ຣັດເຊຍ ຈັດກອງປະຊຸມເສດຖະກິດນານາຊາດ ຄັ້ງທີ 29

05/06/2026 17:35
ຂປລ ກອງປະຊຸມ ເສດຖະກິດ ນານາຊາດ ເຊັນປີເຕີຣສເບີຣກ(SPIEF) ຄັ້ງທີ 29 ໄດ້ຈັດຂຶ້ນ ຢູ່ເມືອງເຊັນປີເຕີຣ ສເບີຣກ ຂອງ ຣັດເຊຍ, ໂດຍມີ ຄະນະຜູ້ແທນ ຈາກ ແວດວົງການເມືອງ ທຸລະກິດ ແລະ ວິຊາການ ປະມານ 20.000 ຄົນ

ຂປລ. ສຳນັກຂ່າວ ຊິນຮວາ, ວັນທີ 3 ມິຖຸນາ: ກອງປະຊຸມ ເສດຖະກິດ ນານາຊາດ ເຊັນປີເຕີຣສເບີຣກ(SPIEF) ຄັ້ງທີ 29 ໄດ້ຈັດຂຶ້ນ ຢູ່ເມືອງເຊັນປີເຕີຣ ສເບີຣກ ຂອງ ຣັດເຊຍ, ໂດຍມີ ຄະນະຜູ້ແທນ ຈາກ ແວດວົງການເມືອງ ທຸລະກິດ ແລະ ວິຊາການ ປະມານ 20.000 ຄົນ, ຈາກຫລາຍກວ່າ 100 ປະເທດ ແລະ ດິນແດນເຂົ້າຮ່ວມ.

ກອງປະຊຸມ ດັ່ງກ່າວ ໄດ້ຈັດຂຶ້ນ ເປັນເວລາ 4 ວັນ ດ້ວຍຫົວຂໍ້: ການເຈລະຈາ ເຊິງປະຕິບັດ ເສັ້ນທາງໄປສູ່ອະນາຄົດທີ່ໝັ້ນຄົງ, ເພື່ອສົງເສີມ ຮູບແບບໃໝ່ ຂອງ ການພັດທະນາ ລະດັບໂລກ ທ່າມກາງ ຄວາມປ່ຽນຜ່ານ ຂອງເສດຖະກິດໂລກ. ໂດຍມີ 7 ຫົວຂໍ້, ລວມເຖິງ ການເສວະນາ, ການບັນຍາຍ ແລະ ການອະທິບາຍ ຫລາຍກວ່າ 170 ລາຍການ, ພ້ອມດ້ວຍກິດຈະກຳ ທາງທຸລະກິດຫລາຍກວ່າ 300 ລາຍການ, ຕະຫລອດເຖິງ ການປຶກສາຫາລື ແບບປິດ ກອງປະຊຸມໂຕະກົມ ຕາມຫົວຂໍ້ ແລະ ການປຶກສາຫາລືແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top