ຂປລ
ນັບແຕ່ ເສັ້ນທາງລົດໄຟຈີນ-ລາວ ລາວ-ຈີນ ໄດ້ເປີດບໍລິການໃນວັນທີ 3 ທັນວາປີ 2021, ມາຮອດວັນທີ 27 ພຶດສະພານີ້, ນັບລວມແລ້ວໄດ້ໃຫ້ບໍລິການລົດໄຟໂດຍສານ ຫລາຍກວ່າ 1 ແສນຖ້ຽວ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ຈາກກຸ່ມບໍລິສັດທາງລົດໄຟຈີນ ຈຳກັດ ສາຂາ ຄຸນໝິງ ໃຫ້ຮູ້ວ່າ: ນັບແຕ່ ເສັ້ນທາງລົດໄຟຈີນ-ລາວ ລາວ-ຈີນ ໄດ້ເປີດບໍລິການໃນວັນທີ 3 ທັນວາປີ 2021, ມາຮອດວັນທີ 27 ພຶດສະພານີ້, ນັບລວມແລ້ວໄດ້ໃຫ້ບໍລິການລົດໄຟໂດຍສານ ຫລາຍກວ່າ 1 ແສນຖ້ຽວ, ໄດ້ຂົນສົ່ງຜູ້ໂດຍສານ 73 ລ້ານເທືຶ່ອຄົນ, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນ ທີ່ມາຈາກ 120 ກວ່າປະເທດ ແລະ ເຂດແຄວ້ນ ຫລາຍກວ່າ 840.000ເທື່ອຄົນ, “ເສັ້ນທາງຄຳ” ທີ່ເຊື່ອມໂຍງ ຄວາມປາຖະໜາຮ່ວມ ຂອງປະຊາຊົນລາວ ແລະ ຈີນ ສາຍນີ້ ພວມເພີ່ມ ພະລັງຊີວິດໃໝ່ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງພາກພື້ນ ດ້ວຍຄວາມສາມາດ ໃນການຂົນສົ່ງທີ່ນັບມື້ນັບຄຶກຄື້ນກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL