ສປຈີນ-ມຽນມາ ຮ່ວມມືໂຄງການກອງທຶນພິເສດພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026

01/06/2026 12:00
ຂປລ ພິທີລົງນາມ ສັນຍາ ວ່າດ້ວຍ ການຮ່ວມມື ກ່ຽວກັບ ໂຄງການກອງທຶນພິເສດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫລວງເນປີດໍຂອງມຽນມາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ພຶດສະພານີ້, ພິທີລົງນາມ ສັນຍາ ວ່າດ້ວຍ ການຮ່ວມມື ກ່ຽວກັບ ໂຄງການກອງທຶນພິເສດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫລວງເນປີດໍຂອງມຽນມາ. ທ່ານ ມາເຈຍ ເອກອັກຄະລັດຖະທູດຈີນ ປະຈຳ ມຽນມາ ແລະ ທ່ານໂກ ໂກ ທະເວ ຮອງລັດຖະມົນຕີກະຊວງການຕ່າງປະເທດມຽນມາເປັນຜູ້ລົງນາມໃນສັນຍາດັ່ງກ່າວ. ທ່ານ ມາເຈ່ຍ ກ່າວວ່າ: ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຮັບການພັດທະນາ ຢ່າງຈະເລີນຮຸ່ງເຮືອງ ຕະຫລອດໄລຍະທົດສະວັດຜ່ານມາ, ເຊິ່ງໄດ້ຊ່ວຍປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນກວາເກົ່າ ຢ່າງແທ້ຈິງ. ສປ ຈີນ ຈະຮ່ວມມືກັບ ມຽນມາຊຸກຍູ້ໃຫ້ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ລົງສູ່ຕົວຈິງ, ເພື່ອປະກອບສ່ວນເຂົ້າໃນການສ້າງບ້ານເມືອງ ໃນລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ມີສັນຕິພາບ, ຄວາມສະຫງົບສຸກ, ຈະເລີນຮຸ່ງເຮືອງ, ສວຍງາມ ແລະ ມີໄມຕີຈິດ ມິດຕະພາບ. ທ່ານ ຕິນ ມ່ອງ ສະເວ ລັດຖະມົນຕີ ກະຊວງການຕ່າງປະເທດມຽນມາ ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບ ສະໜູນຂອງ ສປ ຈີນ, ໂດຍກ່າວວ່າ: ໂຄງການກອງທຶນພິເສດ ພາຍໃຕ້ ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ປະກອບສ່ວນ ທີ່ສຳຄັນເຂົ້າໃນການພັດທະນາ ຂອງເສດຖະກິດສັງຄົມ ຂອງພາກພື້ນ. ມຽນມາ ຈະປະຕິບັດໂຄງການປະຈຳປີໃໝ່ ຢ່າງມີປະສິດທິພາບ ເພື່ອສ້າງຄວາມສຸກໃຫ້ແກ່ ປະຊາຊົນໃຫ້ດີກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top