ຮ້ານຂາຍເບ້ຍໄມ້ລາຄາຖືກບ້ານຊຽງດາ ມີຕົ້ນໄມ້ຈໍານວນຫລາຍເພື່ອຮອງຮັບວັນປູກຕົ້ນໄມ້ແຫ່ງຊາດ

01/06/2026 10:32
ຂປລ ຂແລ.ຍັງອີກບໍພໍເທົ່າໃດມື້ຂ້າງໜ້າ ກໍຈະຮອດ ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 2026 ແລະ ວັນເດັກນ້ອຍສາກົນ. ສະນັ້ນ, ຈຶ່ງເຮັດໃຫ້ບັນຍາກາດການຊື້-ຂາຍເບ້ຍໄມ້ ມີຄວາມຄຶກຄື້ນ, ມ່ວນຊື່ນ ເປັນພິເສດ ເນື່ອງຈາກວ່າ ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈໃນການປູກຕົ້ນໄມ້ໃຫ້ເປັນປ່າເພື່ອທົດແທນຕົ້ນໄມ້ທີ່ຖືກທໍາລາຍໄປໃນແຕ່ລະພື້ນທີ່ຂອງປະເທດ

ຂປລ.ຍັງອີກບໍພໍເທົ່າໃດມື້ຂ້າງໜ້າ ກໍຈະຮອດ ວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ 2026 ແລະ ວັນເດັກນ້ອຍສາກົນ. ສະນັ້ນ, ຈຶ່ງເຮັດໃຫ້ບັນຍາກາດການຊື້-ຂາຍເບ້ຍໄມ້ ມີຄວາມຄຶກຄື້ນ, ມ່ວນຊື່ນ ເປັນພິເສດ ເນື່ອງຈາກວ່າ ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈໃນການປູກຕົ້ນໄມ້ໃຫ້ເປັນປ່າເພື່ອທົດແທນຕົ້ນໄມ້ທີ່ຖືກທໍາລາຍໄປໃນແຕ່ລະພື້ນທີ່ຂອງປະເທດ ເພື່ອຄືນຄວາມອຸດົມສົມບູນ ໃຫ້ກັບປ່າໄມ້ ແລະ ທຳມະຊາດ ແນໃສ່ເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫລາຍກວ່າ 70 ເປີເຊັນ ຂອງເນື້ອທີ່ປ່າໄມ້ ໃນທົ່ວປະເທດ.ແນວໃດກໍດີ, ເມື່ອເວົ້າເຖິງອາຊີບນີ້ແລ້ວ ມື້ນີ້ ຄໍລໍາ“ສົ່ງເສີມທຸລະກິດ” ຈະພາທ່ານມາຮູ້ຈັກອີກໜຶ່ງສວນກ້າເບ້ຍໄມ້ຂອງ ນາງ ສຸດມະນີ ຂັນພອນ ຜູ້ທີ່ມີໃຈມັກ ແລະ ກິ້ງເກືອກລີເລືອກັບອາຊີບນີ້ມາຫລາຍຟ້າຫລາຍປີຈົນສາມາດສ້າງເສດຖະກິດຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ.

    ນາງ ສຸດມະນີ ຂັນພອນ ເຈົ້າຂອງສວນ ແລະ ຮ້ານຂາຍເບ້ຍໄມ້ລາຄາຖືກບ້ານຊຽງດາ ໄດ້ ໃຫ້ສຳພາດ ວ່າ: ຮ້ານຂາຍເບ້ຍໄມ້ລາຄາຖືກບ້ານຊຽງດາ ເລີ່ມກໍ່ຕັ້ງມາແຕ່ປີ 2012 ເຮັດມາດ້ວຍຄວາມມັກ ແລະ ຢາກນໍາໃຊ້ວິຊາທີ່ໄດ້ຮຽນມາ ເນື່ອງຈາກວ່າ ຕົນເອງຮຽນຈົບກະສິກໍາ ເມື່ອຈົບມາແລ້ວໄປສະໝັກວຽກກໍຫຍຸ້ງຍາກ ຈຶ່ງເລີ່ມເຮັດອາຊີບນີ້ມາເລີຍ ໂດຍເບ້ຍໄມ້ທີ່ກ້າ ສ່ວນຫລາຍຈະເປັນໄມ້ເສດຖະກິດທີ່ຄົນນິຍົມປູກຫລາຍ ເປັນຕົ້ນ ໄມ້ແຕ້, ໄມ້ຄູນ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ສັກ, ໄມ້ຂະຍຸງ, ໄມ້ມະລິດ, ໄມ້ໂລ່ງເລງ, ໄມ້ກະລຶມ, ໄມ້ກ້າມປູ, ໄມ້ມູນ, ໄມ້ມັນປາ, ໄມ້ຍາງ, ໄມ້ຫຳງົວ ແລະ ໄມ້ອື່ນໆ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກໍຄື ລູກຄ້າ ທີ່ມີຄວາມຕ້ອງການ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ໄລຍະວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2025 ຜ່ານມານີ້ ບັນຍາກາດການຊື້ເບ້ຍໄມ້ຟົດຟື້ນຫລາຍ, ສະເພາະເບ້ບໄມ້ເສດຖະກິດ ກໍໄດ້ຂາຍກວ່າ 2.000 ຕົ້ນ. ສໍາລັບລາຄາຂອງເບ້ຍໄມ້ແມ່ນເລີ່ມຕົ້ນ  5.000 ກີບຂຶ້ນໄປ. ນອກຈາກໄມ້ ເສດຖະກິດແລ້ວພາຍໃນສວນ ກໍມີໄມ້ກິນໝາກ ແລະ ໄມ້ປະດັບ ເຊັ່ນ: ເບ້ຍໝາກຈອງ, ມ່ວງ, ສິດາ, ລໍາໃຍ, ມັງຄຸດ, ພ້າວ ແລະ ອື່ນໆ. ສ່ວນໄມ້ປະດັບກໍຈະມີດອກກຸຫລາບ,ຕົ້ນດອກແກ້ວ ແລະ ຕົ້ນອື່ນໆ.

      ນາງ ສຸດມະນີ ເວົ້າເສີມວ່າ: ອາຊີບກ້າເບ້ຍໄມ້ ແມ່ນອາຊີບທີ່ຕ້ອງໃຊ້ ຄວາມອົດທົນ, ພະຍາຍາມ ຕ້ອງມັກແທ້ຈຶ່ງເຮັດໄດ້ ເພາະມັນມີຫລາຍຂັ້ນຕອນ ແລະ ຕ້ອງໃຊ້ເວລາຫລາຍເດືອນກ່ອນຈະໄດ້ຂາຍ ເບ້ຍໄມ້, ແຕ່ຖ້າໄດ້ຂາຍແລ້ວກໍຖືວ່າກຸ້ມຄ່າ ກັບຄວາມອິດເມື່ອຍ ເພາະຫລັງຈາກທີ່ໄດ້ເຮັດອາຊີບນີ້ມາ ກໍສາມາດສ້າງລາຍຮັບເຂົ້າຄອບຄົວຢ່າງໝັ້ນຄົງ ແລະ ສຸດທ້າຍນີ້ຂໍຮຽກຮ້ອງ ໃຫ້ສັງຄົມ ກໍຄື ປະຊາຊົນລາວ ບັນດາເຜົ່າ ເຫັນໄດ້ຄວາມສຳຄັນໃນການປູກຕົ້ນໄມ້ໃຫ້ຫລາຍຂຶ້ນ ໂດຍສະເພາະໄລຍະວັນປູກຕົ້ນໄມ້ໃນແຕ່ລະປີ ເພື່ອທົດແທນຕົ້ນໄມ້ທີ່ຖືກທຳຫລາຍ ຫລື ຕາຍ ໄປຕາມການເວລາ ເພື່ອຄືນຄວາມອຸດົມສົມບູນ ໃຫ້ກັບປ່າໄມ້ ແລະ ທຳມະຊາດ ແນໃສ່ເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫລາຍຫວ່າ 70ເປີເຊັນ ຂອງເນື້ອທີ່ປ່າໄມ້ ໃນທົ່ວປະເທດ.

ດັ່ງນັ້ນ, ໃກ້ຈະຮອດວັນປູກຕົ້ມໄມ້ແລ້ວຖ້າທ່ານໃດສົນໃຈເບ້ຍໄມ້ ບໍ່ວ່າຈະເປັນ ໄມ້ເສດຖະກິດ ຫລື ໄມ້ປະດັບ ກໍສາມາດເຂົ້າມາເບິ່ີງໄດ້ທີ່ ບ້ານຊຽງດາ ຂ້າງໂຮງຮຽນ ແພດສາດ ຫລື ຕິດຕໍ່ໄດ້ທີ່ເບີ 02098983369,030 4980928 ຫລື ເຟສບຸກ ສວນກ້າເບ້ຍໄມ້ລາຄາຖືກບ້ານຊຽງດາ.

ໂດຍ:ມາລີດາ

KPL

ຂ່າວອື່ນໆ

ads
ads

Top