ຂປລ
ການສົ່ງອອກ ຂອງກຳປູເຈຍ ໃນ 5 ເດືອນທຳອິດ ຂອງປີ 2026 (ມັງກອນ-ພຶດສະພາ) ບັນລຸ 14 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີກ່ອນ.
ຂປລ.ສຳນັກຂ່າວ ອິນໂຟເຄວສ, ວັນທີ10ມິຖຸນານີ້, ກົມພາສີ ແລະ ອາກອນ ກຳປູເຈຍ ໄດ້ເປີດເຜີຍວ່າ: ການສົ່ງອອກ ຂອງກຳປູເຈຍ ໃນ 5 ເດືອນທຳອິດ ຂອງປີ 2026 (ມັງກອນ-ພຶດສະພາ) ບັນລຸ 14 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີກ່ອນ.ໂດຍມີຈຸດໝາຍປາຍທາງການສົ່ງອອກທີ່ ສຳຄັນທີ່ສຸດ 5 ປະເທດຫລັກ ລວມມີສ.ອາເມລິກາ, ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ ແລະ ການາດາ.ຂະນະທີ່, ຍອດການນຳເຂົ້າ ຂອງກຳປູເຈຍ ໄດ້ຂະຫຍາຍຕົວ 18.9% ເມື່ອທຽບໃສ່ປີກ່ອນ ບັນລຸ 16 ຕື້ໂດລາສະຫະລັດ ໃນໄລຍະດຽວກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL