ສະພາຕ່ຳອາເມລິກາ ຜ່ານມະຕິຕົກລົງຮຽກຮ້ອງໃຫ້ ທ່ານ ໂດນັນ ທຣຳ ຢຸດຕິສົງຄາມກັບອີຣານ

05/06/2026 15:41
ຂປລ ສະພາຕ່ຳ ຂອງ ສ.ອາເມລິກາ ໄດ້ຮັບຮອງເອົາ ມະຕິຕົກລົງ ສະບັບໜຶ່ງ ໃນການຈຳກັດ ອຳນາດສົງຄາມ ຂອງປະທານາ ທິບໍດີ, ໂດຍຮຽກຮ້ອງໃຫ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຢຸດຕິການເຄື່ອນໄຫວ ທາງການທະຫານຕໍ່ ອີຣານ ແລະ ຈຳເປັນຕ້ອງໄດ້ຮັບ ການອະນຸມັດ ຈາກລັດຖະສະພາກ່ອນຈະປະຕິບັດ ການເຄື່ອນໄຫວ ທາງການທະຫານຕໍ່ ອີຣານ ໃນຕໍ່ໜ້ານີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສະພາຕ່ຳ ຂອງ ສ.ອາເມລິກາ ໄດ້ຮັບຮອງເອົາ ມະຕິຕົກລົງ ສະບັບໜຶ່ງ ໃນການຈຳກັດ ອຳນາດສົງຄາມ ຂອງປະທານາ ທິບໍດີ, ໂດຍຮຽກຮ້ອງໃຫ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຢຸດຕິການເຄື່ອນໄຫວ ທາງການທະຫານຕໍ່ ອີຣານ ແລະ ຈຳເປັນຕ້ອງໄດ້ຮັບ ການອະນຸມັດ ຈາກລັດຖະສະພາກ່ອນຈະປະຕິບັດ ການເຄື່ອນໄຫວ ທາງການທະຫານຕໍ່ ອີຣານ ໃນຕໍ່ໜ້ານີ້. ນັບແຕ່ ສ.ອາເມລິກາ ຮ່ວມກັບ ອິດສະຣາແອນ ປະຕິບັດການເຄື່ອນໄຫວ ທາງການທະຫານ ຕໍ່ອີຣານ ໃນທ້າຍເດືອນກຸມພາ ເປັນຕົ້ນມາ, ນີ້ເປັນຄັ້ງທີ 4 ແລ້ວ ທີ່ສະພາຕ່ຳ ໄດ້ລົງຄະແນນສຽງ ຕໍ່ຮ່າງມະຕິໃນການຈຳກັດ ອຳນາດສົງຄາມ ຂອງປະທານາທິບໍດີ ແລະ ເປັນຄັ້ງທຳອິດ ທີ່ສະພາຕ່ຳ ໄດ້ຮັບຮອງເອົາມະຕິຕົກລົງ ດັ່ງກ່າວ. ຫລັງຈາກ  ສະພາຕ່ຳ ຂອງ ສ.ອາເມລິກາ ໄດ້ຮັບຮອງເອົາມະຕິຕົກລົງ ດ້ວຍຄະແນນສຽງເຫັນດີ 215 ສຽງ ແລະ ຄັດຄ້ານ 208 ສຽງ. ມີສະມາຊິກສະພາຕ່ຳ ເຊິ່ງເປັນສະມາຊິກ ພັກບຣິກັນ 4 ທ່ານຮ່ວມກັບ ສະມາຊິກພັກເດໂມແຄຣັດອື່ນໆ ໄດ້ລົງຄະແນນສຽງເຫັນດີ ຕໍ່ມະຕິຕົກລົງດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top