ມຽນມາ ສົ່ງອອກເຂົ້າສາມແສນກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

10/06/2026 15:17
ຂປລ ເມື່ອບໍ່ດົນມານີ້ ສະຫະພັນ ເຂົ້າແຫ່ງ ມຽນມາ ເປີດເຜີຍວ່າ: ມຽນມາ ໄດ້ສົ່ງອອກ ເຂົ້າປະມານ 305.821 ໂຕນ ໃນໄລຍະ 2 ເດືອນທຳອິດ ຂອງ ສົກປີ ງົບປະມານ 2026-2027 ຊຶ່ງເລີ່ມຕົ້ນຂຶ້ນ ໃນເດືອນເມສາ ທີ່ຜ່ານມາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ ສະຫະພັນ ເຂົ້າແຫ່ງ ມຽນມາ ເປີດເຜີຍວ່າ: ມຽນມາ ໄດ້ສົ່ງອອກ ເຂົ້າປະມານ 305.821 ໂຕນ ໃນໄລຍະ 2 ເດືອນທຳອິດ ຂອງ ສົກປີ ງົບປະມານ 2026-2027 ຊຶ່ງເລີ່ມຕົ້ນຂຶ້ນ ໃນເດືອນເມສາ ທີ່ຜ່ານມາ. ໂດຍ ມຽນມາ ມີລາຍໄດ້ ຈາກການ ສົ່ງອອກເຂົ້າ ໃນໄລຍະເວລາ ດັ່ງກ່າວ ປະມານ 93 ລ້ານໂດລາ ສະະຫະລັດ.

ຂໍ້ມູນຈາກ ສະຫະພັນ ສະແດງໃຫ້ເຫັນວ່າ ຍອດການສົ່ງ ອອກເຂົ້າ ໃນເດືອນ ເມສາ ແລະ ເດືອນພືດສະພາ ຂອງສົກປີງົບປະມານນີ້ ໂດຍມີ ປະລິມານ ຕໍ່າກວ່າ ໄລຍະດຽວກັນ ຂອງ ສົກປີງົບປະມານກ່ອນ ທີ່ ເຄີຍສົ່ງອອກ ໄດ້ຫລາຍນກວ່າ 400.000 ໂຕນ./

KPL

ຂ່າວອື່ນໆ

ads
ads

Top