ຂປລ
ໃນ 5 ເດືອນທຳອິດ ຂອງປີ 2026 ນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງ ໄດ້ຂອງ ສປ ຈີນ ມີເຖິງ 20.680 ຕື້ຢວນ, ເພີ່ມຂຶ້ນ 15,3% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເຊິ່ງເປັນທ່າອຽງການເຕີບໂຕ ຢ່າງໝັ້ນທ່ຽງ ທີ່ຕໍ່ເນື່ອງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ(CMG) ອີງຕາມຂໍ້ມູນທີ່ເປີດເຜີຍ ໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປ ຈີນໃນວັນທີ 9 ມິຖຸນານີ້ ສະແດງໃຫ້ເຫັນວ່າ: ໃນ 5 ເດືອນທຳອິດ ຂອງປີ 2026 ນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງ ໄດ້ຂອງ ສປ ຈີນ ມີເຖິງ 20.680 ຕື້ຢວນ, ເພີ່ມຂຶ້ນ 15,3% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເຊິ່ງເປັນທ່າອຽງການເຕີບໂຕ ຢ່າງໝັ້ນທ່ຽງ ທີ່ຕໍ່ເນື່ອງ. ສື່ມວນຊົນຕ່າງປະເທດ ພາກັນຕີລາຄາວ່າ: ການຄ້າຕ່າງປະເທດຂອງ ສປ ຈີນ ໄດ້ຍົກສູງຄວາມໝັ້ນໃຈ ຂອງຕະຫລາດ ທີ່ມີຕໍ່ການພັດທະນາ ຂອງເສດຖະກິດຈີນ ດ້ວຍຄຸນນະພາບສູງ. ໃນທ່າມກາງທີ່ສະຖານະການສາກົນມີຄວາມວຸ່ນວາຍ, ຄວາມຂັດແຍ້ງດ້ານການເມືອງພູມີພາກຮຸນແຮງຂຶ້ນ ແລະ ລາຄາພະລັງງານເພີ່ມຂຶ້ນ ຢ່າງວ່ອງໄວ, ຍ້ອນຫຍັງການຄ້າຕ່າງປະເທດຂອງ ສປ ຈີນ ຈຶ່ງສາມາດສ້າງຜົນງານທີ່ພົ້ນເດັ່ນ? ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ສປ ຈີນ ໄດ້ເສີມຂະຫຍາຍທ່າແຮງສັງລວມຕ່າງໆ ເຊັ່ນ: ລະບົບອຸດສາຫະກຳ ທີ່ຄົບຖ້ວນ, ຫົວໜ່ວຍທຸລະກິດ ມີຊີວິດຊີວາ, ການຈັດວາງຕະຫລາດມີຄວາມຫລາກຫລາຍ ແລະ ອື່ນໆ ໂດຍໄດ້ວາງມາດຕະການຕ່າງໆ ຢ່າງແມ່ນຢຳ ເຊັ່ນ: ການຫລຸດພາສີອາກອນ, ການຍົກລະດັບ ຄວາມສະດວກ ຂອງການຄ້າ ແລະ ອື່ນໆ ເຊິ່ງໄດ້ຊຸກຍູ້ການເຕີບໂຕ ຢ່າງໝັ້ນທ່ຽງ ຂອງການນຳເຂົ້າ-ສົ່ງອອກ ຢ່າງແຂງແຮງ ແລະ ສາມາດຮັບມື ກັບການປ່ຽນແປງຂອງສະພາບແວດລ້ອມ ພາຍນອກຢ່າງມີປະສິດທິຜົນ. ບໍ່ພຽງແຕ່ ຂະໜາດການຄ້າຕ່າງປະເທດຂອງ ສປ ຈີນ ມີຄວາມໝັ້ນທ່ຽງເທົ່ານັ້ນ, ໂຄງປະກອບການຄ້າຕ່າງປະເທດຂອງ ສປ ຈີນ ຍັງພັດທະນາ ໄປຕາມທິດທາງໃໝ່ ທີ່ດີຂຶ້ນກວ່າເກົ່າ. ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ລົດພະລັງງານໃໝ່ຍີ່ຫໍ້ຈີນ, ອຸປະກອນສະສົມພະລັງງານ ທີ່ຜະລິດໂດຍແສງຕາເວັນ ສຳລັບຄົວເຮືອນ ແລະ ຜະລິດຕະພັນເຕັກໂນໂລຊີລະດັບສູງ ແລະ ໃໝ່ຊະນິດອື່ນໆ ໄດ້ຮັບຄວາມນິຍົມໃນທົ່ວໂລກ. ໃນ 5 ເດືອນທຳອິດຂອງປີນີ້, ການສົ່ງອອກຜະລິດຕະພັນກົນຈັກ ແລະ ເຄື່ອງໄຟຟ້າ ທີ່ມີເຕັກໂນໂລຊີ ລະດັບສູງ ແລະ ມີມູນຄ່າເພີ່ມສູງ ໄດ້ເພີ່ມຂຶ້ນ 18,4%, ການນຳເຂົ້າ-ສົ່ງອອກ ຜະລິດຕະພັນ ທີ່ກ່ຽວຂ້ອງກັບ ປັນຍາປະດິດ ໄດ້ເພີ່ມຂຶ້ນຫລາຍກວ່າ 50% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ໂຄງປະກອບການຄ້າຕ່າງປະເທດຂອງ ສປ ຈີນ ສືບຕໍ່ດີຂຶ້ນ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມສາມາດດ້ານການປະດິດສ້າງໃໝ່ ຂອງອຸດສາຫະກຳຂອງ ສປ ຈີນ ແລະ ຄວາມສາມາດຮັບມືກັບ ການປ່ຽນແປງຂອງວິສາຫະກິດຂອງ ສປ ຈີນ. ສປ ຈີນ ບໍ່ພຽງແຕ່ຢາກເປັນ “ໂຮງງານຂອງໂລກ” ເທົ່ານັ້ນ, ຍິ່ງຢາກເປັນ “ຕະຫຼາດຂອງໂລກ”. ໃນ 5 ເດືອນທຳອິດຂອງປີ 2026, ການນຳເຂົ້າຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 20,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງສູງກວ່າ ອັດຕາການເຕີບໂຕ ໂດຍລວມຂອງການສົ່ງອອກ ແລະ ການນຳເຂົ້າ-ສົ່ງອອກ. ຄຽງຄູ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງ ສປ ຈີນ ມີການເລີ່ມຕົ້ນທີ່ດີ, ການຍົກລະດັບອຸດສາຫະກຳ ການຜະລິດຂອງ ສປ ຈີນ ໄດ້ເຮັດໃຫ້ຄວາມຕ້ອງການຂອງວິສາຫະກິດຈີນ ທີ່ມີຕໍ່ອຸປະກອນ ແລະ ວັດຖຸດິບ ເພີ່ມຂຶ້ນ. ພ້ອມກັນນັ້ນ, ສປ ຈີນ ຍັງໄດ້ຕັ້ງໜ້າເປີດກວ້າງການເປີດປະຕູ ສູ່ພາຍນອກ ຢ່າງເປັນເຈົ້າການ, ແບ່ງປັນໂອກາດກັບໂລກຢ່າງບໍ່ຢຸດຢັ້ງ. ຍົກຕົວຢ່າງ, ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ກິດຈະກຳຕ່າງໆ ທີ່ມີຫົວຂໍ້ “ຊົມໃຊ້ຕະຫລາດໃຫຍ່ຮ່ວມກັນ ສົ່ງອອກໄປ ສປ ຈີນ” ໄດ້ຈັດຂຶ້ນ ຢູ່ທ້ອງຖິ່ນຕ່າງໆຂອງ ສປ ຈີນ ຢ່າງຟົດຟື້ນ ເຊິ່ງໄດ້ດຶງດູດ ສິນຄ້າຄຸນນະພາບດີ ໃນທົ່ວໂລກ ເຂົ້າສູ່ປະເທດຈີນ ຢ່າງມີປະສິດທິພາບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL