃນການຊຸກຍູ້ນັບມື້ ນັບສຳຄັນຕໍ່ການປ່ຽນ ແປງ ກຳລັງການ ຜະລິດ ຄັ້ງໃໝ່ ຂອງສື່ມວນຊົນ.

    ຂປລ. ເນື່ອງໃນໂອກາດ ທີ່ວິທະຍຸ ໂທລະພາບ ສູນກາງຈີນ (CMG) ຈັດກອງປະຊຸມ ເວທີປຶກສາຫາລື ການປະດິດສ້າງ ສື່ມວນຊົນ ທົ່ວໂລກ ຄັ້ງທີ 5,ໂທລະພາບ ສາກົນຈີນ(CGTN) ໄດ້ຈັດ ການສຳຫລວດ ຄວາມຄິດເຫັນ ຂອງຊາວເນັດທົ່ວໂລກ,ຜູ້ຕອບແບບສອບຖາມເຫັນວ່າ ປັນຍາປະດິດໄດ້ເສີມຂະຫຍາຍບົດບາດ ໃນການຊຸກຍູ້ນັບມື້ ນັບສຳຄັນຕໍ່ການປ່ຽນແປງ ກຳລັງການ ຜະລິດ ຄັ້ງໃໝ່ ຂອງສື່ມວນຊົນ. ໃນການສຳຫລວດ, ຜູ້ຕອບແບບສອບຖາມ 78,2% ເຫັນວ່າ ວິທີລາຍງານຂ່າວໃນຍຸກສື່ອັດສະລິຍະ ໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ. ນອກນີ້,ຜູ້ຕອບແບບ ສອບຖາມ 71,7% ເຫັນວ່າ: ບົດບາດໃນດ້ານການສືບທອດອະລິຍະທຳ ແລະ ການເຜີຍແຜ່ວັດທະນະທຳ ຂອງສື່ມວນຊົນ ໃນຍຸກອັດສະລິຍະ ຈະຍົກສູງຂຶ້ນຕື່ມອີກ, ການສື່ສານຂ້າມພາສາ ແລະ ຂ້າມວັດ ທະນະທຳ ທີ່ບໍ່ມີສິ່ງກີດຂວາງ, ການປົກປັກຮັກສາພາສາ ແລະ ວັດທະນະທຳທ້ອງຖິ່ນ ທີ່ໃກ້ຈະສູນພັນ ການປັບປ່ຽນມໍລະດົກ ວັດທະນະທຳ ໃຫ້ເປັນດີຈີຕອນ ແລະ ການເລົ່າເລື່ອງ ດ້ວຍຮູບແບບ ອັດສະລິຍະຖືກຈັດເປັນ 3 ບົດບາດທຳອິດ ທີ່ຄວາມຫວັງ. ພ້ອມກັນນັ້ນ,ຜູ້ຕອບແບບສອບຖາມກໍ່ມີທ່າທີລະມັດລະວັງ ຕໍ່ຄວາມສ່ຽງທີ່ອາດຈະເກີດຂຶ້ນ ຈາກເຕັກໂນໂລຊີ ປັນຍາປະດິດ ຕໍ່ສື່ ມວນຊົນ.ໃນນັ້ນ,ຄວາມຖືກຕ້ອງຂອງຂໍ້ມູນຂ່າວສານ,ປັນຍາປະດິດອາດຈະເລັ່ງລັດໃຫ້ຄວາມສາມາດການປະດິດສ້າງຂອງມວນມະນຸດຊຸດໂຊມລົງ ລວມເຖິງການໃຊ້ຂໍ້ມູນສ່ວນຕົວໃນທາງທີ່ຜິດ ຖືກ ຈັດຢູ່ 3 ຄວາມກັງວົນອັນດັບຕົ້ນ. ຜູ້ຕອບແບບສອບຖາມ 95,9% ມີຄວາມເຫັນຄວນຈຳແນກ ແລະ ໃສ່ເຄື່ອງໝາຍຢ່າງຈະແຈ້ງ ຕໍ່ຜະລິດຕະພັນສື່ ທີ່ຜະລິດດ້ວຍເຕັກໂລໂລຊີ ປັນຍາປະດິດ, 92% ຮຽກຮ້ອງໃຫ້ສື່ມວນຊົນ ປັບປຸງກົນໄກ ການສຳຫລວດ ຄືນຕໍ່ເນື້ອໃນ ທີ່ຜະລິດ ດ້ວຍປັນຍາປະດິດ, 91,1% ຮຽກຮ້ອງ ໃຫ້ມີກົດໝາຍ ແລະ ລະບຽບການເພື່ອກຳນົດລະບຽບ ແບບແຜນໃນ ການນຳ ໃຊ້ ປັນຍາປະດິດ ໃນສື່ມວນຊົນ ເພື່ອຮັບປະກັນສະພາບແວດລ້ອມ ສື່ມວນຊົນ ທີ່ປອດໃສ ແລະ ຫລາກຫລາຍ. ນອກນີ້,ຍັງມີຜູ້ຕອບແບບສອບຖາມ 77,4% ເຫັນວ່າ: ການເພີ່ມທະວີ ການ ຮ່ວມ ມືສາກົນ ລະຫວ່າງ ສື່ມວນຊົນ ຈະມີຜົນດີ ໃນການຊ່ວຍກັນ ຮັບມືກັບສິ່ງທ້າທາຍໃນຍຸກປັນຍາປະດິດ ແລະ ເປັນແນວທາງ ໃນການສ້າງສະພາບແວດລ້ອມ ສື່ມວນຊົນທົ່ວໂລກ ທີ່ໝັ້ນໜຽວກວ່າ ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top