ອິນເດຍ ຊຸກຍູ້ການຊື້ລົດໄຟຟ້າ ຫລຸດຜ່ອນມົນລະພິດໃນເມືອງຫລວງ

10/06/2026 15:17
ຂປລ ລັດຖະບານ ອິນເດຍ ປະກາດ ເປີດຕົວ ໂຄງການ ໄລຍະເວລາ 2 ປີ ເພື່ອເລັ່ງປ່ຽນ ຜ່ານສູ່ ໄປເຕັກໂນໂລຊີ ການຄົມມະນາຄົມ ທີ່ ສະອາດຍິ່ງຂຶ້ນ, ໂດຍຕັ້ງເປົ້າໝາຍ ຫລຸດມົນລະພິດ ຈາກຍານ ພາຫະນະໃນນະຄອນຫລວງ ນີວແດນລີ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ເມື່ອບໍ່ດົນມານີ້ ລັດຖະບານ ອິນເດຍ ປະກາດ ເປີດຕົວ ໂຄງການ ໄລຍະເວລາ 2 ປີ ເພື່ອເລັ່ງປ່ຽນ ຜ່ານສູ່ ໄປເຕັກໂນໂລຊີ ການຄົມມະນາຄົມ ທີ່ ສະອາດຍິ່ງຂຶ້ນ, ໂດຍຕັ້ງເປົ້າໝາຍ ຫລຸດມົນລະພິດ ຈາກຍານ ພາຫະນະໃນນະຄອນຫລວງ ນີວແດນລີ.

ໂຄງການດັ່ງກ່າວ ລວມມີ ມູນຄ່າ ປະມານ 9,59 ໝື່ນລ້ານຣູປີ, ເຊິ່ງຈະສ້າງຄວາມ ດຶງດູດໃຈ ໃຫ້ແກ່ເຈົ້າຂອງລົດບັນທຸກ ແລະ ລົດໂດຍສານ ທີ່ຈົດທະບຽນ ໃນເຂດນະຄອນຫລວງ ແຫ່ງຊາດ ນີວແດນລີ (Delhi-National Capital Region) ໃນການປ່ຽນລົດເກົ່າ ເປັນລົດລຸ້ນໃໝ່, ໂດຍສະເພາະ ຍານພາຫະນະໄຟຟ້າ (EV).

ໂດຍລັດຖະບານກາງ ຈະສະໜັບສະໜູນ ຊົດເຊີຍ ອັດຕາດອກເບ້ຍ ເງິນກູ້ 5% ເປັນໄລຍະເວລາ 5 ປີ ແລະ ມອບບັດຂອງຂວັນ ຄ່າເຊື້ອໄຟລາຍເດືອນ ມູນຄ່າສູງສຸດ 4.800 ຣູປີ ຂຶ້ນຢູ່ກັບປະເພດ ຍານພາຫະນະ  ລວມເຖີງມອບສິດທິປະໂຫຍດ ແບບຈ່າຍຄັ້ງດຽວ ສຳລັບການຊື້ ຍານພາຫະນະໄຟຟ້າ. ຄາດວ່າ ໂຄງການ ດັ່ງກ່າວ ຈະຊ່ວຍຫລຸດ ການປ່ອຍມົນລະພິດ ຈາກຍານພາຫະນະ ໄດ້ຢ່າງມີໄນສຳຄັນ ແລະ ມີສ່ວນຊ່ວຍ ປັບປຸງ ຄຸນນະພາບອາກາດ ໃນເມືອງໃຫ້ດີຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top