
ຂປລ. ຈີນ ປັບປຸງລົດໄຟຟ້າ ໃຫ້ເກີດຄືນໃໝ່ ເພື່ອກູ້ວິກິດການຂາດແຄນ ພະລັງງານ ນໍ້າມັນ ເຊື້ອໄຟໂລກ ແລະ ຮັກສາ ຄວາມສົມດູນ ຂອງ ສິ່ງແວດລ້ອມໂລກ ໃຫ້ເປັນໄປ ຕາມທິດທາງ ພັດທະນາ ສີຂຽວຍືນຍົງ. ທ່ານຮູ້ບໍ່ວ່າ ອຸດສາຫະກໍາລົດໄຟຟ້າ ໃນຄັ້ງໜຶ່ງ ເຄີຍມີ ປະຫວັດສາດ ຮຸ່ງເຮືອງມາ ໃນໄລຍະ 126 ປີຜ່ານມາ ແລະ ຊຸດໂຊມລົງ ໃນຊຸມປີ 1900.
ປັດຈຸບັນ, ທົ່ວໂລກມີຄົນໃຊ້ລົດໄຟຟ້າ ເພິ່ມຂຶ້ນເຖິງ 80 ລ້ານຄັນ. ໃນນັ້ນ ຈີນ ລວມມີ 40 ລ້ານກວ່າຄັນ, ອາຊຽນ ປະມານ 2-3 ລ້ານຄັນ, ໂດຍສະເພາະ ລາວ ມີ 15,000 ຄັນ ໂດຍຄາດວ່າ ໃນປີ 2030 ປະຊາກອນທົ່ວໂລກ ຈະໃຊ້ລົດໄຟຟ້າເຖິງ 200-300 ລ້ານຄັນ, ເຊິ່ງຈະເຮັດໃຫ້ອໍານາດການຜູກຂາດ ອຸດສາຫະກໍາລົດນໍ້າມັນຂອງຕາເວັນຕົກ ຄ່ອຍໆ ເຊື່ອມຖອຍລົງ ໃນອະນາຄົດ.
ຫລ້າສຸດ ບົດລາຍງານ ວິໄສທັດລົດໄຟຟ້າໂລກ (Global EV Outlook) ຈາກສູນຄົ້ນຄວ້າ ZSW ຂອງເຢຍລະມັນ ແລະ ອົງການພະລັງງານ ສາກົນ (IEA) ໄດ້ເປີດເຜີຍວ່າ: ປັດຈຸບັນ ມີລົດໄຟຟ້າ ທັງປະເພດໃຊ້ໝໍ້ໄຟ ຢ່າງດຽວ ແລະປະເພດປະສົມ ທີ່ໃຊ້ແລ່ນຕາມເສັ້ນທາງຕ່າງໆທົ່ວໂລກ ປະມານ 70-80 ລ້ານຄັນ. ໂດຍສະເພາະ ປະເທດ ຈີນກວມ ເອົາອັດ ຕາສ່ວນ ສະເລ່ຍ 50% ຂອງ ລົດໄຟຟ້າທົ່ວໂລກ ຫລື ປະມານ 44 ລ້ານຄັນ. ພ້ອມດຽວກັນນີ້, ຈີນ ຍັງເປັນຜູ້ສົ່ງອອກລົດພະລັງງານໃໝ່ (ລົດໄຟຟ້າ) ເປັນອັນດັບທີ 1 ຂອງໂລກ ສະເລ່ຍເກີນ 2 ລ້ານຄັນຕໍ່ປີ. ຕໍ່ກັບສະພາບທ່າອ່ຽງ ຄົນສ່ວນໃຫຍ່ ຫັນມາໃຊ້ລົດໄຟຟ້າ ແທນລົດນໍ້າມັນ ເພີ່ມຂຶ້ນ ຢ່າງກ້າວກະໂດດ ແລະ ລົດໄຟຟ້າຈີນ ໄດ້ຮັບຄວາມນິຍົມ ໄປທົ່ວໂລກ ຢ່າງກວ້າງຂວາງນັ້ນ ໄດ້ເກີດມີຄໍາຖາມ ຈາກຊາວເນັດ ແລະ ຜູ້ສະແຫວງຫາ ພາຫະນະລົດພະລັງ ງານໃໝ່ວ່າ: ເປັນຫຍັງລົດຈີນ ຈິ່ງໄດ້ຮັບຄວາມ ນິຍົມຢ່າງວ່ອງໄວ ໄປທົ່ວໂລກ?, ມີສາເຫດໃດ ທີ່ເຮັດໃຫ້ຄົນສ່ວນໃຫຍ່ທົ່ວໂລກ ຕ້ອງພິຈາລະນາ ແລະ ຫັນມາໃຊ້ລົດໄຟຟ້າ ທົດແທນລົດນໍ້າມັນ? ແລະ ຖ້າຄົນຫັນມາໃຊ້ ລົດໄຟຟ້າເພີ່ມຂຶ້ນ ຈະເຮັດໃຫ້ ໂລກນີ້ ມີການປ່ຽນແປງໄປໃນທິດທາງບວກ ຫລື ລົບ?.

