ຂປລ
ອາຊຽນ ພວມຢືນຢູ່ຕໍ່ໜ້າຈຸດເວລາ ທີ່ມີຄວາມໝາຍ ເປັນບາດລ້ຽວ ໃນວິວັດການພັດທະນາ, ເມື່ອບັນດາຫລັກການພື້ນຖານ ຂອງເສດຖະກິດ, ເຕັກໂນໂລຢີ ແລະ ສິດອຳນາດທົ່ວໂລກ ພວມໄດ້ຮັບການກຳນົດຄືນໃໝ່.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ອາຊຽນ ພວມຢືນຢູ່ຕໍ່ໜ້າຈຸດເວລາ ທີ່ມີຄວາມໝາຍ ເປັນບາດລ້ຽວ ໃນວິວັດການພັດທະນາ, ເມື່ອບັນດາຫລັກການພື້ນຖານ ຂອງເສດຖະກິດ, ເຕັກໂນໂລຢີ ແລະ ສິດອຳນາດທົ່ວໂລກ ພວມໄດ້ຮັບການກຳນົດຄືນໃໝ່. ໃນຊຸມທົດສະຫວັດຈະມາເຖິງ ຈະແມ່ນວິວັດການສ້າງອະນາຄົດ ອາຊຽນ ໃນສະພາບການໂລກ ມີການປ່ຽນແປງຢ່າງເລິກເຊິ່ງ. ເພື່ອປະຕິບັດຄວາມມຸ່ງຫວັງນັ້ນ ໃຫ້ປະກົດຜົນເປັນຈິງ, ທ່ານ ນາຍົກລັດຖະມົນຕີ ເລມິງຮຶງ ໄດ້ກ່າວເນັ້ນໜັກຕື່ມວ່າ: ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເປັນເອກະພາບ ໃນຄວາມຫລາຍຮູບຫລາຍແບບ-ບັນດາຄຸນຄ່າສ້າງຜົນສຳເລັດຂອງຕົນ ແຕ່ດ້ວຍວິທີການເຂົ້າເຖິງ ທີ່ມີຫົວຄິດປະດິດສ້າງກວ່າ: ເຫັນດີເຫັນພ້ອມ ກ່ຽວກັບບັນດາຄຸນຄ່າ ແຕ່ມີຄວາມຂະຫຍັນຂັນເຄື່ອນ ໃນການກະທຳ, ຢຶດໝັ້ນຕໍ່ຫລັກການ ແຕ່ປ່ຽນແປງໃໝ່ ວິທີການເຮັດ, ຮັກສາສີສັນຢ່າງໝັ້ນຄົງ ແຕ່ມີຄວາມເປັນເຈົ້າການ ສ້າງກາລະໂອກາດ ຕໍ່ການປ່ຽນແປງ ຂອງຍຸກສະໄໝໃໝ່. ບົນເສັ້ນທາງແຫ່ງການຜັນຂະຫຍາຍ ວິໄສທັດປະຊາຄົມ ອາຊຽນ 2045.ນອກນີ້ ທ່ານ ເລມິງຮຶງ ຍັງສະເໜີ ອາຊຽນ ມຸ່ງໄປເຖິງສາມຍຸດທະສາດຄື: ໜຶ່ງ, ອາຊຽນ ບໍ່ພຽງແຕ່ເຂົ້າຮ່ວມ ບັນດາທ່າອ່ຽງທົ່ວໂລກ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ກຳນົດທິດບັນດາທ່າອ່ຽງນັ້ນ. ສອງ, ອາຊຽນ ບໍ່ພຽງແຕ່ແມ່ນສູນການຜະລິດເທົ່ານັ້ນ ຕ້ອງກາຍເປັນສູນນະວັດຕະກຳ ອີກດ້ວຍ. ອາຊຽນ ບໍ່ພຽງແຕ່ ແມ່ນບອ່ນຊົມໃຊ້ ເຕັກໂນໂລຢີ ເທົ່ານັ້ນ ຫາກຍັງ ຕ້ອງກາຍເປັນບ່ອນສ້າງ ເຕັກໂນໂລຢີ ອີກດ້ວຍ, ບໍ່ພຽງແຕ່ແມ່ນບອ່ນ ບັນດາລະບົບສະໜອງເດີນຜ່ານເທົ່ານັ້ນ ຫາກຍັງ ຕ້ອງກາຍເປັນບ່ອນ ສ້າງບັນດາລະບົບສະໜອງ. ເພາະສະນັ້ນ, ອາຊຽນ ຕ້ອງລົງທຶນ ຢ່າງແຮງກວ່າ ໃຫ້ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ມຸ່ງໄປເຖິງ ການສ້າງລະບົບນິເວດ ເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ ທີ່ມີສີສັນອາຊຽນ, ພ້ອມທັງ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າການສ້າງ ບັນດາມາດຖານລວມຂອງໂລກ. ຍຸດທະສາດ ທີສາມ, ອາຊຽນ ບໍ່ພຽງແຕ່ແມ່ນປະຊາຄົມ ຂອງບັນດາປະເທດ ເທົ່ານັ້ນ ຫາກຍັງ ຕ້ອງເປັນປະຊາຄົມ ຂອງປະຊາຊົນ ຢ່າງແທ້ຈິງ ອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL