ປະລິມານນ້ຳມັນສຳຮອງກຸ່ມປະເທດຮັ່ງມີ ຫລຸດຕ່ຳສຸດໃນຮອບ 20 ກວ່າປີ

10/06/2026 16:43
ຂປລ ອົງການ ຂໍ້ມູນຂ່າວສານ ພະລັງງານ ຂອງ ສ.ອາເມລິກາ ໄດ້ເຕືອນວ່າ: ປະລິມານ ນ້ຳມັນສຳຮອງ ຂອງກຸ່ມປະເທດຮັ່ງມີ ໄດ້ຫລຸດລົງ ສູ່ລະດັບ ຕໍ່າສຸດ ນັບຕັ້ງແຕ່ປີ 2003 ຫລັງຈາກ ວິກິດການຊ່ອງແຄບ ຮໍມຸສ ທີ່ໄດ້ລົບກວນລະບົບຕ່ອງໂສ້ ການສະໜອງ ພະລັງງານທົ່ວໂລກ.

ປລ.ຕາມຂ່າວຈາກ ວໍຊີງຕັນ, ວັນທີ10ມິຖຸນານີ້, ອົງການ ຂໍ້ມູນຂ່າວສານ ພະລັງງານ ຂອງ ສ.ອາເມລິກາ ໄດ້ເຕືອນວ່າ: ປະລິມານ ນ້ຳມັນສຳຮອງ ຂອງກຸ່ມປະເທດຮັ່ງມີ ໄດ້ຫລຸດລົງ ສູ່ລະດັບ ຕໍ່າສຸດ ນັບຕັ້ງແຕ່ປີ 2003 ຫລັງຈາກ ວິກິດການຊ່ອງແຄບ ຮໍມຸສ ທີ່ໄດ້ລົບກວນລະບົບຕ່ອງໂສ້ການສະໜອງ ພະລັງງານທົ່ວໂລກ. ໂດຍປະລິມານນ້ຳມັນສຳຮອງທົ່ວໂລກ ຈະຫລຸດລົງ ຢ່າງຫລວງຫລາຍ ແລະ ຕ່ຳເນື່ອງເຖິງ 6,3 ລ້ານຖັງຕໍ່ວັນ ລະຫວ່າງ ເດືອນເມສາ ຫາ ເດືອນມິຖຸນາໃນໄຕມາດ ທີ2 ຂອງປີນີ້ ແລະ ຈະຫລຸດລົງອີກ 7,66 ລ້ານຖັງຕໍ່ວັນ ລະຫວ່າງ ເດືອນກໍລະກົດ ຫາ ເດືອນກັນຍາ ຊຶ່ງ ເປັນໄຕມາດທີສາມ ຂອງປີນີ້ ສົ່ງຜົນໃຫ້ ປະລິມານນ້ຳມັນ ສຳຮອງໃນ 38ປະເທດ ຮັ່ງມີ ຊຶ່ງເປັນ ສະມາຊິກຂອງອົງການຮ່ວມມື ເສດຖະກິດ ແລະ ການພັດທະນາ (OECD) ໄດ້ຫລຸດລົງສູ່ລະດັບຕໍ່າສຸດ ນັບຕັ້ງແຕ່ປີ 2003, ເຮັດໃຫ້ຫລາຍປະເທດ ຕ້ອງຫັນໄປເພິ່ງພາ ນ້ຳມັນ ຈາກ ສ.ອາເມລິກາ ຫລາຍຂຶ້ນ ເພື່ອຊົດເຊີຍ ການຂາດແຄນນ້ຳມັນດິບ ຈາກຕາເວັນອອກກາງ ໃນປະຈຸບັນ. ການສົ່ງອອກສຸດ ທິ ນ້ຳມັນດິບ ແລະ ຜະລິດຕະພັນ ນ້ຳມັນຂອງສ.ອາເມລິກາ ໄດ້ເພີ່ມຂຶ້ນ ເປັນສະຖິຕິສູງສຸດ 5,8 ລ້ານຖັງຕໍ່ວັນ ໃນເດືອນເມສາແລະ ການສົ່ງອອກສຸດທິ ໃນປີນີ້ ຄາດວ່າ ຈະສະເລ່ຍ 4,2 ລ້ານຖັງ ຕໍ່ວັນ, ເພີ່ມຂຶ້ນ ຢ່າງຫລວງຫລາຍ ເມື່ອທຽບກັບປີກາຍ ໃນລະດັບ 1,4 ລ້ານຖັງຕໍ່ວັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top