ບັນດານັກວິເຄາະ ໃຫ້ທັດສະນະວ່າ ນັບແຕ່ ເກີດສົງຄາມຂັດແຍ່ງກັນ ຢູ່ເຂດຕາເວັນອອກກາງໃນຫລາຍທົດສະຕະວັດຜ່ານມາ, ລວມທັງ ເກີດສົງຄາມ ຂັດແຍ່ງກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ແລະ ອີຣານ ຈົນນໍາມາສູ່ທາງຕັນຄື: ຊ່ອງແຄບຮໍມຸດ ປຽບເໝືອນເສັ້ນເລືອດໃຫຍ່ ສໍາລັບ ການເດີນກໍາປັ່ນຂົນສົ່ງສິນຄ້າ ແລະ ນໍ້າມັນສາກົນສະເລ່ຍ 20-21 ລ້ານຖັງຕໍ່ວັນ ຫລື ປະມານ 20% ຂອງ ປະລິມານນໍ້າມັນທັງໝົດຂອງໂລກ ໂດຍມາຜ່ານຈຸດນີ້ຊໍ້າພັດປິດແລະກາຍເປັນຂໍ້ຂັດແຍ່ງຂອງມະຫາອໍານາດ ຈິ່ງ ສົ່ງຜົນກະທົບທາງກົງ ແລະ ທາງອອ້ມໄປທົ່ວໂລກ ໂດຍສະເພາະເສດຖະກິດໂລກ, ຄ່າຄອງຊີບສູງຂຶ້ນ, ລາຄານໍ້າມັນປັບຕົວສູງຂຶ້ນສະເລ່ຍ 100 ກວ່າໂດລາສະຫະລັດຕໍ່ຖັງ, ການ ຂາດແຄນພະລັງງານ ໄດ້ແຜ່ລາມໄປທົ່ວທຸກບ່ອນ, ຕ່ອງໂສ້ການສະໜອງພະລັງງານ-ສິນຄ້າຢຸດຈຶ້ງ ແລະ ການເດີນທາງໄປມາ ຫາສູ່ກັນລະຫວ່າງປະເທດ ກໍຕິດຂັດແລະອື່ນໆ.
ຄວາມຂັດແຍ່ງທີ່ວ່ານັ້ນ ໄດ້ປະກົດພາບຂຶ້ນ ທີ່ໜ້າຕົກໃຈ ໃນຫລາຍປະເທດ ໂດຍສະເພາະ ຄື:ຢູ່ ປະເທດລາວ, ໄທ, ກໍາປູເຈຍ, ຫວຽດນາມ, ຟິລິບປິນ, ສ.ອາເມລິກາ, ເອີຣົບ ແລະ ປະເທດອື່ນໆ ໂດຍມີມວນຊົນ ຈໍານວນຫລາຍ ໄດ້ຍາດກັນຊື້ນໍ້າມັນ, ການຂາດເຂີນນໍ້າມັນຢູ່ປໍ້າຕ່າງໆ, ເຂົ້າສານອາຫານແຫ້ງ ແລະ ຄ່າຄອງຊີບແພງຂຶ້ນເປັນປະຫວັດ ສາດ, ອັດຕາໄພເງິນເຟີ້ ກໍເພີ່ມສູງຂຶ້ນຕາມລໍາດັບ ແຕ່ໃນທາງກົງກັນຂ້າມ ຢູ່ ປະເທດຈີນ ຊໍ້າພັດບໍ່ເຫັນພາບ ສັບສົນວຸ້ນວາຍເຫລົ່ານັ້ນ, ຊາວຈີນ ຍັງໃຊ້ຊີວິດປົກກະຕິ, ບໍ່ໄດ້ຍາດກັນຊື້ນໍ້າມັນ, ບໍ່ໄດ້ຕໍ່ແຖວຍາວໆ ຕາມປໍ້າເພື່ອໃສ່ນໍ້າມັນ, ຄ່າຄອງຊີບເກືອບທຸກຢ່າງປົກກະຕິນັ້ນ ຍ້ອນເປັນຜົນມາຈາກ ພັກ-ລັດຖະບານຈີນ ມີວິໄສທັດຢ່າງລະອຽດ ແລະ ມີການວາງແຜນ ຍຸດທະ ສາດດີເລີດ ຢ່າງເປັນລະບົບຄົບຊຸດ ເຊິ່ງສະທ້ອນໃຫ້ເຫັນ ບາງຕົວຢ່າງ ທີ່ໜ້າສົນໃຈຄື: ແຜນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ໄດ້ປູພື້ນສໍາຄັນໜັກແໜ້ນ ໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງຈີນ ໄດ້ຕິດພັນກັບ ແຕ່ລະຂົງເຂດເປັນຕົ້ນ: ການພັດທະນາ ດ້ວຍຄຸນນະພາບສູງ ຢ່າງຊັັັດເຈນ ໂດຍສະເພາະ ຕ້ອງຊຸກຍູ້ໃຫ້ ການຫັນເປັນ ອຸດສາຫະກໍາ-ກະສິກໍາທັນສະໄໝ ແບບໃໝ່, ສ້າງຕົວເມືອງອັດສະລິຍະ, ຍົກລະດັບເຕັກໂນໂລຊີ ໃຫ້ທັນສະໄໝ ໃນລະດັບສູງ ແລະ ອື່ນໆ.

ຕໍ່ຈາກນີ້ໄປພວກເຮົາ ອາດຈະບໍ່ເຫັນພາບ ແລະ ບໍ່ໄດ້ຍິນຄໍາເວົ້າສຽດສີ ດູໝິ່ນທີ່ເປັນອະຄະຕິ ຂອງບາງກຸ່ມຄົນ ທີ່ມີຕໍ່ຈີນວ່າ “ວັດຖຸສິ່ງຂອງ ລອກຮຽນແບບ ແລະ ຄຸນນະພາບ ຕໍ່າອີກຕໍ່ໄປ”.
ເມື່ອມໍ່ໆມານີ້, ຫລາຍປະເທດ ຍັງໄດ້ຕັ້ງຄໍາຖາມວ່າ: ເປັນຫຍັງຈີນ ບໍ່ໄດ້ຮັບຜົນກະທົບແຮງ ຈາກການປິດຊ່ອງແຄບຮໍມຸດ ແລະ ບໍ່ເດືອດຮ້ອນ ຄືກັບປະເທກອື່ນ ຈາກລາຄານໍ້າ ແພງຂຶ້ນ? ນັກວິເຄາະ ໃຫ້ເຫດຜົນ 10 ປະເດັນທີ່ຈີນ ບໍ່ໄດ້ຮັບຜົນກະທົບ ຈາກຂໍ້ຂັດແຍ່ງ ຢູ່ຊ່ອງແຄບຮໍມຸດ ຮຸນແຮງ ແລະ ປະຊາຊົນບໍ່ໄດ້ຮັບ ຄວາມເດືອດຮ້ອນຕ່າງ ຈາກຊາດອື່ນຄື:
1).ຈີນ ນໍາເຂົ້ານໍ້າມັນດິບ ຈາກຕ່າງປະເທດ ສະເລ່ຍປະມານ 11-12 ລ້ານຖັງຕໍ່ວັນ , ແຕ່ຈີນຜະລິດ ນໍ້າມັນດິບເອງ ໄດ້ສະເລ່ຍປະມານ 4-5 ລ້ານຖັງຕໍ່ວັນ.
2).ຊາວຈີນ ນໍາໃຊ້ລົດໄຟຟ້າ ພາຍໃນປະເທດກວ່າ 40 ລ້ານຄັນ. ນອກຈາກນັ້ນ ຍັງໃຊ້ລົດໄຟຟ້າໃຕ້ດິນ, ລົດເມໄຟຟ້າ ສາທາລະນະ, ລົດໄຟຄວາມໄວສູງ, ລົດແທັກຊີ ແລະ ອື່ນໆ.
3).ຈີນ ມີສາງນໍ້າມັນສໍາຮອງ ຂະໜາດໃຫຍ່ທີ່ສຸດ ໂດຍຮັບປະກັນໄດ້ 8-12ເດືອນ ເມື່ອຜະເຊີນໜ້າກັບ ສະພາບວິກິດນໍ້າມັນ.
4).ຈີນ ມີຍຸດທະສາດ ແລະ ແຜນການບໍລິຫານ ຈັດການຢ່າງດີເລີດ ຄື: ໂດຍຈະເນັ້ນ ການພັດທະນາ ສີຂຽວຍືນຍົງ ຖືເອົາພະລັງງານລົມ, ແສງຕາເວັນ ແລະ ພາຫະນະ ພະລັງ ງານໃໝ່ອື່ນໆ.
5).ຈີນ ມີຄູ່ຮ່ວມມື ທາງດ້ານການເມືອງ, ເສດຖະກິດ-ການຄ້າ ກັບປະເທດອື່ນໆ ໝັ້ນຄົງໂດຍເນັ້ນ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ ຮ່ວມກັນ, ຄວາມ ສາມັກຄີ, ມິດຕະພາບ, ສັນຕິພາບ ແລະ ຄວາມສະຫງົບ ເປັນຄູ່ຂະໜາດ.
6). ມີໂຄງການ ສ້າງພື້ນຖານໂຄງລ່າງ ທັນສະໄໝເຊື່ອມໂຍງ ເຊື່ອມກັນຄົບຊຸດ ທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ທີ່ກວມ ເອົາຄູ່ ຮ່ວມມື 150 ກວ່າປະເທດທົ່ວໂລກ.
7).ຈີນ ເປັນຜູ້ນໍາດ້ານ ເຕັກໂນໂລຊີທັນສະໄໝ ດ້ານເອໄອ ແລະ ນະວັດຕະກໍາໃໝ່ອື່ນໆ ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນພາຍໃນປະເທດເຊື່ອມໂຍງກັບສາກົນ ໄດ້ເປັນ ຢ່າງດີ.

ແຕ່ເຖິງແນວໃດກໍຕາມ ສິ່ງທີ່ໜ້າສົນໃຈອີກຄື: ລົດໄຟຟ້າ(EV) ເກີດກ່ອນລົດໃຊ້ນໍ້າມັນຈາກຈຸດກໍາເນີດລົດໄຟຟ້າໃນປີ 1828 ເກືອບ 200 ປີ ທີ່ປະເທດ ຮົງກາຣີ (Hungary), ຕໍ່ມາປີ 1830 ປະເທດ ສະກອດແລນ ໄດ້ນໍາເອົາຕົ້ນແບບ ມາສ້າງເປັນລົດມ້າໄຟຟ້າ, ຈາກນັ້ນ ໃນສະຕະວັດທີ 19 ສ.ອາເມລິກາ ໄດ້ເອົາມາປັບປຸງຜະລິດເປັນລົດໄຟຟ້າ ຈົນໄດ້ຮັບ ຄວາມນິຍົມແຜ່ຫລາຍ ເຊິ່ງໃນໄລຍະປີ 1900 ຢູ່ສ.ອາເມລິກາ ມີລົດ ໄຟຟ້າ 1 ໃນ 3 ຂອງລົດທັງໝົດ, ເມື່ອເຫັນເປັນແນວນັ້ນ ກຸ່ມທຸລະກິດທຶນນິຍົມ ໄດ້ເກີດມີຄວາມ ລະແວງ ຢ້ານວ່າ ລົດໄຟຟ້າຈະຄອງໂລກ ອາດກະທົບ ທຸລະກິດນໍ້າມັນ. ດັ່ງນັ້ນ ຈຶ່ງຢຸດຜະລິດລົດໄຟຟ້າ ເພື່ອເຮັດໃຫ້ອຸດສາຫະກໍາ ລົດນໍ້າມັນເຊື້ອໄຟ ໄດ້ແຜ່ລາມໄປທົ່ວ ໂລກ.
ປັດຈຸບັນນີ້ ລົດໄຟຟ້າທີ່ທຶນນິຍົມ ຄິດວ່າ: ມັນເປັນ “ຜີສາດຮ້າຍທີ່ ນອນຫລັບໃຫລ ໃຕ້ຫລຸມສົບເກືອບຮ້ອຍປີ” ໄດ້ຟື້ນຊີບຄືນໃໝ່, ໂດຍຈີນ ໄດ້ປຸກຂຶ້ນມາ ແລະ ໝູນໃຊ້ ເຕັກນິກ ວິທະຍາສາດ ທັນສະໄໝຂອງຈີນເອງ ຈົນກາຍເປັນຜູ້ໂດດເດັ່ນ ແຫ່ງສະຕະວັດທີ 21 ທີ່ ພວມແລ່ນຕາມ ທ້ອງຖະໜົນຫົນທາງ ທົ່ວໂລກ ເຊິ່ງມັນໄດ້ສົ່ງສັນຍານ ວ່າລົດໄຟ ຟ້າຈີນ ບໍ່ພຽງແຕ່ພັດທະນາ ໄປຕາມທິດຍືນຍົງສີຂຽວເທົ່ານັ້ນ ຫາກຍັງສາມາດ ປົດແອກອອກຈາກ ຄວາມທຸກຍາກ ຂອງມວນມະນຸດ ທີ່ເປັນທາດບໍລິໂພກ ນໍ້າມັນແບບຜູກຂາດ ລາຄາ ແພງ, ອອກ ຈາກວົງຈອນຈໍາກັດ ຄັບແຄບ ເຕັກໂນໂລຊີ ຂອງປະເທດຕາເວັນຕົກ ແລະ ມາດຕະການຂວໍ້າບາດຝ່າຍດຽວອື່ນໆ.
ອົງການ ພະລັງງານສາກົນ ໄດ້ລາຍງານວ່າ: ໂລກໜ່ວຍນີ້ ຍັງມີນໍ້າມັນສໍາຮອງ ທໍາມະຊາດໃຕ້ດິນ ເຫລືອພຽງປະ ມານ 1,7 ພັນຕື້ຖັງ, ຖ້າມະນຸດຂຸດຄົ້ນ ເອົານໍ້າມັນມາໃຊ້ 102 ລ້ານຖັງ/ວັນ ຈະເຮັດໃຫ້ ນໍ້າມັນໝົດ ພາຍໃນ 47-50 ປີ, ດ້ວຍເຫດນັ້ນ ຈິ່ງພົບຫລັກຖານ ອ້າງອີງໄດ້ວ່າ: ການໃຊ້ລົດໄຟຟ້າ EV ແລະ ພະລັງງານສະອາດ ພວມເຮັດໃຫ້ ຄວາມຕ້ອງ ການ ນໍ້າມັນຫລຸດລົງ, ເຮັດໃຫ້ມະນຸດ ອອກຈາກວົງຈອນ ເພິ່ງພານໍ້າມັນດ້ານດຽວ ແຕ່ກົງກັນຂ້າມ ຄວາມເຄັ່ງຕຶງດ້ານການຄ້າ, ເຕັກໂນໂລຊີໃໝ່ ແລະ ຂໍ້ຂັດແຍ່ງ ດ້ານນໍ້າມັນ ຈະເພີ່ມ ທະວີຮຸນແຮງຂຶ້ນ. ພ້ອມດຽວກັນນີ້, ຈີນ ຍັງເປັນຜູ້ນຳ ອັນດັບທີ 1 ຂອງໂລກດ້ານການຜະລິດ ແລະ ສົ່ງອອກລົດໄຟຟ້າ EV ສະເລ່ຍປະມານ 40% ຂອງ ການສົ່ງອອກລົດໄຟຟ້າ EV ໂລກ ຫລື ປະມານ 2-3 ລ້ານຄັນ/ປີ.
ສຳນັກຂ່າວບຣຸມເບີກ ໄດ້ລາຍງານ ໂດຍອ້າງອີງຂໍ້ມູນ ຈາກກົມພາສີຂອງຈີນ ລະບຸວ່າ ຍອດການສົ່ງອອກລົດ EV ຂອງຈີນໃນເດືອນເມສາ 2026 ບັນລຸເຖິງ 278,081 ຄັນ ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີຜ່ານມາ ແລະ ເມື່ອລວມຍອດສະສົມ ຕັ້ງແຕ່ຕົ້ນປີ ແມ່ນກວມເອົາເຖິງ 893,852 ຄັນ. ໃນນັ້ນ ພາກພື້ນອາຊີ ຍັງຄົງຮັກສາຕຳແໜ່ງ ຕະຫລາດສົ່ງອອກລົດ EV ທີ່ໃຫຍ່ທີ່ສຸດຂອງຈີນ, ໂດຍຍອດນຳເຂົ້າ 110.613 ຄັນ ເພີ່ມຂຶ້ນ 20%, ຖັດມາແມ່ນ ທະວີບເອີຣົບ ລວມມີ 83.813 ຄັນ ເພີ່ມຂຶ້ນ 36% ແລະ ພາກພື້ນ ອາເມລິກາລາຕິນ ລວມທັງ ແຄຣິບບຽນ ທີ່ມີຍອດນຳເຂົ້າ 52.897 ຄັນ ເພິ່ມຂຶ້ນເຖິງ 80%.
ສ່ວນປະເທດລາວ ໜຶ່ງໃນ 10 ສະມາຊິກອາຊຽນ ໄດ້ຢືນຢັນຈະມຸ່ງໜ້າ ພັດທະນາຕາມທິດຍືນຍົງສີຂຽວຊັດເຈນ ໂດຍວາງເປົ້າໝາຍໃນປີ 2030 ຈະເຮັດໃຫ້ ປະຊາກອນ ໃຊ້ລົດກວມເອົາ 30% ເພື່ອຫລຸດຜ່ອນ ການຂາດດູນການຄ້າ, ຫລຸດຜ່ອນມົນລະພິດ ຂຶ້ນສູ່ອາກາດ, ຫລຸດຜ່ອນການ ນໍາເຂົ້ານໍ້າມັນ. ດັ່ງທີ່ຮູ້,ກະຊວງອຸດສາຫະກໍາ ແລະ ການຄ້າເຄີຍ ເປີດເຜີຍວ່າ: ລາວ ຂາດດູນການຄ້າ ສ່ວນໃຫຍ່ ແມ່ນມາຈາກ ການຊື້ນໍ້າມັນ ໂດຍສະເລ່ຍປະມານ 1-2 ຕື້ລິດຕໍ່ປີ, ເປັນມູນຄ່າສະເລ່ຍ 1.2 ຕື້ໂດລາສະຫະລັດຕໍ່ປີ, ຖືວ່າ ລາວນໍາເຂົ້າ ນໍ້າມັນເຊື້ອໄຟ ຈາກຕ່າງປະເທດ 100%. ຍ້ອນແນວນັ້ນ,ໃນວັນທີ 12 ພຶດສະພາ 2026, ລັດຖະບານລາວ ໄດ້ສັ່ງໂຈະຊົ່ວຄາວ ການນໍາເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟ ຈົນຮອດທ້າຍປີ 2026 ເພື່ອການຈັດຕັ້ງປະຕິບັດນະໂຍບາຍ, ມາດຕະການສົ່ງເສີມ ການນໍາໃຊ້ລົດໄຟຟ້າ ແລະ ພະລັງງານ ທົດແທນ ເຊິ່ງສະແດງໃຫ້ເຫັນວ່າ ລາວ ບໍ່ພຽງມຸ່ງເປົ້າ ຫລຸດການນໍາເຂົ້າ ນໍ້າມັນ ເຊື້ອໄຟ ຈາກຕ່າງປະເທດ ເທົ່ານັ້ນ ແຕ່ຍັງພະຍາຍາມ ສົ່ງເສີມນະໂຍບາຍ ລວມຂອງວົງຄະນະຍາດສາກົນ ເພື່ອຫລຸດຜ່ອນ ມົນລະພິດຂຶ້ນສູ່ ອາກາດຢ່າງຕັ້ງໜ້າ.

ຕາມສະຖິຕິ ຂອງກຸ່ມທຸລະກິດ ນໍາເຂົ້າລົດໄຟຟ້າ ອ້າງວ່າ: ໃນປີ 2019, ລາວ ນໍາເຂົ້າລົດໄຟຟ້າພຽງ 19 ຄັນ, ປີ 2023 ເພີ່ມຂຶ້ນ 10.000 ກວ່າຄັນ ແລະ ປີ 2025 ກະໂດດ ຂຶ້ນເຖິງ 14.000 ຄັນ. ຄາດວ່າປີ 2026 ຈະເພີ່ມອີກເຖິງ 18.000 ຄັນ ພ້ອມດຽວກັນນັ້ນ ກໍຈະເຮັດໃຫ້ລາວ ປະຢັດນໍ້າມັນໄດ້ເຖິງ 400-500 ລ້ານລິດຕໍ່ປີ.
ດ້ວຍສິ່ງທ້າທາຍໃໝ່ໃນການປະດິດສ້າງ ຍິ່ງຈະເຮັດໃຫ້ຊາວລາວ ແລະ ຜູ້ສົນໃຈລົດໄຟຟ້າ ທົ່ວໂລກຄອງຄອຍຢ່າງໃຈຈົດໃຈຈໍ່, ເມື່ອຈີນໄດ້ປະກາດວ່າ ຕົນໄດ້ຄົ້ນຄົ້ວວິໄຈສໍາເລັດ ກ່ຽວກັບໝໍ້ໄຟແບບໃໝ່ ຂອງລົດໄຟຟ້າທີ່ທົນທານ, ມີຄວາມປອດໄພສູງ, ອາຍຸການໃຊ້ຍາວນານ ແລະ ສາມາດແລ່ນໄກໄດ້ເຖິງ 800-1000 ກວ່າກິໂລແມັດ ຕໍ່ການສາກໜຶ່ງຄັ້ງ. ໃນນັ້ນມີໝໍ້ໄຟໂຊລິດສະເຕັດ, ໝໍ້ໄຟໂຊດຽມ ແລະ ໝໍ້ໄຟເບຣດຄາດ ຈະຜະລິດອອກນໍາໃຊ້ ຢ່າງເປັນທາງການໃນປີ 2027.
ແຕ່ເຖິງແນວໃດກໍດີ ຖ້າທຸກປະເທດ ທົ່ວໂລກ ລວມທັງ ປະເທດລາວ ຫັນມາໃຊ້ລົດໄຟຟ້າ ເພີ່ມຂຶ້ນເລື້ອຍໆ ຈະຊ່ວຍຫລຸດຜ່ອນ ການໃຊ້ຊັບພະຍາກອນ ທໍາມະຊາດ ໄດ້ຢ່າງ ຫລວງຫລາຍ, ສິ່ງແວດລ້ອມ ແລະ ອາກາດຈະດີຂຶ້ນ, ຈະຫລຸດການເພິ່ງພາ ການນໍາເຂົ້ານໍ້າມັນ ທີ່ເປັນສາເຫດເຮັດໃຫ້ ຂາດດູນການຄ້າ, ສາມາດຫລຸດຜ່ອນ ຄວາມສ່ຽງຈາກ ຂໍ້ຂັດ ແຍ່ງ ກັນ ລະຫວ່າງຜູ້ສົ່ງອອກ ນໍ້າມັນ-ຜູ້ນໍາເຂົ້ານໍ້າມັນ, ອັດຕາໄພເງິນເຟີ້ ຈະຫລຸດລົງຕາມລໍາດັບ ແລະ ຫລຸດຜ່ອນການໃຊ້ຈ່າຍ ຄ່າປິ່ນປົວພະຍາດ ຈາກມົນລະພິດ ໄດ້ຫລາຍຂຶ້ນ, ການຕໍ່ ລອງ ດ້ານເງິນຕາ ລະຫວ່າງ ປະເທດບໍ່ເຄັ່ງຕຶງ ແລະອື່ນໆ. /.
ໂດຍ: ນໍ້າອອ້ມຂົມ