ງານວາງສະແດງອຸດສາຫະກຳປັນຍາປະດິດໂລກ

01/06/2026 11:59
ຂປລ ງານ​ວາງ​ສະ​ແດງ ​ອຸດ​ສາ​ຫະ​ກຳ ​ປັນ​ຍາ​ປະ​ດິດ​ໂລກ​ ປີ 2026 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ທຽນ​ສິນຂອງ ສປ ​ຈີນ ໄດ້​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ ​ລະ​ຫວ່າງ ວັນ​ທີ 30-31 ພຶດ​ສະ​ພາ​ນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານ​ວາງ​ສະ​ແດງ ​ອຸດ​ສາ​ຫະ​ກຳ ​ປັນ​ຍາ​ປະ​ດິດ​ໂລກ​ ປີ 2026 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ທຽນ​ສິນຂອງ ສປ ​ຈີນ ໄດ້​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ ​ລະ​ຫວ່າງ ວັນ​ທີ 30-31 ພຶດ​ສະ​ພາ​ນີ້. ງານ​ວາ​ງ​ສະ​ແດງ​ຄັ້ງ​ນີ້​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ ຄື: ການ​ວາງ​ສະ​ແດງ, ການ​ແຂ່ງ​ຂັນ, ການ​ແລ​ກ​ປ່ຽນ ແລະ ການ​ສຳ​ຜັດ​ຕົວ​ຈິງ​ເປັນ​ຕົ້ນ, ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​​ຂອງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ ປັນ​ຍາ​ປະ​ດິດ ດ້ານ​ການ​ແລ​ກ​ປ່ຽນ, ການ​ຮ່ວມ​ມື, ຕ່າງ​ຝ່າ​ຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ​ຮ່ວມ​ກັນ​ຊົມ​ໃຊ້​. ງານ​ວາງ​ສະ​ແດງຄັ້ງ​ນີ້ ໄດ້​ຈັດ​ເຂດ​ວາງ​ສະ​ແດງ ​ທີ່​ມີຫົວ​ຂໍ້​ສະ​ເພາະ 6 ເຂດ ແລະ​ມີ​ວິ​ສາ​ຫະ​ກິດ 741 ແຫ່ງ​ເຂົ້າ​ຮ່ວມ, ທັງ​ໄດ້​ເປີດ​ເຜີຍຜົນ​ງານ ​ດ້ານ​ການ​ປະ​​ດິດ​ສ້າງ​ໃໝ່ 200 ກວ່າ​ລາຍ​ການ ທີ່​ກ່ຽວ​ພັນ​ເຖິງຫລາຍ​ຂົງ​ເຂດ ເຊັ່ນ: ການ​ຜະ​ລິດ​ດ້ວຍ​ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ອາ​ກາດ​ຕ່ຳ, ​ເທີ​ມິ​ນັດ​ອັດ​ສະ​ລິ​ຍະ ແລະ​ອື່ນ​ໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top