ຂປລ
ສຳນັກງານ ວິໄຈ ແລະ ນະວັດຕະກຳ ແຫ່ງຊາດ ອິນໂດເນເຊຍ (BRIN) ໄດ້ພັດທະນາ ເຕັກໂນໂລຊີ ໄພໂຣໄລຊິສ (pyrolysis) ລຸ້ນທີສອງ, ຊຶ່ງສາມາດ ປ່ຽນຂີ້ເຫຍື້ອ ພລາສະຕິກ ໃຫ້ເປັນເຊື້ອໄຟ ສຳລັບ ພາກ ອຸດສາຫະກຳ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ວິໄຈ ແລະ ນະວັດຕະກຳ ແຫ່ງຊາດ ອິນໂດເນເຊຍ (BRIN) ໄດ້ພັດທະນາ ເຕັກໂນໂລຊີ ໄພໂຣໄລຊິສ (pyrolysis) ລຸ້ນທີສອງ, ຊຶ່ງສາມາດ ປ່ຽນຂີ້ເຫຍື້ອ ພລາສະຕິກ ໃຫ້ເປັນເຊື້ອໄຟ ສຳລັບ ພາກ ອຸດສາຫະກຳ, ໂດຍມີ ສັກກາຍະພາບ ປ່ຽນຮູບຂີ້ເຫຍື້ອໄດ້ 1,25 ໂຕນຕໍ່ວັນ.
ເຕັກໂນໂລຊີ ດັ່ງກ່າວ ພາຍໃຕ້ ຊື່ວ່າ ເຊື້ອໄຟແຫລວ ຈາກຂີ້ເຫຍື້ອ ພລາສະຕິກ ດ້ວຍລະບົບໄຟໂຣໄລຊີສ ຂັ້ນສູງສຳລັບ ລະດັບ ອຸດສາຫະກຳ. ໂດຍໃຊ້ ລະບົບ ປະຕິບັດການ ແບບຕໍ່ເນື່ອງ ຫລາຍຂັ້ນຕອນ ທີ່ສາມາດ ປ້ອນຂີ້ເຫຍື້ອ ພລາສະຕິກ ເຂົ້າສູ່ ເຄື່ອງປະຕິບັດການ ໄດ້ໂດຍກົງ, ໂດຍບໍ່ຈຳເປັນຕ້ອງ ຂັດແຍກກ່ອນ. ປັດຈຸບັນ ລະບົບໃໝ່ນີ້ ພວມໄດ້ຮັບການ ພັດທະນາຕໍ່ຍອດ ເພື່ອເພີ່ມກຳລັງ ການປ່ຽນແປງ ໃຫ້ເພີ່ມຂຶ້ນສູງສຸດ 5 ໂຕນ ຕໍ່ວັນ ຈາກເດີມ ທີ່ເຕັກໂນໂລຊີ ລຸ້ນທຳອິດ ສາມາດຮອງຮັບ ຂີ້ເຫຍື້ອພລາສະຕິກ ປະມານ 400 ກິໂລກຣາມຕໍ່ວັນ./
KPL